ໃນຕອນບ່າຍຂອງວັນທີ 19 ສິງຫາ 2025 ນີ້ ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ມີພິທີຈັດມອບຮັບໃບຢັ້ງຢືນທິດສະດີການເມືອງ ໃຫ້ແກ່ຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ V ແລະ ຂັ້ນກາງຮຸ່ນທີ III ຂື້ນຢູ່ທີຫ້ອງປະຊຸມໃຫຍ່ ຂອງແຂວງໄຊຍະບູລີ. ພ້ອມດຽວກັນນີ້ຍັງໄດ້ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ VI ແລະ ຂັ້ນກາງຮຸ່ນທີ IV, ໃນພິທີປິດ-ເປີດຊຸດຮຽນຄັ້ງນີ້ ໄດ້ຮັບກຽດເປັນປະທານ ໂດຍທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ດວງຕາ ໄຊວຸດ ເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມເປັນປະທານ.

ໃນວາລະປິດເປີດຊຸດຮຽນຄັ້ງນີ້ ທ່ານ ປອ ສີສອນພັນ ບຸນສີ ໄດ້ຂຶ້ນລາຍງານບົດສະຫຼຸບຊຸດຮຽນຂັ້ນຕົ້ນ ຮຸ່ນທີ V ແລະຂັ້ນກາງ ຮຸ່ນທີ III ວ່າຕະຫຼອດໄລຍະເວລາແຫ່ງການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ເປັນຊ່ວງໄລຍະທີ່ທົ່ວພັກ, ທົ່ວກອງທັບ ແລະປະຊາຊົນລາວບັນດາເຜົ່າ ກໍຄືຄະນະພັກ-ອົງການປົກຄອງ ແລະປະຊາຊົນລາວທົ່ວແຂວງໄຊຍະບູລີ ພວມຢູ່ໃນໄລຍະຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2021-2025) ຕິດພັນກັບການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ພວມສຸມໃສ່ດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວແຂວງໄຊຍະບູລີ, ການຈັດຕັ້ງປະຕິບັດມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນໄລະຍະໄໝ່ ໃຫ້ມີໝາກຜົນຕົວຈິງ ແລະເພື່ອປະຕິບັດຕາມແຜນພັດທະນາວຽກງານໂຮງຮຽນການເມືອງ ແລະ ການປົກຄອງແຂວງ 5 ປີ (2025-2029) ກໍຄືມະຕິກອງປະຊຸມຜູ້ບໍລິຫານໂຮງຮຽນການເມືອງ-ການປົກຄອງທົ່ວປະເທດ ປະຈຳປີ 2025.




ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໄດ້ຈັດຕັ້ງການຮຽນການສອນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ V ເລີ່ມແຕ່ວັນທີ 12 ພຶດສະພາ 2025 ຫາວັນທີ 15 ສິງຫາ 2025 ຊຶ່ງມີຜູ້ເຂົ້າຮຽນທັງໝົດຈຳນວນ 48 ສະຫາຍ, ຍິງ 11 ສະຫາຍ ແລະ ຂັ້ນກາງ ຮຸ່ນທີ III ເລີ່ມແຕ່ວັນທີ 3 ກຸມພາ 2025 ຫາວັນທີ 12 ສິງຫາ 2025 ຊຶ່ງມີນັກສຶກສາທັງໝົດຈຳນວນ 51 ສະຫາຍ, ຍິງ 13 ສະຫາຍ, ໂຮງຮຽນໄດ້ຈັດຕັ້ງການຮຽນ-ການສອນຕາມໂຄງການຫຼັກສູດທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກຳນົດອອກຢ່າງເຂັ້ມງວດ.
ການຈັດຕັ້ງປະຕິບັດຫຼັກສູດ ຂອງຊຸດຮຽນທິດສະດີການເມືອງຂັ້ັ້ນ ຕົ້ນຮຸ່ນທີ V ໄດ້ໃຊ້ເວລາຮຽນ 3 ເດືອນ, ມີວິຊາຮຽນທັງໝົດ 11 ວິຊາ, ແບ່ງອອກເປັນ 7 ກຸ່ມວິຊາ, ໃຊ້ເວລາຮຽນຕົວຈິງ 454 ຊົ່ວໂມງ, ຂຶ້ນຫ້ອງບັນຍາຍ 185 ຊົ່ວໂມງ, ກຽມສຳມະນາ 27 ຊົ່ວໂມງ, ສຳມະນາ 59 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ 36 ຊົ່ວໂມງ, ສອບເສັງຂຽນ 44 ຊົ່ວໂມງ, ສອບເສັງປາກເປົ່າ 28 ຊົ່ວໂມງ, ລາຍງານເພີ່ມ 48 ຊົ່ວໂມງ, ທັດສະນະສຶກສາທ້າຍຊຸດຮຽນ 7 ຊົ່ວໂມງ, ແນະນຳການປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນ 3 ຊົ່ວໂມງ, ປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນ 7 ຊົ່ວໂມງ, ໃນຊຸດຮຽນນີ້ໄດ້ນຳໃຊ້ອາຈານສິດສອນທັງໝົດຈຳນວນ 23 ທ່ານ, ຍິງ 4 ທ່ານ, ສຳລັບອາຈານສອນ ແມ່ນໄດ້ນຳໃຊ້ອາຈານປະຈຳຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງເປັນຕົ້ນຕໍ, ມີຈຳນວນຊົ່ວໂມງສອນ 406 ໂມງກວມເອົາ 89,4% ຂອງຊົ່ວໂມງທັງໝົດ, ມີອາຈານຮັບເຊີນຈາກຄະນະປະຈຳພັກແຂວງ ບັນດາພະແນກການອ້ອມຂ້າງແຂວງ ຊຶ່ງມີຊົ່ວໂມງສອນ 48 ຊົ່ວໂມງ ກວມເອົາ 10,6% ຂອງຊົ່ວໂມງທັງໝົດ.
ສຳລັບຊຸດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ III ໄດ້ໃຊ້ເວລາຮຽນ 6 ເດືອນ, ມີວິຊາຮຽນທັງໝົດ 14 ວິຊາ, ແບ່ງອອກເປັນ 7 ກຸ່ມວິຊາ. ຊຶ່ງໃຊ້ເວລາຮຽນຕົວຈິງ 689 ຊົ່ວໂມງ, ຂຶ້ນຫ້ອງບັນຍາຍ 366 ຊົ່ວໂມງ, ກຽມສຳມະນາ 29 ຊົ່ວໂມງ, ສຳມະນາ 84 ຊົ່ວໂມງ; ແກ້ຂໍ້ຂ້ອງໃຈ 39 ຊົ່ວໂມງ; ລາຍງານເພີ່ມ 30 ຊົ່ວໂມງ; ລົງສະໜາມ 7 ຊົ່ວໂມງ; ສອບເສັງຂຽນກັບຂຽນບົດລາຍງານ 61 ຊົ່ວໂມງ; ສອບເສັງປາກເປົ່າ 28 ຊົ່ວໂມງ. ສຳລັບອາຈານສອນ ແມ່ນໄດ້ນຳໃຊ້ອາຈານປະຈຳ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງເປັນຕົ້ນຕໍ, ມີຈຳນວນຊົ່ວໂມງສອນ 659 ຊົ່ວໂມງກວມເອົາ 95,6% ຂອງຊົ່ວໂມງທັງໝົດ, ມີອາຈານຮັບເຊີນຈາກບັນດາພະແນກການອ້ອມຂ້າງແຂວງ, ອາຈານບຳນານ ຊຶ່ງມີຊົ່ວໂມງສອນ 30 ຊົ່ວໂມງ ກວມເອົາ 4,4% ຂອງຊົ່ວໂມງທັງໝົດ.




ການຮຽນ-ການສອນ ແມ່ນໄດ້ດຳເນີນໄປຜ່ານຫຼາຍຂອດຮຽນ, ແຕ່ປັດໃຈສຳຄັນຕົ້ນຕໍຂອງການຮຽນ-ການສອນ ແມ່ນການຂື້ນຫ້ອງຮັບຟັງການບັນຍາຍເນື້ອໃນບົດຮຽນຈາກຄູ-ອາຈານເປັນຫຼັກ. ນອກຈາກນັ້ນ, ກໍໄດ້ປະຕິບັດຕາມຂອດຮຽນອື່ນໆ ເຊັ່ນ: ການກຽມສຳມະນາດ້ວຍຕົນເອງ ຫຼື ແບ່ງເປັນໜ່ວຍຄົ້ນຄວ້າ; ການສຳມະນາເປັນຈຸ ຫຼື ສຳມະນາລວມຫ້ອງ; ການທວນຄືນ; ການແກ້ຂໍ້ຂ້ອງໃຈ; ການກວດກາ ແລະ ສອບເສັງຈົບວິຊາ; ການເຄື່ອນໄຫວກິດຈະກຳ; ການໄປທັດສະນະສຶກສາ ແລະຂຽນບົດປະເມີນຄວາມຮັບຮູ້ຈົບຂັ້ນຕົ້ນ ແລະບົດປ້ອງກັນຈົບຂັ້ນກາງ.
ສິ່ງທີ່ເປັນໄມ້ຫຼ້າວັດແທກຜົນສຳເລັດຂອງ 2 ຊຸດຮຽນດັ່ງກ່າວ, ມັນສະແດງອອກໃນຜົນ ຂອງການສອບເສັງທຸກໆວິຊາ ແລະ ປ້ອງກັນບົດຈົບຂັ້ນໄດ້ 100% ລາຍລະອຽດ ຄື:
– ຊຸດຮຽນທິດສະດີຂັ້ນຕົ້ນ ຄະແນນສອບເສັງ 11 ວິຊາ ແລະປ້ອງກັນບົດປະເມີນຄວາມຮັບຮູ້ຈົບຂັ້ນ ສາມາດສະເລ່ຍຈັດປະເພດໄດ້ ຄື: ເກຼດ A ຄະແນນສະເລ່ຍ 4,0 ມີ 26 ສະຫາຍ, ຍິງ 7 ສະຫາຍເທົ່າກັບ 54,2% ເກຼດ B+ ຄະແນນສະເລ່ຍ 3,5 ມີ 22 ສະຫາຍ, ຍິງ 4 ສະຫາຍ, ກວມ 48,8%.
– ຊຸດຮຽນທິດສະດີການເມືອງຂັ້ນກາງ ຄະແນນສອບເສັງ 14 ວິຊາ ແລະ ປ້ອງກັນບົດຈົບຂັ້ນ ສາມາດສະເລ່ຍ ແລະຈັດປະເພດໄດ້ດັ່ງນີ້: ເກຼດ A ຄະແນນສະເລ່ຍ 4,0 ມີ 29 ສະຫາຍ ເທົ່າກັບ 58%, ເກຼດ B+ ຄະແນນສະເລ່ຍ 3,5 ມີ 21 ສະຫາຍ ເທົ່າກັບ 42%.
ຕະຫຼອດໄລຍະການສຶກສາຄົ້ນຄວ້າຮ່ຳຮຽນ ນັກສຶກສາທັງ 2 ຊຸດຮຽນ ໄດ້ມີຄະນະຫ້ອງ ແລະນັກສຶກສາຮຽນດີ-ຮຽນເກັ່ງ ມີລະບຽບວິໄນດີ ໄດ້ຮັບໃບຍ້ອງຍໍ, ຊົມເຊີຍ ຈາກທ່ານເຈົ້າແຂວງ ຄື: ຊຸດຮຽນທິດສະດີການເມືອງຂັ້ນຕົ້ນ: ຄະນະຫ້ອງໃນການນຳພາ-ຊີ້ນຳວຽກງານຮອບດ້ານພາຍໃນຫ້ອງໄດ້ຮັບຍ້ອງຍໍຈາກທ່ານເຈົ້າແຂວງ ຈຳນວນ 5 ສະຫາຍ, ຍິງ 2 ສະຫາຍ ແລະນັກສຶກສາຮຽນດີມີວິໄນ ໄດ້ຕາມມາດຕະຖານທີ່ໂຮງຮຽນກຳນົດໄວ້ ໄດ້ຮັບຍ້ອງຍໍຈາກທ່ານເຈົ້າແຂວງ ຈຳນວນ 20 ສະຫາຍ, ຍິງ 3 ສະຫາຍ ແລະໄດ້ຮັບຊົມເຊີຍຈາກທ່ານເຈົ້າແຂວງ ຈຳນວນ 28 ສະຫາຍ, ຍິງ 8 ສະຫາຍ; ຊຸດຮຽນທິດສະດີຂັ້ນກາງ: ຄະນະຫ້ອງໃນການນຳພາ-ຊີ້ນຳວຽກງານຮອບດ້ານພາຍໃນຫ້ອງ ໄດ້ຮັບຍ້ອງຍໍຈາກທ່ານເຈົ້າແຂວງ ຈຳນວນ 5 ສະຫາຍ, ຍິງ 1 ສະຫາຍ ແລະນັກສຶກສາຮຽນດີມີວິໄນໄດ້ຕາມມາດຕະຖານທີ່ໂຮງຮຽນກຳນົດໄວ້ ໄດ້ຮັບໃບຍ້ອງຍໍຈາກທ່ານເຈົ້າແຂວງ ຈຳນວນ 13 ສະຫາຍ, ຍິງ 6 ສະຫາຍ ແລະໄດ້ຮັບຊົມເຊີຍຈາກທ່ານເຈົ້າແຂວງ ຈຳນວນ 37 ສະຫາຍ, ຍິງ 7 ສະຫາຍ.
ໃນຕອນທ້າຍພິທີ, ທ່ານປະທານໄດ້ມີຄຳເຫັນໂອ້ລົມວ່າ: ຜົນສຳເລັດຂອງຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ V ແລະ ຂັ້ນກາງຮຸ່ນທີ III ທີ່ຍາດມາໄດ້ ກໍແມ່ນໝາກຜົນອັນໜຶ່ງຈາກການເອົາໃຈໃສ່ ຂອງບັນດາພາກສ່ວນ, ກົມກອງຕ່າງໆທີ່ກ່ຽວຂ້ອງ ໂດຍມີໂຮງຮຽນການເມືອງ ແລະການປົກຄອງ ເປັນໃຈກາງ, ແຕ່ສິ່ງສຳຄັນທີ່ສຸດແມ່ນຄວາມຕັດສິນໃຈຂອງຜູ້ມາຮຽນ ກໍຄືບັນດາສະຫາຍນັກສຶກສາ ທີ່ໄດ້ສຸມຈິດສຸມໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນ ແລະການແລກປ່ຽນຄໍາຄິດຄໍາເຫັນນຳ ຄູອາຈານ ໃນເວລາຂຶ້ນຫ້ອງ ແລະຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງ ດັ່ງທີ່ໄດ້ຮັບຟັງການສະຫຼຸບ ຂອງຫົວໜ້າໂຮງຮຽນ. ພວກສະຫາຍມາຮຽນຢູ່ທີ່ນີ້ໄດ້ສ້າງກິດຈະກຳ, ສ້າງຂະບວນການຫຼາຍດ້ານ ເຮັດໃຫ້ບັນຍາກາດໃນການຄົ້ນຄວ້າຮ່ຳຮຽນຕະຫຼອດໄລຍະທີ່ດຳລົງຊີວິດຢູ່ໂຮງຮຽນແຫ່ງນີ້ ໄດ້ມີຄວາມຟົດຟື້ນ ແລະເບີກບານມ່ວນຊື່ນ ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ ຜ່ານການເຄື່ອນໄຫວສຶກສາຮ່ຳຮຽນ ພວກສະຫາຍກໍສາມາດຊອກໄດ້ບຸກຄົນດີເດັ່ນຮຽນເກ່ງມີວິໄນດີຖືກຕ້ອງຕາມມາດຖານເງື່ອນໄຂທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ກຳນົດໄວ້; ໃນການສຶກສາຮ່ຳຮຽນທິດສະດີການເມືອງ ຂອງພວກສະຫາຍໃນຄັ້ງນີ້ ນອກຈາກຈະເປັນການຍົກລະດັບ ທາງດ້ານທິດສະດີການເມືອງໃຫ້ແກ່ຕົນເອງແລ້ວ ກໍຍັງເປັນການປະກອບສ່ວນໃນການສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ ຂອງພັກ-ລັດໃຫ້ປະກົດຜົນເປັນຈິງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນງານພັດທະນາຊັບພະຍາກອນມະນຸດ ກໍຄືແຜນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນທິດສະດີການເມືອງ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ. ສະນັ້ນໃນນາມຕາງໜ້າການນຳ ຂອງແຂວງ ແລະນາມສ່ວນຕົວ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ.
ຂ່າວ/ພາບ: ວັດທະນາ ພັນລັກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
