ໃນຕອນແລງວັນທີ 21 ສິງຫາ 2025, ເວລາ 3:00 ທີ່ຫ້ອງຮັບແຂກ ຊັ້ນ 5 ຕຶກ 5 ຊັ້ນ ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະເຂົ້າຢຽມຢາມຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 7 ທ່ານ, ຍິງ 3 ທ່ານ.

ຈຸດປະສົງໃນການລົງຢ້ຽມຍາມໃນຄັ້ງນີ້ ກໍເພື່ອພົບປະ, ທົບທວນເສີມຂະຫຍາຍ, ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະກັນ. ໃນວາລະດັ່ງກ່າວ ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ເລົ່າປະຫວັດຄວາມເປັນມາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາລະບົດບາດ, ໜ້າທີ່, ກົງຈັກການຈັດຕັ້ງ, ການຮ່ວມມືກັບບັນດາປະເທດຕ່າງໆ ເປັນຕົ້ນ: ສ ເກົາຫຼີ, ພ້ອມກັນນັ້ນ ກໍໄດ້ສະເໜີຕໍ່ທ່ານທູດ ສ ເກົາຫຼີ ໃນການສືບຕໍ່ຮ່ວມມືໃນຂົງເຂດ ການຄົ້ນຄວ້າວິທະຍາສາດ, ຂົງເຂດການສິດສອນ, ຄວາມອາດສາມາດໃນການສະໜອງຂໍ້ມູນຂ່າວສານ ແລະຂໍ້ມູນທາງດ້ານເອເລັກໂຕນິກທີ່ທັນສະໄໝ ແລະການສົ່ງພະນັກງານໄປຝຶກອົບຮົມ ໃນຫົວຂໍ້ສະເພາະ ຢູ່ ສ ເກົາຫຼີ.



ຫຼັງຈາກນັ້ນ ທ່ານ ຈອງ ຢອງຊູ ກໍໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມໃຫຍ່ ຂອງອົງຄະນະພັກ ສມປຊ ຄັ້ງທີ V ພ້ອມທັງເລົ່າສະພາບການປະຕິບັດໜ້າທີ່ການເມືອງ ຢູ່ທີ່ ສປປ ລາວ ແລະສະພາບການລົງຢຽມຢາມໃນແຕ່ລະຂົງເຂດການປະຕິບັດວຽກງານ ພ້ອມກັນນັ້ນ ກໍໄດ້ມີການແລກປ່ຽນບົດຮຽນ, ຄໍາຄິດຄໍາເຫັນກ່ຽວກັບສະພາບລວມ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຢ່າງກົງໄປກົງມາ.
ໃນຕອນທ້າຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ພ້ອມດ້ວຍຄະນະ ກໍໄດ້ສະແດງຄວາມຂອບໃຈ ພ້ອມທັງມອບຄໍາອວຍພອນ ຕໍ່ທ່ານ ຈອງ ຢອງຊູ ພ້ອມດ້ວຍຄະນະ ທີ່ໃຫ້ກຽດລົງມາຢ້ຽມຢາມ ແລະແລກປ່ຽນບົດຮຽນໃນຄັ້ງນີ້.
ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັັນທະວີໄຊ
