ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ປະກົດຜົນເປັນຈິງ. ພິເສດແມ່ນການສ້າງຂະບວນການຢ່າງຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງຂອງຊາດ ນັ້ນຄື ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄປ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025).

         ສະນັ້ນ, ໃນຕອນເຊົ້າຂອງ ວັນທີ 1 ທັນວາ 2025, ຄະນະພັກ-ຄະນະນຳ, ພະນັກງານ, ຄູ-ອາຈານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງນຳໂດຍ: ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳເອົາກະຕ່າດອກໄມ້ອັນສົ່ງກິ່ນຫອມຫວນ ແລະ ສວຍສົດງົດງາມ ມາວາງຕໍ່ໜ້າຮູບປັ້ນຫຼໍ່ ຂອງປະທານ ໄກສອນ ພົມວິຫານ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ການວາງກະຕ່າດອກໄມ້ໃນຄັ້ງນີ້, ແມ່ນເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2.12.1975 – 2.12.2025) ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ. ຕະຫຼອດຊີວິດ ຂອງປະທານ ໄກສອນ ພົມວິຫານ ໄດ້ອຸທິດສະຕິປັນຍາ ແລະ ກຳລັງວັງຊາ ໃຫ້ແກ່ພາລະກິດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ນຳພາການປະຕິວັດ ຂອງປະຊາຊົນລາວເຮົາ ຈາກໄຊຊະນະນີ້ ກ້າວຂຶ້ນສູ່ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ໂດຍສະເພາະແມ່ນ ໄຊຊະນະອັນຍິ່ງໃຫຍ່ ໃນວັນທີ 2 ທັນວາ 1975 ເຊິ່ງເປັນໝາກຜົນແຫ່ງການຕໍ່ສູ້ອັນພິລະອາດຫານ ພາຍໃຕ້ການນໍາພາຂອງພັກ ແລະ ປະທານ ໄກສອນ ພົມວິຫານ, ເຮັດໃຫ້ປະເທດຊາດຂອງພວກເຮົາ ຈາກປະເທດທີ່ຕົກເປັນເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ໄດ້ກາຍມາເປັນປະເທດທີ່ມີເອກະລາດ, ມີອະທິປະໄຕ ແລະ ມີຖານະອັນສົມກຽດໃນເວທີສາກົນ ມາຈົນເຖິງທຸກວັນນີ້ ຄົບຮອບ 50 ປີ.

         ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ຮສ ພູວົງ ອຸ່ນຄຳແສນ ພ້ອມດ້ວຍຄະນະ ຍັງໄດ້ຢືນຢັນທີ່ຈະສືບຕໍ່ຮຽນຮູ້ ແລະ ໝູນໃຊ້ມູນເຊື້ອອັນດີງາມ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນວິທີເຮັດວຽກ ຂອງ ປະທານ ໄກສອນ ພົມວິຫານ ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ມີປະສິດທິຜົນສູງຂຶ້ນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ຕາມທິດສັງຄົມນິຍົມ.

                                                      ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

                                                      ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ