ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 8 ສິງຫາ 2025 ເປັນເວລາ 1 ວັນເຕັມ ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານ ຂອງອົງຄະນະພັກ, ສ້າງການຫັນປ່ຽນໃນວຽກງານບໍາລຸງ-ກໍ່ສ້າງພະນັກງານ, ຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃນທົ່ວລະບົບໂຮງຮຽນພັກ ຢ່າງແຂງແຮງ, ເລິກເຊິ່ງ, ປະດິດສ້າງ ແລະ ທັນສະໄໝ”. ພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍແຂກຮັບເຊີນ ຈາກອະດີດການນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ອົງການອ້ອມຂ້າງສູນກາງພັກ, ສະຖາບັນການສຶກສາ, ໂຮງຮຽນການເມືອງ-ການປົກຄອງແຂວງ, ນະຄອນຫຼວງ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ຄະນະພັກເມືອງ, ບ້ານ, ສະມາຊິກພັກພະນັກງານ, ຄູ-ອາຈານ, ນັກສຶກສາ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດເຂົ້າໃນການເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ກ່າວໄຂກອງປະຊຸມໃຫຍ່. ເຊິ່ງສະຫາຍ ໄດ້ເນັ້ນໜັກວ່າ: “ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ VI ຂອງອົງຄະນະພັກ ສະຖາບັນ ເປັນກອງປະຊູມທີ່ມີຄວາມໝາຍສຳຄັນຍິ່ງ ໃນຊີວິດການເມືອງຂອງພັກ ກໍຄືຂອງສະຖາບັນ, ເປັນການປະຕິບັດຫຼັກການຈັດຕັ້ງ, ແບບແຜນນຳພາວິທີເຮັດວຽກ, ເປັນບັ້ນດຳເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກ ຢູ່ໃນທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ”. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະພັກຊຸດທີ V ແລະ ແຜນພັດທະນາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄລຍະ 2026-2030. ໃນນັ້ນ ໄດ້ຕີລາຄາດ້ານດີ, ຂໍ້ຄົງ ຄ້າງ, ສາເຫດ, ບົດຮຽນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນ 5 ປີຜ່ານມາ, ພ້ອມນີ້ ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະສັນກັນຮັບຮອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ (2026-2030) ສັງລວມດັ່ງນີ້:
ໜຶ່ງ, ການນໍາພາທາງດ້ານການເມືອງ-ແນວຄິດ: ຄະນະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍາມໃດກໍ່ຖືວຽກງານການເມືອງ-ແນວຄິດເປັນວຽກງານກົກ, ເປັນວຽກງານບູລິມະສິດອັນສຳຄັນອັນດັບໜຶ່ງໃນການຈັດຕັ້ງ ແລະ ການເຄື່ອນໄຫວນຳພາ ຂອງຕົນ. ໃນໄລຍະຜ່ານມາສາມາດຈັດຕັ້ງເຊື່ອມຊຶມບັນດາເອກະສານທີ່ສໍາຄັນ ຂອງພັກ-ລັດ ລວມທັງໝົດ 40 ຄັ້ງ, 51 ເອກະສານ, ມີສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມທັງໝົດ 10.490 ເທື່ອສະຫາຍ, ຍິງ 3.817 ເທື່ອສະຫາຍ.
ສອງ, ການນໍາພາປະຕິບັດໜ້າທີ່ການເມືອງ:
ທາງດ້ານວຽກງານການຮຽນ-ການສອນ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ປ່ຽນແປງໃໝ່ເນື້ອໃນ, ຫຼັກສູດ, ວິທີການສິດສອນທິດສະດີການເມືອງ ແນໃສ່ຍົກສູງຄຸນນະພາບການກໍ່ສ້າງ, ບໍາລຸງພະນັກງານນໍາພາສືບທອດປ່ຽນແທນ, ພະນັກງານນຳພາ-ຄຸ້ມຄອງຂັ້ນກາງ, ຂັ້ນສູງໃນລະ ບົບການເມືອງ ໂດຍໄດ້ພັດທະນາຫຼັກສູດ ຂັ້ນກາງ ແລະ ຂັ້ນສູງ, ຫຼັກສູດຝຶກອົບຮົມຕາມຫົວຂໍ້ສະເພາະ ແລະ ພັດທະນາຫຼັກສູດລະບົບກໍ່ສ້າງປະລິນຍາໂທການເມືອງ-ການປົກຄອງ 7 ສາຂາວິຊາ (ສ້າງໃໝ່); ສ້າງຫຼັກສູດປະລິນຍາເອກ 4 ສາຂາວິຊາ (ສາຂາປັດຊະຍາ, ສາຂາເສດຖະສາດການເມືອງ, ສາຂາກໍ່ສ້າງພັກ ແລະ ສາຂາການປົກຄອງ) ເຊິ່ງໄດ້ຮັບອະນຸມັດໃຫ້ຈັດຕັ້ງປະຕິບັດ ຈາກກະຊວງສຶກສາທິການ ແລະ ກິລາແລ້ວ 2 ສາຂາ (ສາຂາປັດຊະຍາ ແລະ ສາຂາເສດຖະສາດການເມືອງ) ແລະອື່ນໆ. ຕະຫຼອດໄລຍະ 5 ປີຜ່ານມາ ມີພະນັກ ງານນໍາພາ-ຄຸ້ມຄອງ ຂັ້ນຕ່າງໆ ໄດ້ມາບໍາລຸງຍົກລະດັບໄລຍະສັ້ນໃນລະບົບຕ່າງໆ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັງໝົດ 2.162 ສະຫາຍ, ຍິງ 691 ສະຫາຍ.
ທາງດ້ານການນຳພາວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ: ໄດ້ຕັ້ງໜ້ານຳພາ-ຊີ້ນຳການຄົ້ນ ຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ເພື່ອຮັບໃຊ້ການຮຽນ-ການສອນ, ປະກອບສ່ວນບູລະນະແນວທາງຂອງພັກ ໃຫ້ບໍລິບູນຂຶ້ນຕື່ມ, ປະກອບສ່ວນປົກປ້ອງຄວາມຜ່ອງໃສ ຂອງລັດທິມາກ-ເລນິນ, ແນວຄິດ ໄກ ສອນ ພົມວິຫານ, ມູນເຊື້ອອັນດີງາມ ຂອງຊາດ, ຂອງພັກ. ໃນ 5 ປີ ຜ່ານມາ ສາມາດຄົ້ນຄວ້າສໍາເລັດ 99 ຫົວຂໍ້ໃຫຍ່, ມີ 520 ຫົວຂໍ້ຍ່ອຍ; ສຸມໃສ່ສ້າງປຶ້ມ ແລະ ເອກະສານຮັບໃຊ້ການຮຽນການສອນຮັບໃຊ້ຫຼັກສູດຝຶກອົບຮົມ, ປຶ້ມທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ, ຂັ້ນສູງ ລວມທັງໝົດ 51 ວິຊາ. ຄຸນນະພາບການສິດ ສອນຂອງຄູ-ອາຈານ ແລະຊ່ວຍໃຫ້ຖັນແຖວນັກວິທະຍາສາດ, ພະນັກງານ-ຄູ-ອາຈານ ນັບມື້ນັບເຕີບໃຫຍ່ຂຶ້ນ. ປັດຈຸບັນ ຄູ-ອາຈານມີຕຳແໜ່ງວິຊາການຄູ ເຊັ່ນ: ຮອງສາດສະດາຈານຈໍານວນ 1 ສະຫາຍ, ຕໍາແໜ່ງຂັ້ນອາຈານ 26 ສະຫາຍ, ຍິງ 11 ສະຫາຍ, ຜູ້ຊ່ວຍອາຈານ 20 ສະຫາຍ, ຍິງ 8 ສະຫາຍ.
ທາງດ້ານ ວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ: ສຸມໃສ່ເກັບກຳ ແລະຮີບໂຮມເອກະສານ ກ່ຽວກັບການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ ໄດ້ທັງໝົດ 500 ກວ່າລາຍການ, ລວມມີ 14.000 ກວ່າໜ້າ; ສໍາເລັດການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບແຕ່ລະຂົງເຂດ ລວມທັງ ໝົດ 24 ຫົວຂໍ້ ໃນນັ້ນ, ໄດ້ຈັດພິມເຜີຍແຜ່ຜະລິດຕະພັນອອກສູ່ສັງຄົມ ມີ 8 ຫົວຂໍ້; ກະກຽມສະເໜີສະພາທິດສະດີສູນກາງພັກ ຮັບຮອງ 8 ຫົວຂໍ້, ກຳລັງຮຽບຮຽງຂັ້ນຕອນສຸດທ້າຍເພື່ອກະກຽມພິມ 1 ຫົວຂໍ້; ກໍາລັງສຸມໃສ່ຄົ້ນໃນປັດຈຸບັນ 7 ຫົວຂໍ້.
ທາງດ້ານ ການນຳພາ-ຊີ້ນໍາດ້ານວິຊາການ ຕໍ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະ ຄອນຫຼວງ: ເອົາໃຈໃສ່ຊີ້ນຳດ້ານວິຊາການ ຕໍ່ບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນ ຫຼວງ ໂດຍເອົາໃຈໃສ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຮັບປະກັນໄດ້ຄຸນນະ ພາບ ຕາມມາດຕະຖານທີ່ຫຼັກສູດກໍານົດ, ຊ່ວຍເຫຼືອກໍ່ສ້າງ, ບໍາລຸງພະນັກງານ, ຄູ-ອາຈານ ທັງຢູ່ພາຍໃນ ແລະຕ່າງປະເທດ, ສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງຮຽນ ຢ່າງເປັນປົກກະຕິຕໍ່ ແລະເນື່ອງ ພິເສດແມ່ນຫຼັກສູດ ຂັ້ນຕົ້ນ ສາມາດຈັດໄດ້ 85 ຊຸດ, ມີນັກສຶກສາຈໍານວນ 4.305 ສະຫາຍ, ຍິງ 1.356 ສະຫາຍ; ຂັ້ນກາງ ຈັດໄດ້ 58 ຊຸດ, ມີນັກສຶກສາຈຳນວນ 3.150 ສະຫາຍ, ຍິງ 651 ສະຫາຍ.
ທາງດ້ານ ການນຳພາ-ຊີ້ນຳວຽກງານຂໍ້ມູນຂ່າວສານການເມືອງ-ການປົກຄອງ: ຮັບການປັບປຸງດ້ານເນື້ອໃນສອດຄ່ອງກັບເຫດການຕົວຈິງ ແລະ ການເກັບກຳຂ່າວສານໄດ້ທ່ວງທັນກັບສະພາບການ ສາມາດເກັບກຳຂ່າວພາຍໃນ ສມປຊ ໄດ້ 491 ຄັ້ງ, ຂຽນຂ່າວ ແລະ ບັນນາທິການຂ່າວການເຄື່ອນໄຫວພາຍໃນ ໄດ້ທັງໝົດ 389 ຂ່າວ, ລົງເວັບໄຊ 389 ຂ່າວ; ວາລະສານໄດ້ຮັບການຈັດພິມ 61 ສະບັບ, ສາມາດຕອບສະໜອງການບໍລິການຢືມ-ສົ່ງປຶ້ມໄດ້ທັງໝົດ 34.012 ເທື່ອຄົນ. ຂົນຂວາຍ ແລະຈັດຊື້ປຶ້ມ, ເອກະສານ, ໜັງສືພິມ ແລະວາລະສານ ເຂົ້າຫໍສະໝຸດ 16.243 ຫົວ.
ສາມ, ກົງຈັກການຈັດຕັ້ງບໍລິະຫານລັດ ໄດ້ຮັບການປັບປຸງຕາມທິດກະທັດຮັດ, ປະສິດທິຜົນ, ປະ ກອບມີ 12 ໜ່ວຍງານຂັ້ນກົມ. ໃນນັ້ນ, ມີ 1 ຫ້ອງການ, 4 ກົມ, 5 ຄະນະ ແລະ 2 ສູນ, ມີ 38 ພະແນກ ແລະທຽບເທົ່າ ການຈັດຕັ້ງໄດ້ຮັບການພັດທະນາ ແລະເຕີບໃຫຍ່ເຂັ້ມແຂງຂຶ້ນ, ພະນັກງານ-ລັດຖະກອນ ໄດ້ຮັບການສະເໜີແຕ່ງຕັ້ງເປັນຮອງຫົວໜ້າສະຖາບັນ 2 ສະຫາຍ, ຍິງ 1 ສະຫາຍ; ຕຳແໜ່ງຂັ້ນຫົວໜ້າກົມ 7 ສະຫາຍ, ຍິງ 2 ສະຫາຍ, ຮອງຫົວໜ້າກົມ 17 ສະຫາຍ, ຍິງ 7 ຄົນ; ຂັ້ນຫົວໜ້າພະແນກ 24 ສະຫາຍ, ຍິງ 5 ສະຫາຍ, ຮອງຫົວໜ້າພະແນກ 26 ສະຫາຍ, ຍິງ 15 ສະຫາຍ.
ສີ່, ການນໍາພາວຽກງານພັກ-ພະນັກງານ: ທົ່ວອົງຄະນະພັກມີ 14 ໜ່ວຍພັກ, ໃນນັ້ນ, ໜ່ວຍພັກພະ ນັກງານ, ຄູ-ອາຈານ 7 ໜ່ວຍພັກ, ໜ່ວຍພັກບຳນານ 1 ໜ່ວຍ, ໜ່ວຍພັກນັກສຶກສາ 6 ໜ່ວຍ. ສະມາຊິກພັກທັງໝົດ ມີ 503 ສະຫາຍ, ຍິງ 159 ສະຫາຍ. ຮັບຮອງແຜນການໜ່ວຍພັກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງໝົດ 59 ເທື່ອໜ່ວຍພັກ, ມີ 27 ເທື່ອໜ່ວຍພັກຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ; ປະເພດກາງ 32 ເທື່ອໜ່ວຍພັກ ແລະ ບໍ່ໄດ້ຈັດແບ່ງປະເພດ 16 ເທື່ອໜ່ວຍພັກ; ມີສະ ມາຊິກພັກແຂງ 2.279 ເທື່ອສະຫາຍ, ຍິງ 714 ເທື່ອສະຫາຍ; ສະມາຊິກພັກກາງ ມີ 48 ເທື່ອສະ ຫາຍ, ຍິງ 14 ເທື່ອສະຫາຍ. ພ້ອມກັນນັ້ນ ໄດ້ອອກບັດ ແລະມອບບັດສະມາຊິກພັກ ໄດ້ 248 ສະຫາຍ, ຍິງ 76 ສະ ຫາຍ; ສາມາດຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າໄດ້ 81 ສະຫາຍ, ຍິງ 36 ສະຫາຍ. ຄະນະບໍລິຫານງານພັກ ສະຖາບັນ ໄດ້ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານໜຸ່ມຢ່າງຈົດຈໍ່ ຖືການບຳລຸງ-ກໍ່ສ້າງພະນັກງານ “ເປັນວຽກ ງານກົກ” ສົ່ງພະນັກງານໄປກໍ່ສ້າງ ຢູ່ພາຍໃນປະເທດໃນລະບົບອະນຸປະລິນຍາ, ປະລິນຍາຕີ, ປະລິນຍາໂທ, ປະ ລິນຍາເອກທັງໝົດ 34 ສະຫາຍ, ຍິງ 12 ສະຫາຍ ແລະສົ່ງພະນັກງານເຂົ້າບຳລຸງຕາມຫົວຂໍ້ຕ່າງໆ ຢູ່ ພາຍໃນ ແລະຕ່າງປະເທດ ໄດ້ທັງໝົດ 308 ເທື່ອສະຫາຍ, ຍິງ 139 ເທື່ອສະຫາຍ.
ຫ້າ, ການນໍາພາອົງການຈັດຕັ້ງມະຫາຊົນ: ເອົາໃຈໃສ່ນໍາພາ-ຊີ້ນຳຢ່າງເປັນປະຈຳ ຕໍ່ອົງການຈັດຕັ້ງມະຫາຊົນ, ສ້າງເງື່ອນໄຂໃຫ້ບັນດາອົງການຈັດຕັ້ງມະຫາຊົນປັບປຸງການຈັດຕັ້ງ ແລະບຸກຄະລາກອນ ຢູ່ໃນກົງຈັກໃຫ້ມີຄວາມໜັກແໜ້ນ, ສຶກສາອົບຮົມສະມາຊິກ ໃຫ້ມີຄວາມຕື່ນຕົວປະຕິວັດ ເຊື່ອໝັ້ນຢ່າງຕາຍໃຈຕໍ່ການນໍາພາ ຂອງພັກ, ເຮັດໃຫ້ຂະບວນການ ຂອງອົງການຈັດຕັ້ງມະຫາຊົນມີຄວາມຝົດຝື້ນ, ສະມາຊິກແຕ່ລະອົງການໄດ້ເຂົ້າຮ່ວມປະຕິບັດຂໍ້ແຂງຂັນ ຂອງອົງການຈັດຕັ້ງຕົນຢ່າງກວ້າງຂວາງມີປະສິດທີຜົນ ສາມາດຄັດເລືອກໄດ້ແມ່ຍິງ 3 ດີຄື: ປະເພດ I ຈໍານວນ 104 ເທື່ອສະຫາຍ; ປະເພດ II ຈໍານວນ 8 ສະຫາຍ; ຮາກຖານ 3 ດີ ປະເພດ I ຈໍານວນ 6 ຮາກຖານ; ຮາກຖານຊາວໜຸ່ມທີ່ໄດ້ຮັບການປະເມີນເປັນຮາກຖານ 4 ບຸກ ຈໍານວນ 51 ເທື່ອຮາກຖານ; ສະມາຊິກຊາວໜຸ່ມ 4 ບຸກ 1.537 ເທື່ອສະຫາຍ, ຍິງ 568 ເທື່ອສະຫາຍ; ປະເມີນ 5 ເປັນເຈົ້າໄດ້ທັງໝົດ 70 ເທື່ອຮາກຖານ, ມີສະມາຊິກກຳມະບານ 5 ເປັນເຈົ້າ 2.934 ເທື່ອສະຫາຍ, ຍິງ 972 ເທື່ອສະຫາຍ ແລະ ໄດ້ຮັບທຸງໄຊ 5 ເປັນເຈົ້າ 1 ຜືນ.
ຫົກ, ການນໍາພາວຽກງານພົວພັນກັບຕ່າງປະເທດ: ຍາມໃດກໍຢຶດໝັ້ນ ແລະເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະປະຊາ ຊົນສອງຊາດ ລາວ-ຫວຽດນາມ; ສປ ຈີນ; ມະຫາວິທະຍາໄລ ອີໂກໂລເປດພັກກອມມູນິດ ສກູບາ; ສະຖານ ທູດອົດສະຕຣາລີ, ອົງການໄຈກາ ແລະສະຖາບັນການສຶກສາຕ່າງໆ ໃນການບໍາລຸງພະນັກງານ ບົນພື້ນຖານແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື” ຂອງພັກ, ດ້ວຍທິດນໍາ ການທູດປ້ອງກັນເຫດ, ເສີມຂະຫຍາຍການທູດປະຊາຊົນ.
ກອງປະຊຸມໄດ້ເປັນເອກະພາບສູງຮັບຮອງເອົາ 6 ທິດທາງນຳພາ-ຊີ້ນຳ ແຕ່ລະວຽກງານແຕ່ປີ 2026-2030 ດັ່ງລຸ່ມນີ້:
ໜຶ່ງ, ຍົກສູງບົດບາດການນໍາພາຂອງອົງຄະນະພັກສະຖາບັນ ໃຫ້ພົ້ນເດັ່ນຂຶ້ນ ສາມາດເປັນແກ່ນສານແຫ່ງຄວາມສາມັກຄີ, ເປັນແກ່ນສານແຫ່ງສະຕິປັນຍາ, ເປັນແກ່ນສານແຫ່ງການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງສະຖາບັນໃນຊຸມປີຕໍ່ໜ້າຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ; ເສີມສ້າງບົດບາດ ແລະ ຄວາມສາມາດນຳພາຂອງບັນດາໜ່ວຍພັກ ຕາມມາດຖານຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ຖືເປັນໜ້າທີ່ໃຈກາງໃນການຂັບເຄື່ອນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງສະຖາບັນ; ບົດບາດ ຂອງບັນດາອົງການຈັດຕັ້ງມະຫາຊົນ ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ.
ສອງ, ນໍາພາພັດທະນາສະຖາບັນ ແລະ ສ້າງເປັນສູນກາງແຫ່ງການຄົ້ນຄວ້າທິດສະດີ-ພຶດຕິກໍາ ແລະ ການບຳລຸງ, ກໍ່ສ້າງພະນັກງານການເມືອງ-ການປົກຄອງ ຕອບສະໜອງໃຫ້ແກ່ການຍູ້ແຮງແນວທາງປ່ຽນແປງ ໃໝ່ສູ່ລ່ວງເລິກ.
ສາມ, ປັບປຸງ, ສ້າງຫຼັກສູດ ແລະ ສ້າງຖັນແຖວນັກທິດສະດີ, ນັກຄົ້ນຄວ້າ, ນັກວິເຄາະ, ວິໄຈການເມືອງ-ການປົກຄອງຂອງພັກ ຕອບສະໜອງພາລະກິດປະຕິວັດຂອງພັກ ໃນໄລຍະໃໝ່; ປັບປຸງວຽກງານຄົ້ນຄວ້າວິທະຍາ ສາດ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະ ຄອນຫຼວງ ໃຫ້ມີຈຸດສຸມທາງດ້ານການຄົ້ນຄວ້າ, ວິໄຈດ້ານວິທະຍາສາດ, ຄົ້ນຄວ້າແນວຄິດໄກສອນ ພົມ ວິຫານ ໃຫ້ເປັນລະບົບ ເພື່ອໃຫ້ສາມາດນໍາໃຊ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນຢ່າງແທ້ຈິງ, ທັນຍຸກທັນສະໄໝ, ສາມາດແກ້ໄຂບັນຫາຕັ້ງຂຶ້ນ ໃນປັດຈຸບັນ;
ສີ່, ເສີມຂະຫຍາຍບົດບາດ ແລະ ລັກສະນະນໍາພາ ຂອງລະບົບໂຮງຮຽນພັກ ຕາມທິດຮັບປະກັນລັກສະ ນະວິທະຍາສາດ, ປະດິດສ້າງ, ທັນສະໄໝ ແລະ ເອົາທິດສະດີ ຕິດພັນກັບພຶດຕິກໍາ, ເນັ້ນການຝຶກອົບຮົມຕາມຫົວຂໍ້ສະເພາະ ສ້າງຄວາມເຂົ້າໃນເປັນເອກະພາບ ເພື່ອຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ, ໃນຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ, ທັງຊີ້ນໍາການຈັດຕັ້ງປະຕິບັດຕົວຈິງ ໃຫ້ເປັນຮູບປະທໍາ ໃນຂະແໜງການ ແລະ ທ້ອງຖິ່ນຮາກຖານ.
ຫ້າ, ພັດທະນາໂຄງລ່າງພື້ນຖານ, ວັດຖຸເຕັກນິກ ແລະ ອຸປະກອນເຄື່ອງມືຮັບໃຊ້ ຂອງສະຖາບັນ ຕາມທິດຫັນເປັນທັນສະໄໝ ຮອງຮັບໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ໃນໄລຍະໃໝ່; ກໍ່ສ້າງສະຖາບັນການເມືອງ-ການປົກຄອງປະຈໍາເຂດພາກໃຕ້ (ແຂວງຈໍາປາສັກ), ບູລະນະອາຄານສະຖານທີ່, ຫ້ອງຮຽນ, ຫ້ອງ ການ ໃຫ້ສາມາດຮອງຮັບຊຸດຮຽນຕ່າງໆ ທີ່ຈະເພີ່ມຂຶ້ນໃນຕໍ່ໜ້າ.
ຫົກ, ເສີມຂະຫຍາຍ ແລະ ເປີດກວ້າງການຮ່ວມມືກັບສະຖາບັນການສຶກສາທັງຢູ່ພາຍໃນ ແລະ ຕ່າງປະເທດ, ຍົກລະດັບສະຖາບັນ ຫຍັບມໍ່ເຂົ້າກັບມາດຕະຖານພາກພື້ນ ແລະ ສາກົນເທື່ອລະກ້າວ; ສືບຕໍ່ຕັ້ງໜ້າຂະ ຫຍາຍການຮ່ວມມືຮອບດ້ານ ກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສສ ຫວຽດນາມ ແລະ ບັນດາສະຖາບັນຂຶ້ນກັບ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ເພີ່ມທະວີການຮ່ວມມືກັບໂຮງຮຽນພັກສູນກາງພັກກອມມູນິດຈີນ ແລະ ໂຮງຮຽນການເມືອງ-ການປົກຄອງ ຂອງບັນດາແຂວງ ຂອງ ສປ ຈີນ; ສືບຕໍ່ຮ່ວມມືກັບໂຮງຮຽນນີໂກໂລເປດ ຂອງ ສ.ກູບາ ໃຫ້ເຂົ້າສູ່ຄຸນນະພາບໃໝ່ ແລະ ສືບຕໍ່ເປີດກວ້າງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ ຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.






ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ກຳນົດໄວ້ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 12 ສະຫາຍ, ຍິງ 4 ສະຫາຍ ແລະ ເລືອກໄດ້ 9 ສະຫາຍ, ຍິງ 3 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວອົງຄະນະພັກ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ໃຫ້ມີຜົນສໍາເລັດໃໝ່, ສ້າງໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ໃນການພັດທະນາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄື:
- ສະຫາຍ ຮສ ພູວົງ ອຸ່ນຄຳແສນ
- ສະຫາຍ ປອ ດາວສະຫວັນ ເຄືອມີໄຊ
- ສະຫາຍ ປອ ຄຳໃບ ມາລາສິງ
- ສະຫາຍ ປທ ນ. ພອນໄຊ ລາດຊະວົງ
- ສະຫາຍ ປອ ສາຍຄຳ ມູນມະນີວົງ
- ສະຫາຍ ປອ ສຸພາວະດີ ຫຼ້າຄຳສາຍ
- ສະຫາຍ ປອ ນ. ລຳພູນ ດວນສຸວັນ
- ສະຫາຍ ປອ ສີສົມພອນ ວົງພະຈັນ
- ສະຫາຍ ປອ ນ. ໄກສອນ ຈັນສີນາ
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຸດທີ VI ໄດ້ເລືອກຕັ້ງເອົາຄະນະປະຈຳພັກ, ເລືອກເອົາເລຂາ, ຮອງເລຂາ ແລະເປັນເອກະພາບເລືອກເອົາ ປະທານ, ຮອງປະທານກວດກາ ດັ່ງນີ້:
1). ເລືອກຕັ້ງເອົາຄະນະປະຈຳພັກດັ່ງນີ້:
- ສະຫາຍ ຮສ ພູວົງ ອຸ່ນຄຳແສນ
- ສະຫາຍ ປອ ດາວສະຫວັນ ເຄືອມີໄຊ
- ສະຫາຍ ປອ ຄຳໃບ ມາລາສິງ
2). ເລືອກເອົາເລຂາ ແລະ ຮອງເລຂາ ໄດ້ດັ່ງນີ້:
- ສະຫາຍ ຮສ ພູວົງ ອຸ່ນຄຳແສນ ເປັນເລຂາຄະນະບໍລິຫານງານພັກ
- ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ເປັນຮອງເລຂາຄະນະບໍລິຫານງານພັກ
3). ເລືອກຕັ້ງເອົາ ປະທານ, ຮອງປະທານກວດກາ ດັ່ງນີ້:
1). ສະຫາຍ ປອ ຄຳໃບ ມາລາສິງ ເປັນປະທານ
2). ສະຫາຍ ປທ ສົມສີ ຈັນຕະພົມ ເປັນຮອງປະທານ
3). ສະຫາຍ ປທ ນ. ອານົງ ຂັນທະຍົງ ເປັນຮອງປະທານ.
ກອງປະຊຸມຄັ້ງນີ້ຜູ້ແທນກອງປະຊຸມຍັງໄດ້ໃຊ້ສິດຂອງຕົນປ່ອນບັດເລືອກເອົາຜູ້ແທນສົມບູນ ແລະສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວໃນຄັ້ງຕໍ່ໄປທີ່ຈະມາເຖິງນີ້.
ທ້າຍພິທີສະຫາຍ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນ ແລະສະແດງຄວາມຊົມເຊີຍຕໍ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງນີ້ ເຊິ່ງສະຫາຍໄດ້ເນັ້ນບາງຈຸດດັ່ງນີ້:
1) ຕ້ອງໄດ້ເພີ່ມທະວີວຽກງານການເມືອງ-ແນວຄິດ ໂດຍສຸມໃສ່ລົງເລິກຄົ້ນຄວ້າ, ສັງລວມບັນດາບົດຮຽນປະສົບການ ແລະ ຫມູນໃຊ້ ຢ່າງປະດິດສ້າງ, ສະດຸ້ງໄວ ໃນການກໍາກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເຫຼົ່ານັ້ນ ເພື່ອສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ ໃນການປະຕິບັດໜ້າທີ່ການເມືອງ ຂອງສະຖາບັນ ເພື່ອຍົກສູງຄຸນນະພາບ, ປະ ສິດທິພາບ ຂອງການຄົ້ນຄວ້າວິທະຍາສາດ ແລະ ການສິດສອນ ໃນເງື່ອນໄຂໃໝ່ໃຫ້ນັບມື້ດີຂຶ້ນ.
2) ສະຖາບັນ ຕ້ອງກຳແໜ້ນພາລະບົດບາດ, ໜ້າທີ່ການເມືອງ ຂອງຕົນ, ສ້າງການຫັນປ່ຽນຢ່າງ ຕັ້ງໜ້າໃນການກໍ່ບຳລຸງ-ກໍ່ສ້າງພະນັກ ງານນໍາພາ-ຄຸ້ມຄອງ ຂອງພັກ ໃຫ້ມີຄວາມໜັນແໜ້ນທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ຍຶດໝັ້ນຕໍ່ອຸດົມການຂອງພັກ, ມີລະດັບຄວາມສາມາດໃນການນໍາພາ-ຄຸ້ມຄອງ ເອົາຄວາມຮູ້ທາງດ້ານທິດສະດີ ນໍາໃຊ້ກັບພຶດຕິກຳຕົວຈິງ ໃນການນໍາພາ-ຄຸ້ມຄອງ ຢູ່ແຕ່ຂັ້ນ, ຕ້ອງສ້າງໃຫ້ໄດ້ແຫຼ່ງພະນັກງານນໍາພາ-ຄຸ້ມຄອງ ທີ່ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຮັບຜິດຊອບດ້ານການເມືອງສູງສົ່ງ. ສະຖາບັນ ຕ້ອງຖືເອົາຄວາມຮຽກຮ້ອງຕ້ອງການດັ່ງກ່າວ ເພື່ອສ້າງໂຄງການຫຼັກສູດບໍາລຸງ, ສະຫາຍເລຂາທິການໃຫຍ່ ໄດ້ໃຫ້ທັດສະນະຊີ້ນໍາວ່າ: ຕ້ອງຮັບປະກັນໃຫ້ໄດ້ ສາມເປັນ, ເຈັດຮູ້: (ສາມເປັນ: ເປັນຄົນດີ, ເປັນຄົນເກັ່ງ, ເປັນຜູ້ຫ້າວຫັນປະຕິວັດ. ເຈັດຮູ້: ຮູ້ເຮັດວຽກ, ຮູ້ເສຍສະຫຼະ, ຮູ້ອັນຖືກ-ອັນຜິດ, ຮູ້ວາງແຜນ, ຮູ້ຈັດຕັ້ງປະຕິ ບັດແຜນ ຂອງກົມກອງ-ທ້ອງຖິ່ນຕົນ, ຮູ້ການເຮັດວຽກທີ່ຖືກຫຼັກການ, ມີວິທະຍາສາດ, ປະດິດສ້າງ ແລະ ຮູ້ດໍາລົງຊີວິດທີ່ເປັນແບບຢ່າງ, ເປັນຕົວແບບໃຫ້ມະຫາຊົນຮັກແພງ, ໃຫ້ມະຫາຊົນນັບຖື ແລະ ໃຫ້ມະຫາຊົນເດີນຕາມ).
3) ສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງເລິກເຊິ່ງ, ວຽກງານຄົ້ນຄວ້າວິທະຍາສາດ, ປະສານສົມທົບຢ່າງສະໜິດແໜ້ນ ລະຫວ່າງຄົ້ນຄວ້າທິດສະດີ ກັບສະຫຼຸບພຶດຕິກຳ. ສຸມໃສ່ຄົ້ນຄວ້າ, ສ້າງຄວາມກະຈ່າງແຈ້ງທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກໍຄືຂໍ້ຂັດແຍ່ງພື້ນຖານທາງດ້ານແນວຄິດທິດສະດີ ແລະ ພຶດຕິກໍາ ເພື່ອໃຫ້ຄໍາປຶກສາແກ່ສູນກາງພັກ ໃນການບູລະນະແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ; ຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳປະຕິວັດ ຂອງພັກ ໃນແຕ່ລະໄລຍະ, ປະສານສົມທົບກັບພາກສ່ວນຕ່າງໆ ເພື່ອຄົ້ນຄວ້າບັນຫາທີ່ມີລັກສະນະຍຸດທະສາດ ແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການບູລະນະລະບົບທິດສະດີ, ວິທະຍາສາດ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ.
4) ສໍາລັບອົງຄະນະພັກສະຖາບັນ ຕ້ອງເອົາໃຈໃສ່ໃນການບໍາລຸງສ້າງຖັນແຖວຄູ-ອາຈານ ແລະ ນັກວິທະຍາສາດ, ຍົກລະດັບທາງດ້ານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳໃຫ້ສູງຂຶ້ນ, ມີຄວາມຮູ້ຄວາມສາ ມາດສູງ ແລະ ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິ ວັດ, ມີຄວາມຮູ້ທາງດ້ານພາສາຕ່າງປະເທດ ແລະ ຄວາມຮູ້ດ້ານວິທິຍາສາດຕ່າງໆ ຢ່າງເປັນລະບົບ, ເປັນວິຊາການດ້ານທິດສະດີທີ່ເລິກເຊິ່ງ, ມີວິທີການສິດສອນ ທີ່ເກັ່ງ, ເປັນມືອາຊີບ, ຮູ້ສົມທົບແໜ້ນ ລະຫວ່າງທິດສະດີ ກັບພຶດຕິກຳ.
5) ສໍາລັບວຽກງານພັກ, ພວກສະຫາຍ ຕ້ອງເດັດດ່ຽວສ້າງສະຖາບັນ ໃຫ້ກາຍເປັນຕົວແບບໃນວຽກງ່ານສ້າງຕັ້ງພັກ, ເປັນຕົວແບບໃນການຮັກສາລະບຽບວິໄນຂອງໂຮງຮຽນ, ລະບຽບວິໄນໃນການຮຽນ “ສອນດີສອນເກັ່ງ, ນັກຮຽນເກັ່ງວິໄນດີ”, ສ້າງໃຫ້ສະຖາບັນກາຍເປັນບ່ອນ “ບົ່ມເຜາະອຸດົມການອັນດີງາມຂອງນັກກອມມູນິດ, ເປັນເບົ້າຫຼອມເຫຼັກກ້າຂອງພັກ” ຕ້ອງເຮັດໃຫ້ພາຍໃນຮົ້ວສະຖາບັນແຫ່ງນີ້ ມີບັນຍາ ກາດ ຫຼື ກິ່ນອາຍ ຂອງຄວາມເປັນສັງຄົມນິຍົມກ່ອນເພິ່ນ ຕາມທີ່ພວກສະ ຫາຍ ໄດ້ຕັ້ງຄາດໝາຍໄວ້ນັ້ນ; ພວກສະຫາຍ ຕ້ອງອອກແຮງສ້າງໃຫ້ ອົງຄະນະພັກສະຖາບັນ ກາຍເປັນອົງຄະນະພັກ ທີ່ເປັນແບບຢ່າງ, ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມາດ ໃນການ ນຳພາ ແລະ ກຳລັງແຮງສູ້ຮົບສູງຂຶ້ນ.
6) ສໍາລັບບັນດາສະຫາຍນັກສຶກສາ ທີ່ຮຽນຢູ່ສະຖາບັນ, ຍິ່ງເປັນກຽດ ແລະ ມີຄວາມເອກອ້າງທີ່ ໄດ້ມີໂອກາດ ມາຮ່ຳຮຽນຢູ່ສະຖາບັນສູງສຸດຂອງພັກ ແລະ ກໍເປັນໂອກາດ ເພື່ອໃຫ້ບັນດາສະຫາຍ ຍົກລະດັບຄວາມຮູ້ທາງດ້ານທິດສະດີວິທະຍາສາດ ແລະ ແນວທາງຂອງພັກຢ່າງເປັນລະບົບ, ຍົກສູງຄວາມສາມາດໃນການຄົ້ນຄວ້າຜັນຂະຫຍາຍ ແລະ ໝູນໃຊ້ທິດສະດີ ເຂົ້າສູ່ຂະບວນການວຽກງານຕົວຈິງ, ມີໂອກາດຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຫຼັກໝັ້ນການເມືອງ, ບຳລຸງສ້າງອຸດົມການປະຕິວັດ ໃຫ້ໜັກແໜ້ນ.















ຂ່າວ, ພາບ ແລະ ບັນນາທິການ: ພະແນກຄົ້ນຄວ້າວິໄຈຂ່າວ
