ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດກອງປະຊຸມສະພາວິທະຍາສາດ ວິສາມັນ ຄັ້ງທີ 2 ປະຈຳປີ 2025
ໃນຕອນບ່າຍ ຂອງວັນທີ 12 ທັນວາ 2025, ເວລາ 13:30 ໂມງ, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການເປີດກອງປະຊຸມສະພາວິທະຍາສາດ ວິສາມັນ ຄັ້ງທີ 2 ປະຈຳປີ 2025 ຂຶ້ນຢ່າງເປັນທາງການ ຊຶ່ງກອງປະຊຸມດັ່ງກ່າວ ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ…
