ໃນຕອນເຊົ້າ ຂອງວັນທີ 30 ກັນຍາ 2025 ໄດ້ຈັດຕັ້ງພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນ IV ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ມີທ່ານ ປທ ສົມສັກ ເສົາວະລັດ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຈໍາປາສັກ, ມີບັນດາທ່ານພະນັກງານ, ຄູ-ອາຈານ, ແຂກຖືກເຊີນ ແລະນັກສຶກສາທິດສະດີການເມືອງຂັ້ນກາງຮຸ່ນ IV ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ປທ ສົມສັກ ເສົາວະລັດ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະລາຍງາຍສະພາບການຈັດຕັ້ງປະຕິບັດການຮຽນ-ການສອນ ນັບແຕ່ວັນທີ 6 ມີນາ 2025 ເຖິງວັນທີ 5 ກັນຍາ 2025 ໄດ້ສຳເລັດການຮຽນ-ການສອນ ແລະ ປ້ອງກັນບົດຈົບຂັ້ນວັນທີ 15-16 ກັນຍາ 2025 ໃຊ້ເວລາທັງ ໝົດ 6 ເດືອນເຕັມ ຊຶ່ງຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ມີນັກສຶກສາທັງໝົດ 58 ສະຫາຍ, ຍິງ 10 ສະຫາຍ, ໃນນັ້ນມາຈາກພະແນກການ, ອົງການຂັ້ນແຂວງ, ມາຈາກບັນດາຫ້ອງການຂັ້ນເມືອງ. ການຈັດຕັ້ງການຮຽນ-ການສອນເຫັນວ່ານັກສຶກສາ, ຄູ-ອາຈານ ໄດ້ປະຕິບັດຕາມຂໍ້ກຳນົດ, ກົດລະບຽບ ຂອງໂຮງຮຽນວາງອອກໄດ້ດີ, ຂຶ້ນຫ້ອງທັນໂມງເວລາ, ມີທັດສະນະມະຫາຊົນກວ້າງ ຂວາງ, ນັກສຶກສາໄດ້ຕັ້ງໜ້າສຶກສາຄົ້ນຄວ້າຮ່ຳຮຽນນຳຄູ-ອາຈານ, ຄົ້ນຄວ້າດ້ວຍຕົນເອງ ສາມາດປະຕິບັດໄດ້ທຸກຂອດການຮຽນຕາມໂຄງການຫຼັກສູດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ ເປັນຕົ້ນແມ່ນການສອບເສັງຂຽນ ແລະຂຽນບົດລາຍງານ, ບົດປ້ອງກັນ. ນອກຈາກນີ້ບາງວິຊາຍັງໄດ້ຮັບການລາຍງານເພີ່ມຕື່ມອີກ. ໂຄງສ້າງຫຼັກສູດທິດສະດີການເມືອງລະບົບຂັ້ນກາງມີ 5 ກຸ່ມວິຊາ, ມີ 14 ວິຊາຮຽນ. ສະຫຼຸບຜົນການປ້ອງກັນບົດຈົບຂັ້ນນັກສຶກສາສາຍການເມືອງ 20 ທ່ານ ທີ່ໄດ້ຄະແນນສະເລ່ຍໄດ້ເກຼດ A ມີ 19 ທ່ານ, ຍິງ 1 ທ່ານ ເທົ່າກັບ 95% ແລະຄະແນນສະເລ່ຍ ໄດ້ເກຼດ B+ ມີ 1 ທ່ານ ເທົ່າກັບ 5%, ສາຍປົກຄອງ ມີ 19 ທ່ານ, ຍິງ 4 ທ່ານ ໄດ້ເກຼດ A 15 ທ່ານ, ຍິງ 1 ທ່ານ ເທົ່າກັບ 78,94%, ເກຼດ B ມີ 4 ທ່ານເທົ່າກັບ 21,5% ແລະສາຍຄຸ້ມຄອງເສດຖະກິດ ມີ 19 ທ່ານ, ຍິງ 3 ທ່ານ ໄດ້ເກຼດ A 16 ທ່ານ ເທົ່າກັບ 84,21%, B+ ມີ 3 ທ່ານ ເທົ່າກັບ 15,78%. ນັກສຶກສາຮຽນດີ-ຮຽນເກັ່ງ, ມີວິໄນດີປະເພດດີເດັ່ນໄດ້ຮັບໃບຍ້ອງຍໍຈາກແຂວງມີ 58 ທ່ານ, ຍິງ 10 ທ່ານ.







ພ້ອມກັນນີ້ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງໄດ້ເນັ້ນໃຫ້ນັກສຶກສາທີ່ຫາກໍ່ຈົບໄປ ໃຫ້ຍົກສູງທັດສະນະຫຼັກໝັ້ນຄຸນສົມບັດສິນທຳປະຕິວັດຂອງຕົນ ຫັນປ່ຽນແນວຄິດອັນເກົ່າ ຍົກສູງທັດສະນະຜູ້ນຳ ຈົ່ງນຳເອົາທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງທີ່ຕົນເອງຮັບຜິດຊອບໃນກົມກອງຂອງຕົນຢ່າງປະດິດສ້າງ, ສອດຄ່ອງກັບສະພາບຕົວຈິງ. ຄູ-ອາຈານ ໃຫ້ສືບຕໍ່ກຳແໜ້ນຫຼັກສູດການຮຽນ-ການສອນ, ເນື້ອໃນທິດສະດີມາກ-ເລນິນ, ກຳແໜ້ນແນວທາງຂອງພັກ, ນະໂຍບາຍຂອງລັດ, ຕ້ອງຊອກຮູ້ຮ່ຳຮຽນຄົ້ນຄວ້າທາງດ້ານວິທະຍາສາດ ນຳໃຊ້ຂໍ້ມູນອັນໃໝ່ ໃຫ້ທັນກັບສະພາບການປະຈຸບັນ, ຄະນະພັກຄະນະນຳ ກໍຕ້ອງເອົາໃຈໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດຢ່າງທົ່ວເຖິງ ຕໍ່ຄູອາຈານ ແລະນັກສຶກສາ ເພື່ອເຮັດໃຫ້ການດຳເນີນການຮຽນ-ການສອນມີຄຸນນະພາບດີຂຶ້ນເລື້ອຍໆ ແລະຕອນທ້າຍພິທີ ກໍໄດ້ມີຕາງໜ້ານັກສຶກສາໄດ້ຂຶ້ນຮັບຄຳໂອວາດ ຂອງທ່ານປະທານ. ຈາກນັ້ນ, ທ່ານປະທານກໍໄດ້ຂຶ້ນກ່າວປິດຊຸດຮຽນຢ່າງເປັນທາງການ.
ຂ່າວ/ພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ
ບັນນາທິການ ໂດຍ: ປທ ວຽງສະຫວັນ ຈັນທະວີໄຊ
