ໃນຕອນເຊົ້າວັນທີ 17 ກຸມພາ 2025 ທີ່ສະໂມສອນຂອງກອງບັນຊາການ ປກສ ເມືອງແກ້ວອຸດົມ ແຂວງວຽງຈັນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດບັ້ນດໍາເນີນການ ລົງກໍ່ສ້າງຮາກຖານການເມືອງ ຂອງຄະນະນັກສຶກສາລະບົບປະລິນຍາໂທຮຸ່ນທີ xx ຫ້ອງ ກ ແລະ ຂ ຢູ່ເມືອງແກ້ວອຸດົມ, ແຂວງວຽງຈັນເຊິ່ງດໍາເນີນເປັນໄລຍະເວລາ20 ວັນ ນັບແຕ່ວັນທີ 17 ກຸມພາ – 8ມີນາ 2024, ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ, ມີທ່ານ ວິລະວຸດ ປະກິດ ເລຂາພັກເມືອງ ເຈົ້າເມືອງໆແກ້ວອຸດົມ ໃຫ້ກຽດເຂົ້້າຮ່ວມເປັນຄະນະປະທານ ແລະມີຕາງໜ້າພະນັກງານຄູ-ອາຈານ, ມີນັກສຶກສາລະບົບປະລິນຍາໂທຮຸ່ນທີ xx ຫ້ອງ ກ ແລະ ຂແລະຄະນະບ້ານ 12 ບ້ານຂອງເມືອງແກ້ວອຸດົມໃຫ້ກຽດເຂົ້າຮ່ວມ, ຈໍານວນຜູ້ເຂົ້າຮ່ວມທັງໝົດ ມີຈໍານວນ 178 ທ່ານ.

    ໃນພິທີທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນໂຮງຮຽນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ໃຫ້ຮູ້ວ່າ ຈຸດປະສົງໃນການລົງຮາກຖານໃນຄັ້ງນີ້: ເພື່ອເຮັດໃຫ້ການຈັດຕັ້ງແຜນການຮຽນ-ການສອນໄປຕາມໂຄງການຫຼັກສູດປະລີນຍາໂທຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດວາງອອກ, ເພື່ອເປັນການເສີມຂະຫຍາຍ ແລະໜູນໃຊ້ຄວາມຮູ້ທາງດ້ານຫຼັກມູນທິດສະດີ ມາກ-ເລນິນ ແລະທິດສະດີ ການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍ ຂອງລັດ ທີ່ໄດ້ສຶກສາຄົ້ນຄວ້າໃນໄລຍະຜ່ານມາ ຢ່າງປະດິດສ້າງ ເຂົ້າໃນພຶດຕິກຳຕົວຈິງ.ເພື່ອໃຫ້ນັກສຶກສາຮັບຮູ້, ກຳແໜ້ນ ແລະມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ ຂອງພັກ, ເປັນຕົ້ນແມ່ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ວາລະແຫ່ງຊາດ, ແຜນພັດຖະນາເສດຖະກິດ-ສັງຄົມແຫ່ງຊາດ ແລະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂຶ້ນທ້ອງຖິ່ນຮາກຖານບ້ານ.ເພື່ອໃຫ້ນັກສຶກສາຮູ້ວິທີເກັບກຳ, ວິໄຈ ແລະສັງລວມຂໍ້ມູນຕ່າງໆ ທີ່ຈຳເປັນຢູ່ທ້ອງຖິ່ນ, ເພື່ອໃຫ້ສາມາດນໍາໃຊ້ທິດສະດີ ແລະພຶດຕິກຳທີ່ຮຽນມາ ນໍາໄປຜັນຂະຫຍາຍໃຫ້ແກ່ຄະນະພັກບ້ານ, ນາຍບ້ານ ໃນການປັບປຸງອົງການປົກຄອງບ້ານ ໃຫ້ມີຄວາມເຂັ້ມແຂງ. ເພື່ອຊ່ວຍໃຫ້ນັກສຶກສາກຳແໜ້ນບັນຫາ ຂອງທ້ອງຖິ່ນຂັ້ນຮາກຖານ, ພ້ອມກັນນັ້ນ ກໍຊ່ວຍນໍາພາ-ແນະນໍາປະຊາຊົນໃນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ, ເຊິ່ງການລົງກໍ່ສ້າງຮາກຖານການເມືອງແມ່ນສຸມໃສການຈັດຕັ້ງປະຕິບັດເອກະສານກຽ່ວກັບເນື້ອໃນ ແລະມາດຖານການສ້າງບ້ານ ແລະກຸ່ມບ້ານພັດທະນາໂດຍເລັ່ງໃສ່ຈໍານວນ 4 ກຸ່ມວຽກໃຫຍ່ຂອງເອກະສານກຽ່ວກັບວຽກງານ 3 ສ້າງ ແລະນິຕິກໍາຕ່າງໆທີ່ຕິດພັນກັບວຽກງານຂັ້ນບ້ານ, ເຊິ່ງໄດ້ຈັດແບ່ງຢູ່ໃນຈໍານວນ 12 ບ້ານຂອງເມືອງແກ້ວອຸດົມ, ມີຄະນະພັກ-ຄະນະນໍາ ສມປຊ ຈໍານວນ 1 ທ່ານ, ພະນັກງານຄູອາຈານຈໍານວນ 20 ທ່ານ, ຍິງ 6 ທ່ານ, ຂັ້ນເມືອງ-ກຸ່ມບ້ານຈໍານວນ 5 ທ່ານ, ຂັ້ນບ້ານຈໍານວນ 12 ທ່ານ ແລະຈໍານວນນັກສຶກສາລະບົບປະລີນຍາໂທ ຮຸ່ນທີ XXຈໍານວນ 140 ທ່ານ,ຍິງ 34 ທ່ານ.

    ນອກຈາກນັ້ນທ່ານ ວິລະວຸດ ປະກິດ ເລຂາພັກເມືອງເຈົ້າເມືອງໆແກ້ວອຸດົມ ກໍໄດ້ຂຶ້ນລາຍງານແຜນພັດທະນາເສດຖະກິດສັງຄົມໂດຍຫຍໍ້ຂອງເມືອງແກ້ວອຸດົມ ແລະກ່າວມອບຄະນະຮັບຜິດຊອບຈໍານວນ 21 ທ່ານ,ຍິງ 7 ທ່ານພ້ອມດ້ວຍນັກສຶກສາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລະບົບປະລີນຍາໂທ ຮຸ່ນທີ XX ຈໍານວນ 140 ທ່ານ, ຍິງ 34 ທ່ານໃຫ້ຄະນະຮັບຜິດຊອບແຕ່ລະກຸ່ມບ້ານ,ນາຍບ້ານໄດ້ນໍາພາ ແລະໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກເປັນຕົ້ນແມ່ນບ່ອນພັກອາໃສຊົ່ວຄາວ, ລວມເຖິງການເຄື່ອນໄຫວວຽກງານເພື່ອໃຫ້ການລົງກໍ່ສ້າງຮາກຖານການເມືອງຢູ່ເມືອງແກ້ວອຸດົມໃນຄັ້ງນີ້ມີຜົນສໍາເລັດຕາມຄາດໜາຍທີ່ວາງໄວ້.

          ໃນຕອນທ້າຍພິທີ ປະທານໄດ້ເນັ້ນຕໍ່ຄະນະຮັບຜິດຊອບລວມ, ຄະນະຮັບຜິດຊອບຂັ້ນເມືອງ ແລະກຸ່ມບ້ານ, ຄະນະຄູ-ອາຈານ, ຄະນະນັກສຶກສາໃຫ້ຕັ້ງໃຈ ໃຫ້ເອົາໃຈໃສ່ໃນການລົງຮາກຖານຄັ້ງນີ້ຢ່າງຕັ້ງໜ້າ ແລະປະກອບສ່ວນທາງດ້ານກໍາລັງແຮງ ແລະຈິດໃຈຢ່າງເຕັມສ່ວນ ເພື່ອຊ່ວຍພັດທະນາບ້ານ, ເມືອງໃຫ້ມີການພັດທະນາຫຼາຍຂຶ້ນກວ່າເກົ່າ.

ພາບ: ນັກຂ່າວເມືອງແກ້ວອຸດົມ ແຂວງວຽງຈັນ

ຂ່າວ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ