ໃນຕອນເຊົ້າ ຂອງວັນ​ທີ 30 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບໃບປະກາດ ແລະພ້ອມທັງປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI, ໂດຍການເປັນປະທານ ຂອງທ່ານ ປທ ຄຳສີ ດັງສະໄຫວ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ, ໃຫ້ກຽດເຂົ້າຮ່ວມໃນພິທີ ເປັນກຽດເຂົ້າຮ່ວມ ຂອງທ່ານ ອ່ອນຈັນ ທຳມະວົງ ຮອງເລຂາພັກແຂວງ ຮັບຜິດຊອບຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີແຂກຖືກເຊີນ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປທ ແສງ ເຊື່ອຍສົມບັດ ຮອງເລຂາໜ່ວຍພັກໂຮງຮຽນການເມືອງ-ການປົກຄອງ  ແຂວງ, ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ໄດ້ຕີລາຄາການຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນທີ VI ປີ 2025 ເຊິ່ງທ່ານໃຫ້ຮູ້ວ່າ: ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ມີຈໍານວນທັງໝົດ 45 ສະຫາຍ, ຍິງ 17 ສະຫາຍ, ສ່ວນຫຼາຍແມ່ນເປັນພະນັກງານຫຼັກແຫຼ່ງ, ພະນັກງານສຶບທອດທີ່ມາຈາກ 2 ກອງກຳລັງ, ບັນດາພະແນກ,ອົງການທຽບເທົ່າອ້ອມຂ້າງແຂວງ ແລະບັນດາເມືອງພາຍໃນແຂວງ. ເຊິ່ງເລີ່ມການຮຽນ-ການສອນ ແຕ່ວັນທີ 24 ມິຖຸນາ 2025 ມາຮອດວັນທີ 30 ກັນຍາ 2025, ໃຊ້ເວລາຮຽນ 420 ຊົ່ວໂມງ, 6 ກຸ່ມວິຊາຮຽນ ເຊັ່ນ: ກຸ່ມວິຊາເສດຖະສາດການເມືອງ 9 ບົດ, ກຸ່ມວິຊາ ປັດຊະຍາມາກ-ເລນິນ 7 ບົດ, ລັດທິສັງຄົມນິຍົມວິທະຍາສາດ 12 ບົດ, ແນວຄິດໄກສອນ ພົມວີຫານ 5 ບົດ, ພື້ນຖານການຄຸ້ມຄອງບໍລິຫານ 7 ບົດ, ປະຫວັດສາດພັກ ແລະ ກໍ່ສ້າງພັກ 10 ບົດ ແລະຂຽນບົດຈົບຂັ້ນ 1 ບົດ, ການຄົ້ນຄວ້າຮໍ່າຮຽນດັ່ງກ່າວ ກໍໄດ້ຈັດຕັ້ງສອບເສັງແຕ່ລະວິຊາ ເພື່ອປະເມີນການຮຽນ ແລະວັດແທກຄວາມຮູ້ ຂອງນັກສຶກສາ; ໃນນັ້ນ, ສາມາດຕີລາຄາໄດ້ຄະແນນ A ດີເລີດ ກວມ 71,36%, B+ ດີຫຼາຍ 26,36%,  ນອກຈາກ, ການດໍາເນີນການຮຽນ-ການສອນ ຢູ່ໃນຫ້ອງຮຽນແລ້ວ ກໍໄດ້ນໍາພານັກສຶກສາຂອງຊຸດຮຽນດ່ງກ່າວ ໄປທັດສະນະສຶກສາຢູ່ທ້ອງຖິ່ນຮາກຖານອີກດ້ວຍ.

ໃນພິທີກໍໄດ້ມອບໃບຢັ້ງຢືນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ໃຫ້ນັກສຶກສາ ໂຮງຮຽນການເມືອງ-ການປົກຄອງແຂວງ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຮຽນດີ, ມີວິໄນ ໃຫ້ກຽດມອບໂດຍ ທ່ານ ປທ ຄຳສີ ດັງສະໄຫວ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ-ການປົກຄອແຂວງ ແລະພ້ອມດຽວກັນນັ້ນ ຍັງໄດ້ຮັບການໂອລົມ ຂອງທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຮັບຜິດຊອບຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ; ພ້ອມມນັ້ນ, ຕາງໜ້ານັກສຶກສາ ຂອງຊຸດຮຽນດັ່ງກ່າວ ກໍໄດ້ຂຶ້ນຮັບຄຳໂອວາດ ຂອງທ່ານປະທານ. ຈາກ​ນັ້ນ,  ທ່ານປະທານກໍໄດ້​ຂຶ້ນ​ກ່າວ​ປິດ​ຊຸດ​ຮຽນ ຢ່າງ​ເປັນ​ທາງ​ການ.

                                       ຂ່າວ/ພາບ ໂດຍ: ປທ ໄຊຍະເດດ ບຸນພະມາ

                             ບັນນາທິການ ໂດຍ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ