ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ຈັດພິທີປິດຝືກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ເລຂາຄະນະພັກບ້ານ, ນາຍບ້ານ ໄລຍະ 10 ວັນ ຊຸດທີ XXIII
ໃນວັນທີ 22 ສິງຫາ 2025 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປິດຝືກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ເລຂາຄະນະພັກບ້ານ, ນາຍບ້ານ ໄລຍະ 10 ວັນ ຊຸດທີ XXIII ໂດຍການເປັນປະທານ ຂອງ ທ່ານ ຄໍາສີ ດັງສະໄຫວ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງນໍ້າທາ, ທ່ານ ບູນໂຄງ ພິມມະສອນ…
