ໃນຕອນເຊົ້າວັນທີ 3 ພະຈິກ 2026 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮ່ວມກັບອົງການກາແດງ ແຂວງຊຽງຂວາງ ໄດ້ຈັດພິທີ ຮ່ວມໃຈບໍລິຈາກເລືອດ ເພື່ອ ຊ່ວຍເຫຼືອສັງຄົມ. ໃນພິທີ ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍທ່ານ ບຸນຊູ ອິດທິພົນ ຮັກສາການໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີທ່ານ ສົມພອນ ພັນທະລັງສີ ຮອງຫົວໜ້າອົງການກາແດງ ແຂວງຊຽງຂວາງ, ພ້ອມດ້ວຍທີມງານ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາຂັ້ນກາງ ຮຸ່ນ VI ເຂົ້າຮ່ວມທັງໝົດ 62 ສະຫາຍ, ຍິງ 15 ສະຫາຍ.

ໃນພິທີດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມນໍ້າໃຈມະນຸດສະທຳ, ປູກຈິດສໍານຶກໃຫ້ທຸກຄົນເຫັນເຖິງຄຸນຄ່າຂອງການແບ່ງປັນ ແລະການຊ່ວຍເຫຼືອ ເພື່ອນມະນຸດດ້ວຍກັນ. ເພາະການບໍລິຈາກເລືອດເປັນການໃຫ້ທີ່ມີຄຸນຄ່າສາມາດຊ່ວຍຕໍ່ຊີວິດຜູ້ປ່ວຍ ທີ່ມີຄວາມຈໍາເປັນຕ້ອງໃຊ້ເລືອດໃນການປິ່ນປົວ. ການບໍລິຈາກເລືອດໃນຄັ້ງນີ້ສະແດງໃຫ້ເຫັນເຖິງນໍ້າໃຈອັນດີງາມ, ຄວາມສາມັກຄີ ແລະຄວາມຮັບຜິດຊອບຕໍ່ສັງຄົມ ເພື່ອສ້າງສັງຄົມທີ່ມີນໍ້າໃຈ, ການແບ່ງປັນ. “ການໃຫ້ເລືອດຄືການໃຫ້ຊີວິດ ແລະການສ້າງນໍ້າໃຈແຫ່ງການແບ່ງປັນ” ການຮ່ວມບໍລິຈາກເລືອດໃນຄັ້ງນີ້ ມີທັງໝົດ 5 ທ່ານ, ຍິງ 1 ທ່ານ, ໃນນັນ ຄູ-ອາຈານ 2 ທ່ານ ແລະນັກສຶກສາ 3 ທ່ານ. ໃນພິທີສໍາຄັນດັ່ງກ່າວ ອົງການກາແດງແຂວງ ຍັງໄດ້ມອບເຄື່ອງຈໍານວນໜຶ່ງໃຫ້ໂຮງຮຽນ ເພື່ອນໍາໃຊ້ເຂົ້າໃນເຮືອນຄົວລວມ ມູນຄ່າ: 1.650.000 ກີບ. ໃນຕອນທ້າຍພິທີ, ທ່ານ ບຸນຊູ ອິດທິພົນ ຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ສະແດງຄວາມຂອບໃຈນໍາອົງການກາແດງແຂວງ ທີ່ໃຫ້ຄວາມສໍາຄັນໃນການຈັດພິທີບໍລິຈາກເລືອດ ແລະ ມອບເຄື່ອງໃນຄັ້ງນີ້





—————————
ພາບ-ຂ່າວ: ນາງ ຄຳເພັດ ບຸນນະຈັນ
ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ.
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
