ໃນຕອນແລງ ຂອງວັນທີ 17 ທັນວາ 2025 ນີ້, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີພົບປະຢ້ຽມຢາມ ແລະ ໂອ້ລົມ ຂອງຄະນະນໍາຈາກແຂວງຊຽງຂວາງ ຕໍ່ກັບສະມາຄົມນັກສຶກສາແຂວງຊຽງຂວາງ ທີ່ກຳລັງສຶກສາຄົ້ນຄວ້າຮໍ່າຮຽນຢູ່ສະຖາບັນດັ່ງກ່າວ.


ໃນພິທີອັນມີຄວາມໝາຍ ໄດ້ມີການເຂົ້າຮ່ວມ ຂອງທ່ານ ມົນຕີ ສີອຸດົມ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຜາໄຊ; ທ່ານ ເພັດສະໝອນ ສຸລິຍະແສງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຄູນ; ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກສຶກສາ ແລະ ນັກສຶກສາແຂວງຊຽງຂວາງ ທີ່ມາສຶກສາຄົ້ນຄວ້າ ຢູ່ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສົມໄຊ ຫຼ້າດວງມະນີ ປະທານສະມາຄົມນັກສຶກສາແຂວງຊຽງຂວາງ ໄດ້ຂຶ້ນຜ່ານບົດລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານ ຂອງສະມາຄົມໃນໄລຍະຜ່ານມາ. ປັດຈຸບັນ, ມີນັກສຶກສາຈາກແຂວງຊຽງຂວາງ ທີ່ກຳລັງສຶກສາ ຢູ່ ສມປຊ ທັງໝົດ 15 ທ່ານ, ຍິງ 4 ທ່ານ. ໃນນັ້ນ, ປະກອບມີນັກສຶກສາລະບົບປະລິນຍາໂທ ຮຸ່ນ 20 ແລະ 21, ລະບົບປະລິນຍາຕີຕໍ່ເນື່ອງ ແລະ ລະບົບປະລິນຍາຕີກໍ່ສ້າງ.
ຜ່ານການລາຍງານເຫັນວ່າ: ນັກສຶກສາແຕ່ລະສະຫາຍໄດ້ມີຄວາມບຸກບືນ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນດ້ວຍຄວາມຮັບຜິດຊອບສູງ, ປະຕິບັດລະບຽບວິໄນ ຂອງສະຖາບັນຢ່າງເຄັ່ງຄັດ ແລະ ມີຄວາມສາມັກຄີພາຍໃນຢ່າງໜັກແໜ້ນ. ອັນພົ້ນເດັ່ນແມ່ນນັກສຶກສາປະລິນຍາໂທ ຮຸ່ນທີ 19 ສາມາດປ້ອງກັນບົດວິທະຍານິພົນໄດ້ສຳເລັດຕາມແຜນການ ແລະ ຮຸ່ນທີ 20 ກໍກຳລັງຢູ່ໃນຂັ້ນຕອນການຂຽນບົດ ແລະ ລົງວາລະສານ. ນອກຈາກວຽກງານວິຊາການແລ້ວ, ສະມາຄົມຍັງໄດ້ສ້າງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເບິ່ງແຍງໃນຍາມເຈັບເປັນ ຫຼື ມີວຽກງານສຸກເສີນຕ່າງໆ.



ເຖິງຢ່າງໃດກໍຕາມ, ບົດລາຍງານຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ເປັນຕົ້ນແມ່ນ ບັນຫາດ້ານພາຫະນະຮັບໃຊ້ໃນຍາມເຈັບເປັນສຸກເສີນ, ອຸປະກອນຮັບໃຊ້ການຮຽນບາງຢ່າງທີ່ເປ່ເພ ແລະ ງົບປະມານກອງທຶນທີ່ຍັງມີຈຳກັດ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ສົມສະໝອນ ຜະລິຈັນ ຕາງໜ້າໃຫ້ຄະນະນໍາແຂວງຊຽງຂວາງ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ນັກສຶກສາ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ນັກສຶກສາຍາດມາໄດ້ ແລະ ເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມຂະຫຍັນໝັ່ນພຽນ, ເພີ່ມທະວີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມກັນນັ້ນ, ທ່ານຍັງໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ໃກ້ສິດຕິດແທດ ແລະ ຊ່ວຍເຫຼືອແກ້ໄຂຂໍ້ຫຍຸ້ງຍາກ ຂອງນັກສຶກສາໃຫ້ທັນການ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກສຶກສາ ໄດ້ສຸມໃສ່ການຮຽນຢ່າງເຕັມເມັດເຕັມໜ່ວຍ ເພື່ອກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ໄປຮັບໃຊ້ບ້ານເກີດເມືອງນອນຂອງຕົນໃນອະນາຄົດ.
ໃນຕອນທ້າຍຂອງພິທີ, ຄະນະນໍາແຂວງຊຽງຂວາງ ແລະ ຄະນະນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍນັກສຶກສາທັງໝົດ ໄດ້ຮ່ວມກັນຖ່າຍຮູບເປັນທີ່ລະນຶກ ຢູ່ທີ່ຫ້ອງປະຊຸມ ແລະ ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ເພື່ອເປັນຂີດໝາຍແຫ່ງຄວາມສາມັກຄີ ແລະ ຄວາມເອົາໃຈໃສ່ຂອງການນໍາ ຕໍ່ກັບວຽກງານການສ້າງຊັບພະຍາກອນມະນຸດ ຂອງແຂວງຊຽງຂວາງ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ທ່ານ ສົມໄຊ ຫຼ້າດວງມະນີ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
