ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແລກປ່ຽນບົດຮຽນໃນວຽກງານການນຳພາຄຸ້ມຄອງ, ການຮຽນ-ການສອນ ຕໍ່ກອງປະຊຸມຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ
ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ (ຮມປຂ) ໄດ້ດຳເນີນເປັນມື້ທີ 2 ຢ່າງມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນສຳຄັນ ໂດຍພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ການປະກອບຄຳຄິດຄຳເຫັນ ແລະ ຕັ້ງຄຳຖາມເຈາະຈີ້ມ, ແລກປ່ຽນບົດຮຽນໃນວຽກງານການນຳພາ-ຄຸ້ມຄອງ, ການຮຽນ-ການສອນ ແລະ ການຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນຕົວຈິງ. ໃນຕອນເຊົ້າຂອງມື້ທີ…
