ໃນວັນທີ 22 ສິງຫາ 2025 ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປິດຝືກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ເລຂາຄະນະພັກບ້ານ, ນາຍບ້ານ ໄລຍະ 10 ວັນ ຊຸດທີ XXIII ໂດຍການເປັນປະທານ ຂອງ ທ່ານ ຄໍາສີ ດັງສະໄຫວ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງນໍ້າທາ, ທ່ານ ບູນໂຄງ ພິມມະສອນ ເລຂາພັກເມືອງ, ຮັກສາການເຈົ້າເມືອງຫຼວງນໍ້າທາ, ມີ​ພາກສ່ວນທີ່ກ່ຽວຂ້ອງຂອງ​ແຂວງ-ຂອງເມືອງ, ຄູ-ອາຈານ, ຕະຫຼອດຮອດນັກຝຶກອົບຮົມ ທີ່ມາຈາກຄະນະພັກບ້ານ ແລະພະນັກງານຄຸ້ມຄອງຂັ້ນບ້ານ ຢູ່ເມືອງຫຼວງນໍ້າທາ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນພິທີ ທ່ານ ແສງ ເຊືອຍສົມບັດ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຜ່ານບົດສະຫຼຸບການຝືກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບ 10 ວັນ ໃຫ້ເລຂາຄະນະພັກບ້ານ ແລະ ພະນັກງານນໍາພາ-ຄຸ້ມຄອງຂັ້ນບ້ານ ຊຸດທີ XXIII ຢູ່ເມືອງຫຼວງນໍ້າທາ ປະຈໍາປີ 2025 ເຊິ່ງຈັດຂຶ້ນໃນວັນທີ 12-22 ສິງຫາ 2025 ໄດ້ສໍາເລັດຕາມແຜນການທີ່ວາງໄວ້, ລວມມີນັກຝືກອົບຮົມທັງໝົດ 28 ຄົນ, ຍິງ 14 ຄົນ, ລວມມີ 3 ພາກວິຊາຮຽນ, ມີ 19 ບົດ, 75 ຊົ່ວໂມງ ເທົ່າກັບ 4,68 ໜ່ວຍກິດ, ໃນນັ້ນມີ ທິດທາງລວມ 4 ບົດ 18 ຊົວໂມງ, ວຽກງານພັກ 7 ບົດ 25 ຊົ່ວໂມງ ແລະ ວຽກງານບໍລິຫານ ແລະ ການປົກຄອງ 8 ບົດ 32 ຊົ່ວໂມງ, ເຊີ່ງເປັນການຂື້ນຫ້ອງສິດສອນ 100% ຂອງຄູ-ອາຈານ ພາຍໃນໂຮງຮຽນການເມືອງ ແລະ ການປົກຄອງແຂວງ ທີ່ໄດ້ສຸມສະຕິຄົ້ນຄວ້າ, ແຕ່ງບົດສອນ, ຂຶ້ນຫ້ອງສິດສອນ, ອະທິບາຍດ້ານທິດສະດີ ແລະສົມທຽບພຶດຕິກໍາ ເຮັດໃຫ້ນັກຝືກອົບຮົມມີຄວາມເຂົ້າໃຈໄດ້ດີສົມຄວນ, ສາມາດສະຫຼຸບໄດ້ ຄື: ດີເລີດ ກວມ 93,55%, ດີຫຼາຍ 6,45% ລືນຄາດໝາຍ ຂອງແຜນການທີ່ວາງໄວ້ 8,55%. ທັງນີ້, ກໍເພື່ອເປັນການບໍາລຸງທິດສະດີການເມືອງ ໃຫ້ເລຂາຄະ ນະພັກບ້ານ ແລະພະນັກງານນໍາພາ-ຄຸ້ມຄອງຂັ້ນບ້ານ ຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດ, ເຮັດໃຫ້ມີແນວຄິດຫຼັກໝັ້ນຊົນຊັ້ນກໍາມະກອນ ມີແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືພາລະກິດການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄຸນທາດການເມືອງຢ່າງໜັກແໜ້ນ, ເພື່ອນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບ, ມີປະສິດທິຜົນຍິ່ງຂຶ້ນ. ໃນໂອກາດດັ່ງກ່າວ ກໍໄດ້ມອບໃບຢັ້ງຢືນຝືກອົບຮົມໃຫ້ນັກຝຶກອົບຮົມຕື່ມອີກ.

         ໃນຕອນທ້າຍພິທີ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ​, ເລຂາພັກແຂວງ, ເຈົ້າແຂວງຫຼວງນໍ້າທາ ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ພິທີ​ປິດ​ຊຸດ​ຮຽນ​ ຊຶ່ງ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ ຕໍ່​ຄະນະ​ພັກ-ຄະນະອໍານວຍການ ຂອງໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ແລະຄະນະພັກ-ຄະນະນຳ ຂອງເມືອງຫຼວງນໍ້າທາ​​ຕະຫຼອດຮອດທຸກ​ພາກສ່ວນ​ທີ່​ໄດ້​ໃຫ້​ຄວາມ​ສຳຄັນຂອງການຝຶກອົບຮົມຄັ້ງນີ້ ​ຊຶ່ງ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຕື່ນ​ຕົວ ຂອງ​ທຸກ​ພາກສ່ວນໃນການຮ່ວມມືກັນ ເຮັດໃຫ້ການຝຶກອົບຮົມມີຜົນສໍາເລັດຢ່າງຈົບງາມ ​ແລະທ່ານ​ໄດ້​ເນັ້ນ     ໜັກວ່າ: ການ​ຄົ້ນຄວ້າ​ຮ່ຳຮຽນທິດສະດີການເມືອງ-ການປົກຄອງ​ໃນຄັ້ງນີ້ ບັນດານັກຝຶກອົບຮົມຕ້ອງຖືເອົາເປັນບົດຮຽນທີ່​ສຳຄັນ ແລະຮູ້ໝູນໃຊ້ເຂົ້າໃນ​ການນໍາພາ-ຊີ້ນໍາວຽກງານຕົວຈິງພາຍໃນບ້ານຂອງຕົນໃຫ້ໄດ້ຮັບໝາກຜົນສູງຂຶ້ນ.

ຂ່າວ/ພາບ: ປທ ໄຊຍະເດດ ບຸນພະມາ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ