ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈັດຕັ້ງພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ກຳລັງສ້າງຂະບວນການຂຳນັບຮັບຕ້ອນ 3 ວັນປະຫວັດສາດສຳຄັນຂອງຊາດ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ; ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ເຊິ່ງເປັນສູນກາງແຫ່ງການຄົ້ນຄວ້າທິດສະດີ ແລະ ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຂັ້ນຍຸດທະສາດຂອງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (09 ທັນວາ 2003 – 09 ທັນວາ 2025) ໃນຕອນເຊົ້າຂອງວັນທີ 30…
