ກອງປະຊຸມສຳມະນາວິທະຍາສາດສາກົນ 2 ຊາດ 4 ຝ່າຍ ຄື: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂອງ ສປປ ລາວ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຂອງ ສສ ຫວຽດນາມ. ໃນລະຫວ່າງວັນທີ 29-30 ກໍລະກົດ ຜ່ານມານີ້ ທີ່ ແຂວງນິ່ງບິ່ງ ສສ ຫວຽດນາມ. ຄະນະຜູ້ແທນຝ່າຍລາວ ນໍາພາໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ແລະ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ພ້ອມດ້ວຍຄະນະ, ຄະນະຜູ້ແທນຝ່າຍຫວຽດນາມ ນໍາພາໂດຍ ສະຫາຍ ຫວຽນ ຊວັ່ນ ຖັງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ; ສະຫາຍ ຟ່ານ ຈີ ຫຽວ ປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ; ພ້ອມດ້ວຍຄະນະ.

ຈຸດປະສົງຂອງກອງປະຊຸມສໍາມະນາວິທະຍາສາດໃນຄັ້ງນີ້ ເພື່ອເປັນການນຳເອົາຄຸນຄ່າມໍລະດົກເປັນແຫຼ່ງຊັບພະຍາກອນ ເພື່ອພັດທະນາ ທັງສ້າງຜົນປະໂຫຍດທາງດ້ານເສດຖະກິດ, ປົກປັກຮັກສາ ແລະເຜີຍແຜ່ບັນດາຄຸນຄ່າດັ່ງກ່າວຢ່າງຍືນຍົງ, ໂດຍອີງໃສ່ຫຼັກການພື້ນຖານ ຂອງການພັດທະນາເສດຖະກິດ ມໍລະດົກແມ່ນການປະສົມປະສານຢ່າງກົມກຽວ ຂອງການອະນຸລັກ ແລະການພັດທະນາ ຂອງ 2 ປະເທດ. ສສ ຫວຽດນາມ ແລະ ສປປ ລາວ ໄດ້ກຳນົດມໍລະດົກວັດທະນະທຳ ແລະທຳມະຊາດ ແມ່ນມີບົດບາດສຳຄັນໃນການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດ. ສອງຝ່າຍ ແລະສອງລັດ ໄດ້ອອກນະໂຍບາຍສະເພາະ ແລະ ທິດທາງສະເພາະ ເພື່ອພັດທະນາ ແລະເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ຂະແໜງການວັດທະນະທຳ, ພັດທະນາການທ່ອງທ່ຽວແບບຍືນຍົງ, ປົກປັກຮັກສາສິ່ງແວດ. ບັນດານະໂຍບາຍດັ່ງກ່າວ, ໄດ້ສ້າງກອບກົດໝາຍທີ່ສຳຄັນໃນການຄຸ້ມຄອງ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກ, ເຊື່ອມໂຍງຢ່າງແໜ້ນແຟ້ນກັບການອະນຸລັກ ແລະ ພັດທະນາ, ໂດຍສະເພາະແມ່ນການພັດທະນາການທ່ອງ ທ່ຽວ ຕິດພັນກັບການສົ່ງເສີມພາບລັກຂອງຊາດ, ມີວັດທະນະທຳທີ່ເປັນເອກະລັກສະເພາະ, ທິວທັດທຳມະຊາດທີ່ສວຍງາມ, ເປັນທີ່ດຶງດູດຂອງສາກົນ. ນອກຈາກນັ້ນ, ຍັງມີການຊີ້ນຳທີ່ເປັນເອກະພາບຈາກຂັ້ນສູນກາງ ແລະຫຼາຍທ້ອງຖິ່ນ ຂອງທັງສອງປະເທດ.

ໃນໂອກາດດັ່ງກ່າວ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ການຈັດກອງປະຊຸມສໍາມະນາວິທະຍາສາດໃນຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ແມ່ນເວທີການຮ່ວມມືທາງດ້ານວິທະຍາສາດ ຂອງສອງປະເທດ ລາວ ແລະ ຫວຽດນາມ ຊຶ່ງຈະໄດ້ສົນທະນາປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບ “ເສດຖະກິດມໍລະດົກ” ເຂົ້າໃຈກົງກັນວ່າ “ມໍລະດົກ” ໝາຍເຖິງ ທຸກສິ່ງ, ທຸກຢ່າງທີ່ເປັນວັດຖຸ ແລະ ວັດຖຸທີ່ມີຄ່າທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ເພາະສະນັ້ນ, “ມໍລະດົກ” ບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ສປປ ລາວ ຂອງພວກເຮົາ ມີມໍລະດົກຫຼາຍປະເພດ ຊຶ່ງໃນນັ້ນລວມມີ: 1). ມໍລະດົກທາງທໍາມະຊາດ; 2). ມໍລະດົກທາງປະຫວັດສາດ; 3.) ມໍລະດົກທາງວັດທະນະທໍາ. ໂດຍອີງໃສ່ທັດສະນະ ແລະ ແນວທາງແຜນນະໂຍບາຍຂອງພັກປະຊາຊົນປະຕິວັດລາວ ກ່ຽວກັບມໍລະດົກ ຊຶ່ງລັດເຮົາກໍໄດ້ມີຍຸດທະສາດ, ແຜນການ, ກົດໝາຍ ແລະກົດລະບຽບຕ່າງໆ ໃນການຄຸ້ມຄອງ ແລະ ນຳໃຊ້ມໍລະດົກດັ່ງກ່າວ ເຂົ້າໃນການພັດທະນາເສດຖະກິດ ດ້ວຍຫຼາຍຮູບການ. ປັດຈຸບັນ, ສປປ ລາວ ມີສະຖານທີ່ທ່ອງທ່ຽວສະຖານທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ເປີດບໍລິການແລ້ວ 800 ກວ່າແຫ່ງ. ໃນນັ້ນ, ລວມມີສະຖານທີ່ທ່ອງທຽວເປັນມໍລະດົກໂລກ 4 ແຫ່ງ (ນະຄອນຫຼວງພະບາງ, ວັດພູຈຳປາສັກ, ທົ່ງໄຫຫີນຊຽງຂວາງ ແລະປ່າສະຫງວນແຫ່ງຊາດຫີນໜາມໜໍ່). ແຕ່ເຖິງຢ່າງໃດກໍຕາມ, ການພັດທະນາເສດຖະກິດມໍລະດົກ ຢູ່ ສປປ ລາວ ກໍຍັງມີຂໍ້ຄົງຄ້າງ ແລະສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນ: 1). ການປ່ຽນແປງ ແລະຄວາມຍືນຍົງຂອງມໍລະດົກ; 2). ຂໍ້ຂັດແຍ້ງລະຫວ່າງການອະນຸລັກຮັກສາ ແລະຄວາມຕ້ອງການຂອງການພັດທະນາໃນໄລຍະໃໝ່; 3). ສປປ ລາວ ຍັງຂາດຊັບພະຍາກອນມະນຸດ ທີ່ມີຄວາມຮູ້, ຄວາມສາມາດ ແລະຂາດທຶນຮອນຈຳນວນຫຼວງຫຼາຍ ໃນການຂຸດຄົ້ນ.

ໃນວາລະຕອນທ້າຍກອງປະຊຸມ ທ່ານ ຫວຽນ ຊວັ່ນ ຖັງ ໃນນາມເຈົ້າພາບຈັດກອງປະຊຸມໄດ້ກ່າວສະຫຼຸບວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ແມ່ນດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນທີ່ອຸດົມສົມບູນ ແລະມີຄວາມຮັບຜິດຊອບສູງ, ບັນດານັກວິທະຍາສາດທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມຈິດສຸມໃຈຮັບຟັງ ແລະພ້ອມກັນປະກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນບົດຮຽນ ແຕ່ລະບັນຫາດ້ວຍຄວາມຈິງໃຈ ແລະກົງໄປກົງມາ ຊຶ່ງໄດ້ສ້າງຄວາມກະຈ່າງແຈ້ງ ທັງໃນແງ່ທິດສະດີ ແລະພຶດຕິກໍາ ຢ່າງມີຊີວິດຊີວາ, ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະພຶດຕິກໍາໃຫ້ແກ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດ ເປັນຕົ້ນແມ່ນ: 1). ຄວາມຮັບຮູ້ລວມ ກ່ຽວກັບການພັດທະນາເສດຖະກິດມໍລະດົກ; 2). ຄວາມສໍາຄັນຂອງຄວາມກົມກຽວ ລະຫວ່າງການອະນຸລັກ ແລະການພັດທະນາເສດຖະກິດມໍລະດົກ; 3). ບົດບາດຂອງກົນໄກ, ນະໂຍບາຍ ແລະຊັບພະຍາກອນມະນຸດ; 4). ບົດບາດຂອງຊຸມຊົນ ແລະການຮ່ວມມືສາກົນ. ຈາກຜົນສຳເລັດ ແລະຂໍ້ສະເໜີ ຂອງກອງປະຊຸມສໍາມະນາ ຈະຖືກນໍາສະເໜີຕໍ່ການນໍາພັກ-ລັດ ຂອງສອງປະເທດ, ປະກອບ ສ່ວນເຂົ້າໃນການກໍານົດນະໂຍບາຍທີ່ຖືກຕ້ອງ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ແລະ ສປປ ລາວ ຮອດປີ 2030, ວິໄສທັດຮອດປີ 2045 ຢ່າງສໍາເລັດຜົນ.













ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ເພັດທະນູໄຊ ວົງຍະໄຊ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
