ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຊຸດທີ II ຂົງເຂດສຶກສາທິການ ແລະກິລາ
ເພື່ອປະຕິບັດເນື້ອໃນ 4 ບຸກທະລຸ ຂອງພັກວາງອອກໃຫ້ປະກົດຜົນເປັນຈິງເທື່ອລະກ້າວ ໃນນັ້ນ, ແມ່ນການບຸກທະລຸທາງດ້ານຈິນຕະນາການ ແລະການພັດທະນາຊັບພະຍາກອນມະນຸດ ໃຫ້ຮັບຮູ້ທາງດ້ານທິດສະດີມາກ-ເລນິນ ໃຫ້ແກ່ພະນັກງານ; ສະມາຊິກພັກ ທີ່ເປັນເປົ້າໜາຍທົດແທນ ໃນສະເພາະໜ້າ ແລະຍາວນານ. ປະຕິບັດຕາມທິດຊີ້ນຳ ຂອງຄະນະປະຈຳພັກແຂວງ ໃນການກໍ່ສ້າງ, ບຳລຸງພະນັກງານ, ສະມາຊິກພັກໃຫ້ຮັບຮູ້, ເຂົ້າໃຈທິດສະດີມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ, ເຮັດໃຫ້ພະນັກງານ, ສະມາຊິກພັກ ມີຄວາມເປັນເອກະພາບກັບອຸດົມການ, ແນວທາງຂອງພັກ ແລະຈັດຕັ້ງປະຕິບັດໜ້າທີ່ ຂອງຕົນຢ່າງມີປະສິດທິຜົນ. ໃນວັນທີ…
