ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງໄລຍະ 5 ປີ (2021-2025) ແລະທິດທາງແຜນການວຽກງານຈັດຕັ້ງ 5 ປີ (2026-2030) ປະກາດການຈັດຕັ້ງ ແລະທາບທາມບຸກຄະລາກອນເຂົ້າໃສ່ແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 23 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະ ນະພັກ, ຄະນະນໍາ, ສະມາຊິກພັກ, ພະນັກງານ, ຄູ-ອາຈານເຂົ້າຮ່ວມຢ່າງພ້ອມພຽງ.

       ໃນພິທີ, ທ່ານ ປທ ນ. ພອນໄຊ ລາດຊະວົງ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ໄດ້ປະກາດພັກຜ່ອນຮັບບຳນານຄື:

         1. ທ່ານ ປອ ໝອນແກ້ວ ຈິດຕະລາດຕຳແໜ່ງ: ຫົວໜ້າຄະນະບໍລິຫານສາດ.

– ວັນເດືອນປີເກີດ: 15 ຕຸລາ 1965.

-ອາຍຸກະສຽນ: 60 ປີ.

– ວັນເຂົ້າການປະຕິວັດ ແລະ ວັນສັງກັດລັດ: 1 ກັນຍາ 1987.

– ລວມອາຍຸການ: 38 ປີ.

– ຊັ້ນ-ຂັ້ນເງິນເດືອນ:ຊັ້ນ 4 ຂັ້ນ 13 (ກ່ອນຮັບບຳນານບວກເພີ່ມ 1 ຂັ້ນ ເປັນຊັ້ນ 4 ຂັ້ນ 14).

– ມື້ອອກຮັບບຳນານ: ນັບແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ.

– ອ້າງອີງ:ຂໍ້ຕົກລົງເລກທີ 1519/ສມປຊແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 900/ຄລສພ.

       2. ທ່ານ ນາງ ລາລີວັນ ວົງພະຈັນ ຕຳແໜ່ງ: ຫົວໜ້າພະແນກອົງການຈັດຕັ້ງມະຫາຊົນ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຂຶ້ນກັບກົມຈັດຕັ້ງ

– ວັນເດືອນປີເກີດ: 15 ມັງກອນ 1968.

– ອາຍຸກະສຽນ: 58 ປີ.

– ວັນເຂົ້າການປະຕິວັດ ແລະວັນສັງກັດລັດ: 1 ຕຸລາ 2000.

– ລວມອາຍຸການ: 25 ປີ.

– ຊັ້ນ-ຂັ້ນເງິນເດືອນ:ຊັ້ນ 4 ຂັ້ນ 9 (ກ່ອນຮັບບຳນານບວກເພີ່ມ 1 ຂັ້ນ ເປັນຊັ້ນ 4 ຂັ້ນ 10).

– ມື້ອອກຮັບບຳນານ:ນັບແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ.

– ອ້າງອີງ:ຂໍ້ຕົກລົງເລກທີ 1520/ສມປຊ ແລະ ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ເລກທີ 1749/ຄຈສພ.

         ນອກຈາກນັ້ນ, ໃນວາລະທີ່ມີຄວາມຫມາຍສໍາຄັນນີ້, ໄດ້ມີການຜ່ານຂໍ້ຕົກລົງ ສະບັບເລກທີ 3907/ສມປຊ ແລະ 3908/ສມປຊ, ລົງວັນທີ 22 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງພະນັກງານ ເຂົ້າໃສ່ຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າພະແນກ ແລະທຽບເທົ່າ. ການແຕ່ງຕັ້ງດັ່ງກ່າວ ແມ່ນອີງໃສ່ແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງ ເພື່ອທົດແທນພະນັກງານທີ່ພັກການຮັບບໍາເນັດ ແລະເພື່ອສັບຊ້ອນໝູນ ວຽນພະນັກງານ ໃຫ້ໄດ້ຮັບການຝຶກຝົນຫຼໍ່ຫຼອມໃນຫຼາຍໜ້າວຽກ.

ການຈັດວາງບຸກຄະລາກອນໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງ “ວິໄສທັດຍາວນານ” ຂອງຄະນະພັກ ສມປຊ ທີ່ໃຫ້ຄວາມສໍາຄັນກັບການສ້າງພະນັກງານສືບທອດປ່ຽນແທນ ທີ່ມີລັກສະນະຕໍ່ເນື່ອງ, ຮັບປະກັນບໍ່ໃຫ້ຂາດວັກຂາດຕອນ ແລະເປັນການສ້າງໂອກາດໃຫ້ພະນັກງານໜຸ່ມແໜ້ນ ທີ່ມີມາດຖານຄົບຖ້ວນ ໄດ້ສະແດງຄວາມຮູ້, ຄວາມສາ ມາດຂອງຕົນເຊຶ່ງລາຍລະອຽດມີດັ່ງນີ້:

       1. ການຍົກຍ້າຍບ່ອນປະຈຳການ (ຕາມຂໍ້ຕົກລົງເລກທີ 3909/ສມປຊ):

ທ່ານ ປທ ພະສະຫວັດ ເທບສຸວັນ: ຍົກຍ້າຍຈາກ ຫົວໜ້າພາກວິຊາເສດຖະສາດພັດທະນາ ໄປເປັນຫົວໜ້າພາກວິຊາເສດຖະສາດການເມືອງມາກ-ເລນິນ, ຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ.

       2. ແຕ່ງຕັ້ງຂຶ້ນເປັນ “ຮອງຫົວໜ້າພະແນກ” ແລະທຽບເທົ່າ (ຕາມຂໍ້ຕົກລົງເລກທີ 3907/ສມປຊ):

– ທ່ານ ຄໍາເສັງ ສີນະວົງພອນ: ເປັນຮອງຫົວໜ້າພະແນກຄໍາຮ້ອງ ແລະຄໍາສະເໜີ, ກົມກວດກາ.

– ທ່ານ ປທ ລໍາສີ ຄໍາມະນີໂຄດ: ເປັນຮອງຫົວໜ້າພະແນກຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ.

– ທ່ານ ປທ ສັນຍາລັກ ແກ້ວຄໍາຮຸ່ງ: ເປັນຮອງຫົວໜ້າພາກວິຊາວິທະຍາສາດການບໍລິຫານ, ຄະນະບໍລິຫານສາດ.

– ທ່ານ ນ.ກອງແພງ ວິລະສີ: ເປັນຮອງຫົວໜ້າພະແນກອົງການຈັດຕັ້ງມະຫາຊົນ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ກົມຈັດຕັ້ງ-ພະນັກງານ.

       3. ແຕ່ງຕັ້ງຂຶ້ນເປັນ “ຫົວໜ້າພະແນກ” ແລະທຽບເທົ່າ (ຕາມຂໍ້ຕົກລົງເລກທີ 3908/ສມປຊ):

– ທ່ານ ປທ ກິອຸໄທ ພອນມີໄຊ: ເປັນຫົວໜ້າພະແນກຄົ້ນຄວ້າສັງລວມ (ຫ້ອງການ).

– ທ່ານ ປອ ສິນທອນ ແກ້ວຄໍາແພງ: ເປັນຫົວໜ້າພະແນກຄົ້ນຄວ້າວິທະຍາສາດ, ກົມຄຸ້ມຄອງການຄົ້ນຄວ້າວິ ທະຍາສາດ.

– ທ່ານ ປທ ນ.ຈັນສອນ ສີມະໂນວົງ: ເປັນຫົວໜ້າພະແນກແຜນການ-ເຜີຍແຜ່ການຄົ້ນຄວ້າວິທະຍາສາດ, ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ.

         ພ້ອມກັນນັ້ນ, ທ່ານ ປທ ນ. ພອນໄຊ ລາດຊະວົງ ໄດ້ສະຫຼຸບການຕີລາຄາວຽກງານ 5 ປີຜ່ານມາ, ສມປຊ ໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການປັບປຸງກົງຈັກ ແລະກໍ່ສ້າງຖັນແຖວພະນັກງານ ໂດຍອີງໃສ່ທິດທາງ “ກະທັດຮັດ, ມີປະສິດທິພາບ ແລະຖືກຕ້ອງຕາມພາລະບົດບາດ”. ຄະນະພັກ ສມປຊ ໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນວຽກງານແຖວໜ້າ, ເຮັດໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ. ດ້ານວຽກງານວິຊາສະເພາະ ແລະການຈັດຕັ້ງ. ສມປຊ ໄດ້ປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຢ່າງເຂັ້ມງວດ. ໄດ້ມີການປະເມີນຜົນພະນັກງານ, ຄູ-ອາຈານ ປະຈຳປີຢ່າງເປັນລະບົບໂດຍຢຶດຖືຫຼັກການລວມສູນ ປະຊາທິປະໄຕ, ເປີດກວ້າງການຕໍານິຕິຊົມ ແລະກໍ່ສ້າງເຊິ່ງກັນແລະກັນ. ສິ່ງສໍາຄັນແມ່ນໄດ້ສ້າງເງື່ອນໄຂໃຫ້ພະນັກງານໄດ້ຮັບການບໍາລຸງ, ຍົກລະດັບທັງພາຍໃນ ແລະຕ່າງ ປະ ເທດ, ເຮັດໃຫ້ໂຄງປະກອບບຸກຄະລາກອນຂອງ ສມປຊ ມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງໜ້າທີ່ການເມືອງໃນໄລຍະໃໝ່ ຕາມທິດທາງສູ່ປີ 2030: ມຸ່ງສູ່ຄວາມເປັນເລີດທາງດ້ານທິດສະດີ ແລະພຶດຕິກໍາ, ກອງປະຊຸມຍັງໄດ້ຮັບ ຮອງເອົາທິດທາງແຜນການ ປີ 2026-2030, ໂດຍເນັ້ນໜັກການສ້າງພັກ-ພະນັກງານ ໃຫ້ “ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ”. ສມປຊ ວາງຄາດໝາຍສູ້ຊົນທີ່ຈະຍົກລະດັບຄຸນນະພາບການຮຽນ-ການສອນ ແລະການຄົ້ນຄວ້າວິທະຍາສາດ ໃຫ້ທຽບເທົ່າກັບພາກພື້ນ ແລະສາກົນເທື່ອລະກ້າວ. ການປັບປຸງກົງຈັກການຈັດຕັ້ງຈະສືບຕໍ່ດໍາເນີນໄປໃນທິດທາງທີທັນສະໄໝ, ຫັນເປັນດິຈິຕອນ ແລະເນັ້ນປະສິດທິຜົນຂອງວຽກງານເປັນຕົ້ນຕໍ. ຍຸດທະສາດສໍາຄັນແມ່ນການສ້າງຄູ-ອາຈານ ແລະນັກຄົ້ນຄວ້າໃຫ້ເປັນ “ນັກທິດສະດີ ແລະນັກປະຕິບັດ” ທີ່ສາມາດນໍາເອົາແນວທາງຂອງພັກໄປໄຂແຈ້ງ ແລະແກ້ໄຂບັນຫາຕົວຈິງຂອງສັງຄົມໄດ້.

         ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາ ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນໍາ ໂດຍທ່ານໄດ້ເນັ້ນໜັກ 4 ບັນຫາໃຈກາງ ທີ່ພະນັກງານທຸກສະຫາຍ ໂດຍສະເພາະຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຕ້ອງກຳແໜ້ນ ແລະຈັດຕັ້ງປະຕິບັດ:

– ຕ້ອງເພີ່ມທະວີຄວາມໜັກແໜ້ນທາງດ້ານການເມືອງ: ທ່ານໄດ້ຢືນຢັນວ່າພະນັກງານຂອງ ສມປຊ ຕ້ອງເປັນແບ ບຢ່າງນຳໜ້າທາງດ້ານຄຸນສົມບັດສິນທຳປະຕິວັດ, ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະຕໍ່ປະຊາຊົນ. ຕ້ອງເຊື່ອມຊຶມ ແລະກຳແໜ້ນແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງ ເພື່ອເປັນເຂັມທິດເຍືອງທາງໃນການປະຕິບັດໜ້າທີ່ວຽກງານ.

– ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ: ຄວາມສາມັກຄີພາຍໃນແມ່ນບໍ່ເກີດພະລັງແຮງສັງລວມ. ທ່ານປະທານໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະນໍາ ແລະພະນັກງານທຸກຄົນ ຈົ່ງຮັກສາຄວາມສາມັກຄີເປັນເອກະພາບ, ປະຕິບັດຫຼັກການລວມສູນ ປະຊາທິປະໄຕ, ແກ້ໄຂບັນຫາຕ່າງໆ ບົນພື້ນຖານຄວາມຖືກຕ້ອງປອງດອງ ແລະຜົນປະໂຫຍດລວມ.

– ຍົກສູງຄວາມຮັບຜິດຊອບ ແລະຄວາມເປັນມືອາຊີບ: ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຕ້ອງຖືວ່າຕຳແໜ່ງແມ່ນ “ໜ້າທີ່ ແລະຄວາມຮັບຜິດຊອບ” ບໍ່ແມ່ນອໍານາດ. ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ສຶກສາຮຽນຮູ້ສິ່ງໃໝ່ໆ ແລະປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ, ວ່ອງໄວ ແລະມີປະສິດທິຜົນ.

– ຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະຮອບດ້ານ: ສມປຊ ຕ້ອງເປັນເສນາທິການທາງດ້ານທິດສະດີທີ່ແຫຼມຄົມໃຫ້ແກ່ສູນກາງພັກ. ສະນັ້ນ, ວຽກງານກໍ່ສ້າງພະນັກງານ ຕ້ອງໄປກ່ອນກ້າວໜຶ່ງ, ຕ້ອງກ້າຄິດ, ກ້າເຮັດ ແລະກ້າຮັບຜິດ ຊອບໃນການຄົ້ນຄວ້າ ແລະນໍາສະເໜີແນວຄິດທິດສະດີໃໝ່ໆ ທີ່ສອດຄ່ອງກັບສະພາບການພັດທະນາຂອງປະເທດໃນຍຸກໂລກາພິວັດ.

         ກອງປະຊຸມປະກາດການຈັດຕັ້ງ ແລະສະຫຼຸບວຽກງານ 5 ປີ ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະຫຼຸບຜົນງານໃນອະດີດ ແຕ່ຍັງເປັນການ “ເປີດສາກ” ໃຫ້ແກ່ການກ້າວສູ່ໄລຍະໃໝ່ ທີ່ມີຄວາມທ້າທາຍ ແລະໂອກາດຫຼາຍຂຶ້ນ. ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງໃກ້ຊິດ ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ແລະຄວາມຕັດສິນໃຈສູງຂອງຄະນະພັກ-ຄະນະນໍາ, ເຊື່ອໝັ້ນວ່າ ສມປຊ ຈະສືບຕໍ່ເຕີບໃຫຍ່ເຂັ້ມແຂງ, ເປັນປ້ອມດ່ານໜ້າທາງດ້ານແນວຄິດທິດສະດີ ແລະເປັນເບົ້າຫຼໍ່ທີ່ສຳຄັນໃນການສ້າງພະນັກງານນໍາພາ-ຄຸ້ມຄອງ ທີ່ມີຄຸນນະພາບ ໃຫ້ແກ່ປະເທດຊາດສືບຕໍ່ໄປ.

ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ