ພາຍໃຕ້ການຊີ້ນໍາ-ນໍາພາອັນຕັ້ງໜ້າ ແລະ ເອົາໃຈໃສ່ຢ່າງໃກ້ຊິດຈາກຄະນ ະບໍລິຫານງານພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໃນວັນທີ 2 ພະຈິກ 2026 ທີມງານນັກກິລາບານເຕະ 11 ຄົນ ຂອງ ສມປຊ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນພິທີເປີດການແຂ່ງຂັນກິລາບານເຕະ 11 ຄົນ ຊີງຂັນປະທານສູນກາງແນວລາວສ້າງຊາດ (ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ) ປະຈຳປີ 2026 ເຊິ່ງຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ເດີ່ນລ້ານຊ້າງສະຕາຣຽມ, ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
ຂະບວນການດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງບົດບາດ ແລະ ຄວາມໝາຍໃນການຍູ້ແຮງຂະບວນການ 3 ສ້າງ, ການສ້າງຄວາມສາມັກຄີປອງດອງ, ການຮັກສາສຸຂະພາບ ແລະ ການຍົກລະດັບຊີວິດທາງດ້າ ນວັດທະນະທຳ-ຈິດໃຈ ໃຫ້ແກ່ພະນັກງານ, ອາຈານ ແລະ ນັກສຶກສາ.

ເພື່ອຮັບປະກັນໃຫ້ການເຄື່ອນໄຫວເຂົ້າຮ່ວມຂະບວນການກິລາຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ, ຄະນະບໍລິຫານງານພັກ ສມປຊ ໄດ້ມີມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບລວມ ຊຶ່ງນໍາພາໂດຍ ທ່ານ ປອ ສາຍຄໍາ ມູນມະນີວົງ ເປັນຫົວໜ້າຄະນະ, ພ້ອມດ້ວຍ ທ່ານ ປອ ສີສົມພອນ ວົງພະຈັນ, ທ່ານ ປອ ນ. ດາວອນ ບຸດທະນຸວົງ ແລະ ທ່ານ ປທ ບຸນທະວີ ບັນດາສັກ ເປັນຮອງຄະນະ. ພ້ອມດຽວກັນນັ້ນ ກໍໄດ້ມີການແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດ ເປັນຕົ້ນແມ່ນ ຄະນະຮັບຜິດຊອບດ້ານເສດຖະກິດ ນໍາພາໂດຍ ທ່ານ ປທ ບຸນໜາ ສີຫາລາດ, ຄະນະຝຶກຊ້ອມ ນໍາພາໂດຍ ທ່ານ ປທ ແສງຈັນ ຈັນທະສຸກ ເປັນຫົວໜ້າຄູຝຶກ ແລະ ທີມແພດປະຈຳທີມ ເພື່ອຮັບປະກັນຄວາມພ້ອມຮອບດ້ານ.
ກຳລັງແຮງຂອງທີມປະກອບດ້ວຍ ຄະນະນໍາ, ຄູຝຶກ ແລະ ນັກກິລາ ທີ່ເປັນພະນັກງານ-ລັດຖະກອ ນ ພ້ອມດ້ວຍນັກສຶກສາພາຍໃນ ສມປຊ ລວມທັງໝົດ 28 ທ່ານ ທີ່ມີຄວາມຕື່ນຕົວສູງ ແລະໄດ້ຜ່ານການກະກຽມ ຝຶກຊ້ອມມາຢ່າງເປັນລະບົບ. ການສົ່ງເສີມຂະບວນການກິລາ-ກາຍຍະກຳນີ້ ບໍ່ພຽງແຕ່ເປັນການສ້າງພະລັງແຮງກາຍແຮງໃຈເທົ່ານັ້ນ, ແຕ່ຍັງເປັນການຮັດແໜ້ນຄວາມສາມັກຄີມິດຕະພາບອັນ ໃກ້ຊິດ ລະຫວ່າງ ບັນກະຊວງ, ອົງການ ແລະ ນະຄອນຫຼວງ ພາຍໃຕ້ຮົ່ມທຸງ ຂອງແນວລາວສ້າງຊາດ, ພ້ອມທັງເປັນການຂໍ່ານັບຮັບຕ້ອນ ແລະ ບຳລຸງສ້າງຖັນແຖວພະນັກງານໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຮ່າງກາຍທີ່ສົມບູນແຂງແຮງ ເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້ ຮັບປະກັນຜົນສໍາເລັດອັນໜັກແໜ້ນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ຄຳຫຼ້າ ທອງພະຈັນ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
