ເພື່ອຜັນຂະຫຍາຍແນວທາງການຮຽນການສອນ “ທິດສະດີຕິດພັນກັບການປະຕິບັດຕົວຈິງ”, ໃນວັນທີ 29 ຕຸລາ 2026 ນີ້, ຄະນະນຳ ແລະ ພະນັກງານອາຈານ ພ້ອມດ້ວຍນັກສຶກສາຊຸດຝຶກອົບຮົມທິດສະດີການເມືອງຂັ້ນສູງ ຮຸ່ນທີ VIII ໄດ້ເຄື່ອນໄຫວທັດສະນະສຶກສາຢ້ຽມຊົມ ແລະ ພົບປະແລກປ່ຽນບົດຮຽນ ທີ່ບໍລິສັດເບຍລາວ ແລະ ກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ເຊິ່ງເປັນການເປີດກວ້າງວິໄສທັດ ແລະ ເສີມຂະຫຍາຍຄວາມຮັບຮູ້ທາງດ້ານເສດຖະກິດ-ສັງຄົມ ພາຍໃຕ້ການນຳພາທັດສະນະຂອງ ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ.

ໃນຕອນເຊົ້າຂອງວັນດັ່ງກ່າວ, ຄະນະທັດສະນະສຶກສາໄດ້ເດີນທາງໄປຮອດໂຮງງານເບຍລາວ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດຈະການອົງກອນ ສັງຄົມ ແລະ ຄວາມຍືນຍົງ ບໍລິສັດເບຍລາວ.

ໃນໂອກາດດັ່ງກ່າວ, ທ່ານ ສິດທິໄຊ ເກດຕະວົງ ໄດ້ໃຫ້ກຽດຕ້ອນຮັບ ແລະ ບັນຍາຍລາຍງານສະພາບການຈັດຕັ້ງປະຕິບັດວຽກງານ, ປະຫວັດຄວາມເປັນມາ, ລະບົບການບໍລິຫານຈັດການວິສາຫະກິດ, ຂະບວນການຜະ ລິດທີ່ທັນສະໄໝ, ມາດຕະຖານການຄວບຄຸມຄຸນນະພາບ, ລະບົບການບັນຈຸ-ຫຸ້ມຫໍ່, ການຈຳໜ່າຍ ພ້ອມທັງການປະກອບສ່ວນອັນຕັ້ງໜ້າ ຂອງບໍລິສັດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການປະຕິບັດພັນທະອາກອນໃຫ້ລັດຖະບານ ແລະ ວຽກງານຄວາມຮັບຜິດຊອບຕໍ່ສັງຄົມ.

ຈາກນັ້ນ, ຄະນະນັກສຶກສາໄດ້ຢ້ຽມຊົມຕົວຈິງພາຍໃນໂຮງງານ ເພື່ອຮັບຊົມຂະບວນການຜະລິດອຸດສາຫະ ກຳຂະໜາດໃຫຍ່, ການນຳໃຊ້ເຕັກໂນໂລຊີອັດຕະໂນມັດ ແລະ ມາດຕະການປົກປັກຮັກສາສິ່ງແວດລ້ອມ ຂອງ ບໍລິສັດເບຍລາວ ເຊິ່ງສະທ້ອນໃຫ້ເຫັນເຖິງການເຕີບໂຕທາງດ້ານເສດຖະກິດພາຍໃຕ້ ສປປ ລາວ.

ໃນຕອນບ່າຍຂອງວັນດັ່ງກ່າວ, ຄະນະນັກສຶກສາທິດສະດີການເມືອງຂັ້ນສູງ ຮຸ່ນທີ 8 ໄດ້ສືບຕໍ່ເດີນທາງໄປເຄື່ອນໄຫວທັດສະນະສຶກສາ ທີ່ກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍມີ ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ໃຫ້ການຕ້ອນຮັບຢ່າງເປັນທາງການ.

ໃນພິທີພົບປະ, ທ່ານ ບຸນຊູ ສຸດມາລີ ໄດ້ຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຂອງກົມປູກຝັງ, ພາລະບົດບາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນຍຸດທະສາດການຄ້ຳປະກັນສະບຽງອາຫານ, ການສົ່ງເສີມການຜະລິດກະສິກຳສະອາດ ແລະ ກະສິກຳເປັນສິນຄ້າ ເພື່ອສົ່ງອອກ, ການປົກປ້ອງຜົນຜະລິດກະສິກຳຈາກສັດຕູພືດ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນການຫັນຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄໝ.

ພ້ອມດຽວກັນນັ້ນ, ຄະນະນັກສຶກສາ ຍັງໄດ້ດຳເນີນກິດຈະກຳຮ່ວມກັນກັບກົມປູກຝັງ ເພື່ອແລກປ່ຽນຄຳຄິດຄຳເຫັນກ່ຽວກັບສິ່ງທ້າທາຍ ແລະ ບົດຮຽນໃນການພັດທະນາຂະແໜງກະສິກຳ ເຊິ່ງເປັນພື້ນຖານໂຄງລ່າງເສດຖະກິດອັນດັບໜຶ່ງຂອງປະເທດ.

ການເຄື່ອນໄຫວທັດສະນະສຶກສາໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງທາງດ້ານການເມືອງ-ແນວຄິດ. ມັນຊ່ວຍໃຫ້ນັກສຶກສາທິດສະດີການເມືອງຂັ້ນສູງ ເຊິ່ງເປັນພະນັກງານຫຼັກແຫຼ່ງ ຂອງພັກ-ລັດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມເປັນຈິງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງພັກ ໃນຂົງເຂດເສດຖະກິດມະຫາພາກ, ມິຕິການພັດທະນາອຸດສາຫະກຳປຸງແຕ່ງ ແລະ ກະສິກຳເປັນສິນຄ້າ, ພ້ອມທັງຍົກສູງສະຕິຄວາມຮັບຜິດຊອບໃນການເປັນເສນາທິການທີ່ດີ ໃຫ້ແກ່ພັກ ແລະ ລັດຖະບານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.
——————————-
ຂ່າວ/ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ