ກອງປະຊຸມປຶກສາຫາລື ວຽກງານການພົວພັນຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
ໃນຕອນແລງ ຂອງວັນທີ 3 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 1 ຢູ່ໂຮງແຮມ ຈຳປາສັກແກຣນ ໄດ້ມີພິທີພົບປະປຶກສາຫາລືຢ່າງເປັນທາງການ ໄດ້ຈັດຂຶ້ນພາຍໃຕ້ບັນຍາກາດອັນອົບອຸ່ນ ແລະ ມີຄວາມໝາຍສຳຄັນ ໂດຍມີຄະນະນຳຝ່າຍສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ (ສມປຊ) ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ຊຶ່ງທ່ານໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບຄະນະຜູ້ແທນ ສສ…
