ໃນທ່າມກາງບັນຍາກາດອັນສັກສິດ ແລະ ເຕັມໄປດ້ວຍຄວາມໝາຍປະຫວັດສາດ ທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໃນຕອນບ່າຍຂອງວັນທີ 1 ທັນວາ 2025, ເວລາ 14:30 ໂມງ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງພົບປະໂອ້ລົມ ຢູ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).
ການຢ້ຽມຢາມຄັ້ງນີ້ ດຳເນີນໄປເນື່ອງໃນໂອກາດທີ່ ສະຫາຍ ໂຕເລີມ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງວັນທີ 1-2 ທັນວາ 2025, ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ. ໃນພິທີໃຫ້ກຽດຕ້ອນຮັບຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ພ້ອມດ້ວຍຄະນະພັກ, ຄະນະນຳ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ພາຍຫຼັງການກ່າວຕ້ອນຮັບຢ່າງອົບອຸ່ນ, ສະຫາຍ ຮສ ພູວົງ ອຸ່ນຄຳແສນ ໄດ້ລາຍງານໂດຍສັງເຂບ ກ່ຽວກັບປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ເຊິ່ງເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມື ລາວ-ຫວຽດນາມ. ສມປຊ ມີຕົ້ນກຳເນີດມາຈາກ “ໂຮງຮຽນສາມັກຄີ” ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1964 ຢູ່ດິນແດນຂອງ ສສ ຫວຽດນາມ. ຊື່ຂອງໂຮງຮຽນໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີອັນດູດດື່ມ ລະຫວ່າງ ສູນກາງພັກປະຊາຊົນລາວ ແລະ ພັກຄົນງານຫວຽດນາມ ໃນສະໄໝຕໍ່ສູ້ກູ້ຊາດ, ໂດຍມີຄະນະອຳນວຍການຮ່ວມ ລາວ-ຫວຽດນາມ (ທ່ານ ໂຮ່ສີເຕືອງ ແລະ ສະຫາຍ ສີສົມພອນ ລໍວັນໄຊ) ເຮັດໜ້າທີ່ຄົ້ນຄວ້າທິດສະດີມາກ-ເລນິນ ແລະ ຖອດຖອນບົດຮຽນການປະຕິວັດ ເພື່ອຮັບໃຊ້ພາລະກິດປົດປ່ອຍຊາດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໃນເດືອນກຸມພາ 1995, ກົມການເມືອງສູນກາງພັກ ໄດ້ຕົກລົງໂຮມ “ໂຮງຮຽນຊັ້ນສູງພັກ-ລັດ” ແລະ “ໂຮງຮຽນການປົກຄອງ ແລະ ຄຸ້ມຄອງແຫ່ງຊາດ” ເຂົ້າກັນ, ກາຍມາເປັນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນປັດຈຸບັນ.
ຈຸດສຸມສຳຄັນຂອງການລາຍງານ ແມ່ນການຍົກໃຫ້ເຫັນເຖິງໝາກຜົນແຫ່ງການຮ່ວມມື ລະຫວ່າງ ສມປຊ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ. ການຮ່ວມມືນີ້ ບໍ່ພຽງແຕ່ເປັນການແລກປ່ຽນທາງວິຊາການເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມເປັນເອກະພາບທາງດ້ານທິດສະດີ ແລະ ອຸດົມການໃຫ້ແກ່ສອງພັກ. ຜົນງານອັນພົ້ນເດັ່ນທີ່ສຸດໃນປະຫວັດສາດການຮ່ວມມື ແມ່ນການສຳເລັດ ໂຄງການແປນິພົນເລືອກເຟັ້ນຂອງ ມາກ-ອັງແກນ, ເລນິນ, ໂຮ່ຈີມິນ ແລະ ນິພົນຄົບຊຸດ ໂຮ່ຈີມິນ ຈຳນວນ 15 ເຫຼັ້ມ ພ້ອມດ້ວຍວັດຈະນານຸກົມ ຫວຽດນາມ-ລາວ. ນີ້ຖືເປັນຄັ້ງທຳອິດໃນປະຫວັດສາດລາວ ທີ່ມີຄັງສາງທິດສະດີພື້ນຖານຂອງລັດທິມາກ-ເລນິນ ທີ່ເປັນພາສາລາວຢ່າງສົມບູນ ເພື່ອຮັບໃຊ້ການຄົ້ນຄວ້າ, ການຮຽນ-ການສອນ ແລະ ການກຳນົດແນວທາງນະໂຍບາຍຂອງພັກ-ລັດ.


ນອກຈາກນີ້, ພັກ-ລັດ ແລະ ປະຊາຊົນຫວຽດນາມ ຍັງໄດ້ໃຫ້ການຊ່ວຍເຫຼືອຢ່າງມະຫາສານໃນການກໍ່ສ້າງພື້ນຖານໂຄງລ່າງ. ພິເສດແມ່ນໂຄງການກໍ່ສ້າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະຈຳພາກໃຕ້ (ແຂວງຈຳປາສັກ) ເຊິ່ງເປັນໂຄງການຂະໜາດໃຫຍ່ ເພື່ອຂໍ່ານັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ໃນວາລະການພົບປະໂອ້ລົມ, ສະຫາຍ ໂຕເລິມ ໄດ້ໂອ້ລົມ ນະໂຍບາຍ ກ່ຽວກັບການພົວພັນຮ່ວມມື ຫວຽດນາມ – ລາວ; ແນວທາງນະໂຍບາຍ ຂອງ ສສ ຫວຽດນາມ ໃນໄລຍະໃໝ່ ຕໍ່ກັບພະນັກງານ, ຄູ-ອາຈານ ແລະ ນັກສຶກສາວ່າ: “ເພື່ອເປັນການສືບທອດມິດຕະພາບອັນຍິ່ງໃຫຍ່, ເພີ່ມພູນຄູນສ້າງສາຍພົວພັນ, ຄວາມສາມັກຄີພິເສດ, ປັບປຸງການຮ່ວມມືຮອບດ້ານ ແລະ ຍູ້ແຮງການເປັນຮ່ວມມືຍຸດທະສາດລາວ-ຫວຽດນາມ ໃນໄລຍະໃໝ່, ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງຢຶດໝັ້ນບາງພື້ນຖານແນວຄິດດັ່ງນີ້:
- ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ກັບສັງຄົມນິຍົມ. ສອງພັກລ້ວນແລ້ວແຕ່ເລືອກເອົາເສັ້ນທາງເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. ພັດທະນາພື້ນຖານເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ. ໃນສະພາບການໂລກມີຫຼາຍທ່າອ່ຽງ, ຮູບແບບ, ທິດສະດີທີ່ແຕກຕ່າງກັນ, ຫວຽດນາມ ແລະ ລາວ ຍິ່ງຕ້ອງໄດ້ແລກປ່ຽນ, ແບ່ງປັນ, ເພີ່ມເຕີມ, ສ້າງຄວາມກະຈ່າງແຈ້ງຍິ່ງຂຶ້ນ ຕໍ່ເສັ້ນທາງທີ່ພວກເຮົາໄດ້ເລືອກເອົາ ບົນພື້ນຖານຕົວຈິງອັນມີຊີວິດຊີວາຂອງແຕ່ລະປະເທດ. ຮ່ວມກັນແລກປ່ຽນບັນດາຜົນສຳເລັດ, ບັນດາບົດຮຽນໃນການນຳໃຊ້, ໝູນໃຊ້ຢ່າງມີປະສິດທິຜົນ, ປະດິດສ້າງທິດສະດີ ເຂົ້າໃນພຶດຕິກຳຕົວຈິງ.
- ພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາໄປພ້ອມກັນ. ເສັ້ນຊາຍແດນລາວ-ຫວຽດນາມ ໄດ້ກຳນົດ ແລະ ປັກຫຼັກໝາຍສຳເລັດແລ້ວ, ແຕ່ວ່າຊາຍແດນທາງທັງສອງປະເທດຕ້ອງກາຍເປັນຂົວຕໍ່ແຫ່ງມິດຕະພາບ, ເປັນຂົວຕໍ່ລະຫວ່າງປະຊາຊົນທັງສອງປະເທດ, ເປັນຂົວຕໍ່ລະຫວ່າງແລວທາງເສດຖະກິດ, ຂົວຕໍ່ລະຫວ່າງພື້ນທີ່ພັດທະນາສີຂຽວ, ຍືນຍົງ, ກົມກຽວກັບທຳມະຊາດ. ເປົ້າໝາຍຂອງການສ້າງເສັ້ນຊາຍແດນເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອພັດທະນາໄປພ້ອມກັນນັ້ນ ເປັນທັງຄວາມເລັ່ງທວງດ້ານວຽກງານການເມືອງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັງເປັນໂອກາດການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມຂອງສອງປະເທດ ແລະ ໃນນີ້ ຄວາມສາມັກຄີພິເສດແມ່ນໂລ້ກຳບັງທີ່ນິ້ມນວນ ແລະ ເຂັ້ມແຂງທີ່ສຸດ. ເມື່ອມີຄວາມເຊື່ອໝັ້ນຍຸດທະສາດທີ່ແໜ້ນແຟ້ນແລ້ວ, ທຸກກົນອຸບາຍແບ່ງແຍກ, ສັກສົນ, ຊ່ວຍໃຊ້ ລ້ວນແຕ່ຖືກປະລາໄຊ. ເມື່ອປະຊາຊົນສອງພາກຊາຍແດນເປັນດັ່ງສະຫາຍອ້າຍນ້ອງ, ເພື່ອນມິດ, ຄູ່ຮ່ວມມືທີ່ເຊື່ອໝັ້ນແລ້ວ, ຊາຍແດນກໍ່ຈະກາຍເປັນສາຍຮັດແຫ່ງການຮ່ວມມືພັດທະນາ, ເປັນສາຍເຊືອກຮັດແໜ້ນຄວາມສາມັກຄີ.
- ເພີ່ມເຕີມ, ສະໜັບສະໜູນກັນດ້ານແຫຼ່ງກຳລັງແຮງ, ຊັບພະຍາກອນ, ພື້ນທີ່ພັດທະນາ. ດ້ວຍວິໄສທັດຍຸດທະສາດ, ພວກເຮົາເຫັນວ່າ ລາວມີທ່າແຮງທີ່ຕັ້ງເປັນສູນກາງເທິງແຜ່ນດິນໃນ, ມີທ່າແຮງບົ່ມຊ້ອນດ້ານຊັບພະຍາກອນທຳມະຊາດຫຼາຍ, ມີພື້ນທີ່ພັດທະນາສີຂຽວ. ຫວຽດນາມມີທ່າແຮງສາຍຝັ່ງທະເລທີ່ຍາວ, ເປັນປະຕູອອກສູ່ທະເລຂອງອະນຸພາກພື້ນແມ່ນ້ຳຂອງທີ່ກວ້າງໃຫຍ່, ມີກຳລັງແຮງງານອຸດົມສົມບູນ, ເສດຖະກິດຫຼາກຫຼາຍ, ເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ສາກົນ. ຖ້າຫາກພັດທະນາສະເພາະແຕ່ລະປະເທດ, ພວກເຮົາຈະຈຳກັດຮັດແຄບພື້ນທີ່ການພັດທະນາຂອງຕົນເອງ. ແຕ່ຖ້າເພີ່ມເຕີມໃຫ້ແກ່ກັນ ແລະ ເຊື່ອມສານທາງດ້ານແຫຼ່ງກຳລັງແຮງແລ້ວ, ທ່າໄດ້ປ່ຽບຮ່ວມກັນຫຼາຍໆຢ່າງຈະເກີດຂຶ້ນ, ສ້າງຜົນປະໂຫຍດສູງສຸດຕໍ່ແຫຼ່ງກຳລັງແຮງ ເພື່ອພັດທະນາຢ່າງວ່ອງໄວ, ຍືນຍົງ. ການຂົນສົ່ງສິນຄ້າ, ນັກທ່ອງທ່ຽວຈາກລາວ ສາມາດອອກສູ່ທະເລໄດ້ວ່ອງໄວຂຶ້ນ ຜ່ານທ່າເຮືອ, ທາງທະເລດ້ານຊາຍແດນຕາເວັນອອກຂອງຫວຽດນາມ. ແຫຼ່ງໄຟຟ້າ, ພະລັງງານທົດແທນຂອງລາວ ສາມາດເຊື່ອມໂຍງກັບ ເຄືອຂ່າຍໄຟຟ້າໃນພາກພື້ນຜ່ານຫວຽດນາມ.
ຂ້າພະເຈົ້າຂໍແຈ້ງໃຫ້ບັນດາສະຫາຍໄດ້ຊາບວ່າ ໃນໄລຍະປີ 2021-2025 ຫວຽດນາມໄດ້ຊ່ວຍເຫຼືອລາວປະຕິບັດໄດ້ 25 ໂຄງການ, ມູນຄ່າການຊ່ວຍເຫຼືອປະມານ 4 ພັນຕື້ດົ່ງ, ປະກອບມີ 6 ໂຄງການດ້ານການສຶກສາກໍ່ສ້າງ, 3 ໂຄງການໃນຂົງເຂດສາທາລະນະສຸກ, 4 ໂຄງການໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, 6 ໂຄງການໃນຂົງເຂດອື່ນໆ. ຫວຽດນາມມີການລົງທຶນຢູ່ລາວ 276 ໂຄງການ, ໂດຍມີມູນຄ່າການຈົດທະບຽນຫຼາຍກວ່າ 6 ຕື້ໂດລາສະຫະລັດ.”
ພິທີຢ້ຽມຢາມ ແລະ ພົບປະໂອ້ລົມ ຂອງ ສະຫາຍ ໂຕເລິມ ຢູ່ ສມປຊ ໄດ້ສິ້ນສຸດລົງດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ. ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ເປັນກຽດແກ່ສະຖາບັນເທົ່ານັ້ນ, ແຕ່ຍັງເປັນ “ແຮງບັນດານໃຈ” ອັນຍິ່ງໃຫຍ່ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໃນການສືບຕໍ່ພາລະກິດສ້າງຄົນ, ສ້າງແນວຄິດໃຫ້ພັດທະນາຢ່າງຢຸດຢັ້ງ.





ຂ່າວ/ພາບ ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
