ໃນລະຫວ່າງວັນທີ 12-15 ກັນຍາ ສະຫະພັນກຳມະບານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາສະມາຊິກກຳມະບານ 12 ທ່ານ ແລະແມ່ຍິງຮາກຖານເສດຖະກິດຈຳນວນ 2 ທ່ານ (ເພດຍິງລວມທັງໝົດ 14 ທ່ານ) ເຂົ້າຮ່ວມການເຝິກອົບຮົມການເຮັດເຂົ້າໜົມ ທີ່ ວິທະຍາໄລເຕັກນິກ ປາກປ່າສັກ ເພື່ອຕອບສະໜອງຄວາມຕ້ອງການໃນງານປະຊຸມ, ພິທີປ້ອງກັນ ແລະກິດຈະກຳຕ່າງໆ ພາຍໃນ ສມປຊ ເພື່ອການສ້າງລາຍຮັບເຂົ້າຄັງລວມ ແລະສ້າງເສດຖະກິດຄອບຄົວ.

ການເຝິກອົບຮົມຄັ້ງນີ້ ແມ່ນການເປັນຄະນະປະທານຮ່ວມໂດຍ: ທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ແລະທ່ານ ປທ ນ. ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ, ຮອງປະທານກຳມະບານ ສມປຊ.

ຕະຫຼອດໄລຍະ 4 ວັນຂອງການເຝິກອົບຮົມການເຮັດເຂົ້າໜົມ, ວິທະຍາກອນຂອງຂະແໜງປຸງແຕ່ງອາຫານໄດ້ນຳສະເໜີເຂົ້າໜົມ 4 ປະເພດຄືື: ສາລະເປົາ, ເຂົ້າໜົມໜ້ານວນ, ປາຕີໂຊ ແລະເຄັກກ້ວຍ. ທັງ 4 ປະເພດວິທະຍາກອນໄດ້ນຳສະເໜີພາກທິດສະດີ ແລະພາກປະຕິບັດຕົວຈິງ ໃຫ້ສຳມະນາກອນໄດ້ຮຽນຮູ້ຕາມຫຼັກການທີລະຂັ້ນຕອນ, ເປັນຕົ້ນສ່ວນປະກອບ, ການຊັ່ງນ້ຳໜັກສ່ວນປະກອບເຂົ້າກັນ… ຈົນສາມາດເຮັດອອກມາໄດ້ຕາມຫຼັດສູດທີ່ກຳນົດໄວ້, ດັ່ງນັ້ນ, ເພື່ອເປັນການຢັ້ງຢືນເຖິງການເຝິກອົບຮົມການເຮັດເຂົ້າໜົມຕະຫຼອດໄລຍະ 4 ວັນ. ຄະນະຮັບຜິດຊອບໄດ້ຈັດ ພິທີສະຫຼຸບປິດໃນຕອນເຊົ້າຂອງວັນທີ 15 ກັນຍາ ເພື່ອເປັນການມອບໃບຢັ້ງຢຶນຕໍ່ຄວາມສຳເລັດການເຮັດເຂົ້າໜົມ 4 ປະເພດ, ໃຫ້ກຽດມອບໃບຢັ້ງຢືນໂດຍ: ທ່ານ ກາລະຄອນ ພູມມິນິດ ຮອງຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ.

ທ່ານ ກາລະຄອນ ພູມມິນິດ ຮອງຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ (ເບື່ອງຂວາມື)

ໃນຕອນທ້າຍ, ທ່ານ ປທ ນ. ວະໄລລັກ ອະໄພ ໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນສຳເລັດຂອງການເຝິກອົບຮົມທີ່ວິທະຍາກອນ ໄດ້ເອົາໃຈໃສ່ໃນການຖ່າຍທອດຄວາມຮູ້, ຄວາມສາມາດໃຫ້ສຳມະນາກອນໄດ້ມີຄວາມເຂົ້າໃຈຢ່າງຈະແຈ້ງຈົນສາມາດເຮັດເຂົ້າໜົມອອກມາໄດ້ຕາມຄາດໝາຍ ແລະທ່ານໄດ້ກ່າວຕື່ມວ່າ: ຫຼັງຈາກສຳເລັດການເຝິກອົບຮົມຈົ່ງນຳເອົາຄວາມຮູ້ທີ່ໄດ້ຈາກການເຝິກອົບຮົມນີ້ນຳໄປຜັນຂະຫຍາຍເຂົ້າສູ່ແຕ່ລະຮາກຖານກຳມະບານພາຍໃນ ສມປຊ ແລະໜ່ວຍແມ່ຍິງເສດຖະກິດ ເພື່ອເປັນການສ້າງເງື່ອນໄຂໃຫ້ມີລາຍຮັບພາຍໃນຮາກຖານ ແລະເສດຖະກິດຄອບຄົວນອກນັ້ນ, ຍັງເປັນການເສີມສ້າງແນວຄິດສ້າງສັນໃນການສ້າງອາຫານ ແລະການບໍລິການທີ່ຈະສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ສົນໃຈສັ່ງຈອງເຂົ້າໝົມທີ່ມີລົດຊາດແຊບຊ້ອຍທີ່ຈະເຮັດໃຫ້ເພິ່ງພໍໃຈ ແລະກັບມາໃຊ້ບໍລິການອີກຄັ້ງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ