ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງພິທີປ້ອງກັນບົດຈົບຂັ້ນທິດສະດີການເມືອງ ຂັ້ນກາງ ລະບົບ 4 ເດືອນ ຮຸ່ນທີ VI ຢ່າງເປັນທາງການໃນວັນທີ 4 ພະຈິກ 2026, ເຊິ່ງຖືເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ໃນການຍົກລະດັບທິດສະດີການເມືອງ ແລະ ຫຼັກການຄຸ້ມຄອງ-ບໍລິຫານລັດ ໃຫ້ກາຍເປັນກໍາລັງແຮງຕົ້ນຕໍ ໃນການຍົກສູງຄຸນທາດການເມືອງ ຂອງພະນັກງານນໍາພາ-ຄຸ້ມຄອງ ທີ່ດໍາລົງຕໍາແໜ່ງຂັ້ນພະແນກ ຢູ່ບັນດາກະຊວງ ແລະອົງການ ພາຍໃນນະຄອນຫຼວງວຽງຈັນ.

ການປ້ອງກັນບົດຈົບຂັ້ນໃນຄັ້ງນີ້ ແມ່ນໄດ້ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍມີຄະນະປະທານຊີ້ນໍາລວມປ້ອງກັນບົດຈົບຂັ້ນ ປະກອບມີ 5 ທ່ານ ຄື: ທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ເປັນປະທານ, ທ່ານ ຮສປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ເປັນຮອງປະທານ, ພ້ອມດ້ວຍ ທ່ານ ປອ ສຸພາວະດີ ຫຼ້າ ຄໍາ ສາຍ ຮອງຫົວໜ້າ ສມປຊ, ທ່ານ ປອ ສີສົມພອນ ວົງພະຈັນ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ທ່ານ ປອ ພອນວິໄລ ພົມວຽງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ເປັນຄະນະ.

ໃນພິທີດັ່ງກ່າວ, ມີນັກສຶກສາທິດສະດີການເມືອງ ຂັ້ນກາງ ລະບົບ 4 ເດືອນ ຮຸ່ນທີ VI ເຂົ້າຮ່ວມປ້ອງກັນບົດຈົບຂັ້ນ ທັງໝົດ 60 ທ່ານ, ຍິງ 21 ທ່ານ. ການປ້ອງກັນບົດ ແມ່ນໄດ້ແບ່ງອອກເປັນ 5 ກຸ່ມຄະນະກຳມະການ ຄື:

1. ກຸ່ມການປົກຄອງ: ມີ ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າຄະນະບໍລິຫານສາດ ເປັນຫົວໜ້າຄະນະກຳມະການ. ນັກສຶກສາ ມີຈໍານວນ 12 ທ່ານ, ຍິງ 3 ທ່ານ.

2. ກຸ່ມຄຸ້ມຄອງເສດຖະກິດ: ມີ ທ່ານ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດການ ເມືອງ ແລະ ຄຸ້ມຄອງເສດຖະກິດ ເປັນຫົວໜ້າຄະນະກຳມະການ. ນັກສຶກສາ ມີຈໍານວນ 12 ທ່າ ນ, ຍິງ 3 ທ່ານ.

3. ກຸ່ມການເມືອງ 1 (ຄະນະປັດຊະຍາ): ມີ ທ່ານ ປອ ສາຍຄໍາ ມູນມະນີວົງ ຫົວໜ້າຄະນະປັດຊະຍາ ເປັນຫົວໜ້າຄະນະກຳມະການ. ນັກສຶກສາ ມີຈໍານວນ 12 ທ່ານ, ຍິງ 6 ທ່ານ.

4. ກຸ່ມການເມືອງ 2 (ຄະນະລັດທິສັງຄົມນິຍົມວິທະຍາສາດ): ມີ ທ່ານ ຮສ ປອ ນາງລຳພູນ ດວນສຸວັນ ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເປັນຫົວໜ້າຄະນະກຳມະການ. ນັກສຶກສາ ມີຈໍານວນ 12 ທ່ານ, ຍິງ 6 ທ່ານ.

5. ກຸ່ມການເມືອງ 3 (ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ): ມີ ທ່ານ ປອ ກູ ຢ່າງ ສີ ສົມ ບົງ ຫົວໜ້າຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ເປັນຫົວໜ້າຄະນະກຳມະການ. ນັກສຶກສາ ມີຈຳນວນ 12 ທ່ານ, ຍິງ 3 ທ່ານ.

ການປ້ອງກັນບົດຈົບຂັ້ນຄັ້ງນີ້ ແມ່ນການກວດກາຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມສາມາດໃນການໝູນໃຊ້ທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ເຂົ້າໃນການແກ້ໄຂບັນຫາຕົວຈິງຂອງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມ ແລະ ການກໍ່ສ້າງພັກ-ພະນັກງານ ໃນກົນໄກລະບົບປະຊາທິປະໄຕ ປະຊາຊົນ. ບົດຄົ້ນຄວ້າຂອງນັກສຶກສາ ແຕ່ລະທ່ານໄດ້ສະທ້ອນໃຫ້ເຫັນເຖິງທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ ແລະ ຈິນຕະນາການໃໝ່ ທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່.

ຜົນສຳເລັດ ຂອງການປ້ອງກັນບົດຈົບຂັ້ນທິດສະດີການເມືອງ ຂັ້ນກາງ ລະບົບ 4 ເດືອນຮຸ່ນທີ VI ໃນຄັ້ງນີ້, ໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ຂອງຄະນະປະທານ, ຄະນະກຳມະການ ແລະ ກອງເລຂາຊ່ວຍວຽກທຸກໆທ່ານ, ເຊິ່ງຖືເປັນບາດກ້າວອັນສໍາຄັນໃນການກໍ່ສ້າງ ແລະ ຍົກລະດັບພະນັກງານນໍາ ພາ-ຄຸ້ມຄອງ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດປະຕິວັດ, ເພື່ອເປັນກຳລັງແຮງຫຼັກແຫຼ່ງໃນການສືບຕໍ່ປະຕິບັດມະຕິຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ປະກົດຜົນເປັນຈິງຢ່າງມີປະສິດທິພາບ ແລະມີປະສິດທິຜົນ.
———————–
ຂ່າວ, ພາບ: ຕາອັອດ ແສນທະວີສຸກ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ