ພິທີເປີດຂະບວນການແຂ່ງຂັນກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ 4
ໃນວັນທີ 1 ຕຸລາ 2025 ຄະນະກິລາ, ສິລະປະ-ວັນນະຄະດີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຂະບວນການກິລາ 3ອົງການຈັດຕັ້ງມະຫາຊົນຂຶ້ນຢ່າງເປັນທາງການ ໃນທາມກາງບັນຍາກາດ ທີ່ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພວມສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີVI ຂອງອົງຄະນະພັກແລະເພື່ອເປັນການກະກຽມສະເຫຼີມສະຫຼອງວັນຄູແຫ່ງຊາດ 7ຕຸລາທີ່ຈະໝູນວຽນມາຄົບຮອບໃນມໍ່ໆນີ້. ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ ຜູ້ຊີ້ນໍາ 3ອົງການຈັດຕັ້ງມະຫາຊົນ ແລະເປັນກຽດເຂົ້າຮ່ວມໂດຍ: ທ່ານ ຮສ ພູວົງ…
