ໃນວັນທີ 4 ສິງຫາ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສ້າງຂະບວນການອອກແຮງງານລວມທົ່ວ ສມປຊ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ ທີ່ຈະມາເຖິງໃນມໍ່ໆນີ້ ເຊິ່ງເປັນເຫດການ ທີ່ສຳຄັນ ຂອງ ສມປຊ.

         ການ​ອອກແຮງ​ງານ​ໄດ້ສຸມ​ໃສ່​ການຕັດຫຍ້າເດີ່ນກິລາ, ຕັດຫຍ້າຂອບເຂດຮັບຜິດຊອບ ຂອງແຕ່ລະພາກສ່ວນ ພາຍໃນ ສມປຊ ພ້ອມທັງມີການປັດກວາດຕາມຂອບເຂດລຽບຕາມເສັ້ນທາງ ພາຍໃນ ສມປຊ ແລະເດີ່ນໜ້າຮູບປັ້ນ ປະທານໄກສອນ ພົມວິຫານ ໃຫ້ມີຄວາມສະອາດຈົບງາມ. ການອອກແຮງງານດັ່ງກ່າວ ແມ່ນການມີສ່ວນຮ່ວມຈາກພະນັກງານ, ຄູ-ອາຈານ ຂອງແຕ່ລະຄະນະຕ່າງໆ, ແຕ່ລະກົມ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະຫ້ອງການ ກໍຄືສາມອົງການຈັດຕັ້ງມະຫາຊົນ ແລະນັກສຶກສາທຸກຮຸ່ນທຸກລະບົບ ກໍໄດ້ເຮັດເປັນຂະບວນຟົດຟື້ນຫ້າວຫັນ ແລະເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອສ້າງຂະບວນການອອກແຮງງານລວມຄັ້ງນີ້ ດ້ວຍຜົນສໍາເລັດຢ່າງຈົບງາມ.

                                                               ຂ່າວ/ພາບ: ຕາອັອດ ແສນທະວີສຸກ

                                                               ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ