ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສະພາແຫ່ງຊາດ ເຜີຍແຜ່ຜົນສຳເລັດການຄົ້ນຄວ້າວິທະຍາສາດ
ໃນຕອນເຊົ້າວັນທີ 23 ທັນວາ 2025 ຢູ່ທີ່ສະໂມສອນໃຫຍ່ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການຈັດກອງປະຊຸມເຜີຍແຜ່ການຄົ້ນຄວ້າວິທະຍາສາດ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງຈັດສັນທີ່ດິນໃຫ້ປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ” ແລະ “ຄວາມກົມກຽວລະຫວ່າງການພັດທະນາພະລັງງານເຂື່ອນໄຟຟ້າ ຕິດພັນກັບການພັດທະນາທ່ອງທ່ຽວ”. ກອງປະຊຸມຄັ້ງນີ້ ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ປອ…
