ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ
ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ພວມສືບຕໍ່ຜັນຂະຫຍາຍຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກຢ່າງແຂງແຮງນັ້ນ, ຢູ່ທີ່ຫ້ອງຮັບແຂກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີພິທີຕ້ອນຮັບ ແລະພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ແຫ່ງ ສປ ຈີນ. ໃຫ້ກຽດຕ້ອນຮັບ ແລະນຳພາການພົບປະຝ່າຍລາວ ໂດຍ ທ່ານ ປທ ນາງ…
