ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີລາຍງານເພີ່ມ ໃນຫົວຂໍ້: “ພາລະບົດບາດ ຂອງທະນາຄານແຫ່ງ ສປປ ລາວ ແລະການຄຸ້ມຄອງທະນາຄານທຸລະກິດ ຢູ່ສາຂາພາກເໜືອ ແຂວງຊຽງຂວາງ”
ໃນຕອນແລງວັນທີ 6 ສິງຫາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີລາຍງານເພີ່ມ ໃນຫົວຂໍ້: “ພາລະບົດບາດ ຂອງທະນາຄານແຫ່ງ ສປປລາວ ແລະການຄຸ້ມຄອງທະນາຄານທຸລະກິດ ຢູ່ສາຂາພາກເໜືອ ແຂວງຊຽງຂວາງ”.ພາຍໃຕ້ການເປັນປະທານ ຂອງທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີທ່ານ ສອນສະຫວັນ ສໍພາບມີໄຊ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ…
