ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດໃນການຕ້ອນຮັບຄະນະຜູ້ແທນ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ເນື່ອງໃນໂອກາດພົບປະຢ້ຽມຢາມ ແລະການກະກຽມໂຄງການກໍ່ສ້າງສະຖາບັນພາກໃຕ້
ໃນລະຫວ່າງວັນທີ 5-9 ເມສາ ທີ່່ຜ່ານມາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ເນື່ອງໃນການພົບປະຢ້ຽມຢາມ ແລະການກະກຽມໂຄງການກໍ່ສ້າງສະຖາບັນພາກໃຕ້, ໂດຍການນຳພາ ຄະນະຂອງ ທ່ານ ຮວ່າງ ແອັງ ຮວ່າງ, ຫົວໜ້າຄະນະຜູ້ແທນ, ຫົວໜ້າກົມແຜນການ ແລະການເງິນ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສສ ຫວຽດນາມ ພ້ອມດ້ວຍຄະນະ 5 ທ່ານ ແລະໃຫ້ກຽດຕ້ອນຮັບຂອງ ທ່ານ…
