ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ສົກປີ  2024-2025 ແລະວາງທິດທາງແຜນການສົກປີ 2025-2026. ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ເປັນກຽດ ປະທານຮ່ວມຂອງ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ. ຜູ້ເຂ້າຮ່ວມມີຕາງໜາ້ຄະນະກົມ, ຫ້ອງການ, ຄະນະ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວາ້ແນວຄິດ ໄກສອນ ພົມວິຫານ, ຕາງໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ, ບັນດາພະນັກງານ, ຄູ-ອາຈານ ຈໍານວນໜຶ່ງເຂົ້າຮ່ວມ.

ພິທີໄດ້ໄຂຂຶ້ນໃນວັນຈັນທີ 27 ຕຸລາ 2025 ໂດຍທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງກອງປະຊຸມຄັ້ງນີ້ ທີ່ເປັນໂອກາດສຳຄັນເພື່ອສະຫຼຸບ, ຖອດຖອນບົດຮຽນ ແລະຕີລາຄາໝາກຜົນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ການບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ (ຮມປຂ), ນະຄອນຫຼວງວຽງຈັນ ໃນສົກຮຽນຜ່ານມາ, ພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະຮັບຟັງການໂອ້ລົມ ຂອງການນຳຂັ້ນສູງ ແລະ ທ່ານ ປອ ອາລຸນໄຊ ສູນນະລາດ ໄດ້ຜ່ານແຜນລາຍງານສະພາບເສດຖະກິດ-ສັງຄົມໂດຍສັງເຂບຂອງແຂວງຈໍາປາສັກ.

ຊຶ່ງທ່ານໄດ້ຍົກໃຫ້ເຫັນ ໃນໄລຍະ 9 ເດືອນຕົ້ນປີ 2025 ຜ່ານມາ, ແຂວງຈຳປາສັກ ສາມາດສ້າງມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ 34,506 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 84.5% ສະເລ່ຍຕໍ່ຫົວຄົນໄດ້ 2,016 ໂດລາສະຫະລັດຕໍ່ຄົນ ຫຼື ເທົ່າກັບ 43.7 ລ້ານກີບຕໍ່ຄົນ. ໂຄງປະກອບເສດຖະກິດຫຼັກແມ່ນ ຂະແໜງບໍລິການ ກວມ 45.74%, ກະສິກຳ-ປ່າໄມ້ ກວມ 35.13% ແລະ ອຸດສາຫະກຳ ກວມ 19.13% ຂອງ GDP. ສິ່ງທີ່ພົ້ນເດັ່ນແມ່ນອັດຕາເງິນເຟີ້ສະເລ່ຍໃນ 9 ເດືອນຕົ້ນປີ 2025 ຢູ່ໃນລະດັບ 8.34%, ເຊິ່ງຫຼຸດລົງຢ່າງພົ້ນເດັ່ນເຖິງ 28.48% ເມື່ອທຽບໃສ່ 9 ເດືອນປີ 2024 (ເຊິ່ງຢູ່ໃນລະດັບ 36.82%). ນອກນີ້, ການເກັບລາຍຮັບງົບປະມານປະຕິບັດໄດ້ທັງໝົດ 2,856.16 ຕື້ກີບ, ເທົ່າກັບ 91.52 % ຂອງແຜນປີ. ດ້ານການຄ້າ, ແຂວງມີການເກີນດຸນການຄ້າ 237.85 ລ້ານໂດລາສະຫະລັດ.

ສຳລັບທິດທາງສູ້ຊົນປີ 2026, ແຂວງຈຳປາສັກໄດ້ກຳນົດຄາດໝາຍ:

  • ສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວສະເລ່ຍເພີ້ມຂຶ້ນບໍ່ໃຫ້ຫຼຸດ 6%.
  • ໃຫ້ໄດ້ລວມຍອດຜະລິດຕະພັນພາຍໃນ (GDP) ມູນຄ່າ 58,233 ຕື້ກີບ.
  • GDP ສະເລັ່ຍຕໍ່ຫົວຄົນໃຫ້ໄດ້ 3,352 ໂດລາສະຫະລັດ ຫຼື ເທົ່າກັບ 71.86 ລ້ານກີບ.
  • ສຸມໃສ່ລະດົມການລົງທຶນໃສ່ໂຄງການຍຸດທະສາດ ເປັນຕົ້ນ: ໂຄງການໂຮງງານອຸດສາຫະກຳປຸງແຕ່ງກະສິກຳ, ໂຄງການອຸດສາຫະກຳທ່ອງທ່ຽວແບບ ບານາຫຽວ ທີ່ນະຄອນດານັງ ຫວຽດນາມ.

ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນການສອນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ບົດສະຫຼຸບໄດ້ຍົກໃຫ້ເຫັນໝາກຜົນທີ່ຍາດມາໄດ້ ດັ່ງນີ້:

         – ໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ໃນສົກປີ 2024-2025 ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ລະບົບທິດສະດີການເມືອງຫົວຂໍ້ສະເພາະ 10 ວັນໃຫ້ເລຂາພັກບ້ານ ແລະຄະນະພັກບ້ານ ມີທັງໝົດ 32 ຊຸດ ມີຜູ້ເຂົ້າຝຶກອົບຮົມທັງໝົດ 1.227 ຄົນ, ຍິງ 180 ຄົນ. ໃນນັ້ນ ແຂວງທີ່ເຮັດໄດ້ຫຼາຍກວ່າໝູ່ແມ່ນ ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງວຽງຈັນ ແລະແຂວງສະຫວັນນະເຂດ ຈໍານວນ 21​ ຊຸດ, ມີຜູ້ເຂົ້າຮ່ວມຈໍານວນ 901 ຄົນ, ລະບົບຂັ້ນຕົ້ນ ມີທັງໝົດ 42 ຊຸດຮຽນ ມີຜູ້ເຂົ້າຮຽນທັງໝົດ 2.080 ຄົນ, ຍິງ 618 ຄົນ. ໃນນັ້ນ, ແຂວງທີ່ເຮັດໄດ້ຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ ຈໍານວນ 10​ ຊຸດ, ມີຜູ້ເຂົ້າຮ່ວມຈໍານວນ 541 ຄົນ, ລະບົບຂັ້ນກາງ, ມີ​ທັງ​ໝົດ 32 ຊຸດ​ຮຽນ, ມີ​ຜູ້​ເຂົ້າ​ຮຽນ​ທັງ​ໝົດ 1.753 ຄົນ, ຍິງ 366 ຄົນ. ໃນນັ້ນ, ແຂວງທີ່ຈັດໄດ້ຫຼາຍກວ່າໝູ່ ແມ່ນແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຊຽງຂວາງ ຈໍານວນ 9 ຊຸດ, ມີຜູ້ເຂົ້າຮ່ວມຈໍານວນ 501 ຄົນ.

– ການຄົ້ນຄວ້າວິທະຍາສາດ ໄດ້ສໍາເລັດການຈັດກອງປະຊຸມຜ່ານໂຄງຮ່າງ 6 ແຂວງພາກເໜືອປະຈໍາປີ 2025 ຫົວຂໍ້: ບົດຮຽນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ມີ 12 ຫົວຂໍ້ຍ່ອຍ, ສໍາເລັດການຄົ້ນຄວ້າວິທະຍາສາດຮ່ວມກັບບັນດາໂຮງຮຽນ ລວມທັງໝົດໄດ້ 11 ຄັ້ງ, ມີຈໍານວນບົດວິທະຍາສາດທັງໝົດ 27 ບົດ, ຈັດສໍາມະນາວິທະຍາສາດຕາມຫົວຂໍ້ສະເພາະລະດັບພາກໄດ້ 28 ຄັ້ງ, ບົດລົງວາລະສານໄດ້ 33 ບົດ.

         – ຄະນະແຂ່ງຂັນ-ຍ້ອງຍໍ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມ ກ່ຽວກັບການຄັດເລືອກໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ສອນດີ, ສອນເກັ່ງ ປະຈໍາປີ 2025 ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບ ຄັດເລືອກໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ສອນດີ, ສອນເກັ່ງ ປະເພດຕ່າງໆ ລວມມີ 18 ໂຮງຮຽນ.

ໂດຍລວມແລ້ວ, ຜົນສຳເລັດທັງໝົດທີ່ຍາດມາໄດ້ໃນສົກຮຽນ 2024-2025 ນີ້ ແມ່ນເປັນໝາກຜົນແຫ່ງຄວາມພະຍາຍາມ, ຄວາມສາມັກຄີ ແລະ ການນຳພາ-ຊີ້ນຳ ທີ່ຖືກຕ້ອງ, ເຊິ່ງເປັນພື້ນຖານອັນໜັກແໜ້ນໃນການກ້າວເຂົ້າສູ່ສົກຮຽນໃໝ່ 2025-2026 ດ້ວຍຄຸນນະພາບທີ່ສູງກວ່າເກົ່າ.

         ນອກນັ້ນ, ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ໄດ້ເນັ້ນໜັກເຖິງທິດທາງແຜນການທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ ໃນຕໍ່ໜ້າ ເຊິ່ງລວມມີ:

         1.  ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ນັກສຶກສາ ດ້ວຍການເພີ່ມທະວີຈັດຕັ້ງຄົ້ນຄວ້າເຊື່ອມຊຶມ, ເຜີຍແຜ່ ແລະຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ຂອງພັກ, ແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ຂໍ້ກຳນົດ, ກົດໝາຍຂອງລັດ.

         2.  ຄົ້ນຄວ້າເຊື່ອມຊຶມຫຼັກສູດການຮຽນ-ການສອນ ໂດຍສະເພາະ ຄະນະພັກ, ຄະນະນຳ (ຮມປຂ) ຕ້ອງກຳ   ແໜ້ນຢ່າງເລິກເຊິ່ງຕໍ່ກັບຫຼັກສູດ, ຖືເອົາວຽກງານນີ້ເປັນໜ້າທີ່ ແລະຄວາມຮັບຜິດຊອບໂດຍກົງ ພ້ອມທັງຫັນເປັນແຜນການລະອຽດ, ມີການແບ່ງຄວາມຮັບຜິດຊອບເພື່ອນຳພາ, ກວດກາ, ຕິດຕາມ, ຊຸກຍູ້ ແລະສ້າງເປັນແຜນການຮຽນການສອນຢ່າງລະອຽດໃນແຕ່ລະພາກຮຽນ.

         3). ​ເພີ່ມທະວີການ​ຄຸ້ມ​ຄອງ​ການ​ຮຽນ-ການ​ສອນ ໃຫ້ສອດຄ່ອງ ແລະມີຄວາມເປັນເອກະພາບສູງ, ປັບປຸງກົນ​ໄກ​ປະສານ​ງານ ​ລະຫວ່າງ​ ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ ກັບ​ໂຮງຮຽນ​ການ​ເມືອງ ແລະ ການ​ປົກຄອງ​ແຂວງ, ນະຄອນຫຼວງວຽງຈັນ….

         ກອງປະຊຸມໄດ້ມີການປະກອບຄຳເຫັນ, ເຈາະຈີ້ມ, ຖາມ-ຕອບ ໃສ່ບົດສະຫຼຸບ ຈາກຜູ້ແທນກອງປະຊຸມ ເພື່ອເຮັດໃຫ້ເນື້ອໃນອຸດົມສົມບູນ, ຄົບຖ້ວນ ແລະບັນລຸໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ຕັ້ງໄວ້.

         ກອງປະຊຸມດັ່ງກ່າວຈະດຳເນີນໄປເປັນເວລາ 5 ວັນ (27-31 ຕຸລາ 2025) ດ້ວຍການຕົກລົງເຫັນດີເປັນເອກະພາບຕໍ່ກັບທິດທາງແຜນການ ແລະມາດຕະການໃນການບໍລິຫານຄຸ້ມຄອງ ແລະ ການຮຽນການສອນ ຂອງໂຮງຮຽນການເມືອງການປົກຄອງແຂວງ, ນະຄອນຫຼວງໃນທົ່ວປະເທດ ເພື່ອເຮັດໃຫ້ວຽກງານດັ່ງກ່າວຍົກລະດັບຂຶ້ນສູ່ຄຸນນະພາບໃໝ່ ແລະ ສູງກວ່າເກົ່າ.

                                                               ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

                                                               ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ