ໃນຕອນບ່າຍຂອງວັນທີ 07 ກັນຍາ 2023 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ໄດ້ຈັດພິທີປິດກອງປະຊຸມຖອດຖອນບົດຽນ ລະບົບໂຮງຮຽນພັກໃນທົ່ວປະເທດ ປະຈໍາປີ 2023, ໃຫ້ການເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະປະຈໍາພັກ, ຮອງຫົວໜ້າ ສມປຊ, ມີບັນດາຫົວໜ້າກົມ ແລະຜູ້ຕາງໜ້າຂັ້ນກົມ ແລະມີບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຕະຫຼອດໄລຍະເວລາ 4 ວັນ ແຫ່ງການດໍາເນີນກອງປະຊຸມ, ພາຍຫຼັງທີ່ ທ່ານ ປອ ນາງ ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານບົດສະຫຼຸບແລ້ວ, ບັນດາທ່ານຜູ້ແທນກອງປະຊຸມໄດ້ສຸມທຸກສະຕິປັນຍາ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ທີ່ເຕັມໄປດ້ວຍເນື້ອໃນທີ່ອຸດົມສົມບູນ,​ ໂດຍໄດ້ຕັ້ງຄໍາຖາມເຈາະຈີ້ມໃນສິ່ງທີ່ມີຂໍ້ຍຸ້ງຍາກ ເປັນຕົ້ນແມ່ນຂອດປະສານງານ, ການສະໜອງປຶ້ມຕໍາລາ, ເນື້ອໃນຫຼັກສູດ ແລະອື່ນໆ.

ຈາກຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງຈາກສູນຂໍ້ມູນຂ່າວສານ, ຄະນະຕ່າງໆ ແລະກົມກອງທີ່ກ່ຽວຂ້ອງໄດ້ຂຶ້ນອະທິບາຍ, ຊີ້ແຈງໃຫ້ຄວາມກະຈ່າງແຈ້ງແກ່ຜູ້ຊັກຖາມ, ພ້ອມທັງຮັບເອົາຄໍາແນະນໍາ ແລະຂໍ້ສະເໜີຕ່າງໆເພື່ອນໍາໄປປັບປຸງແກ້ໄຂ ໃນສິ່ງທີ່ຂາດຕົກບົກຜ່ອງແລະຄົ້ນຄວ້າພິຈາລະນາຄໍາສະເໜີຂອງຜູ້ແທນກອງປະຊຸມ.

ກອງປະຊຸມຄັ້ງນີ້, ຍັງໄດ້ເຊື່ອມຊຶມເອກະສານກ່ຽວກັບຫຼັກສູດທິດສະດີການເມືອງ 3 ຂັ້ນ, ໃຫ້ກຽດຂຶ້ນເຜີຍແຜ່ໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ.

ກອງປະຊຸມໄດ້ດໍາເນີນມາຮອດຕອນບ່າຍວັນທີ 07 ກັນຍາ 2023 ຈຶ່ງໄດ້ຜ່ານມະຕິກອງປະຊຸມໂດຍ:       ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ ໄດ້ຂຶ້ນຜ່ານມະຕິ ເຊິ່ງມີບາງເນື້ອດັ່ງນີ້:

1). ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະໄດ້ຮັບຮອງເອົາບົດສະຫຼຸບຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈໍາປີ 2022-2023 ເຊິ່ງໃນບົດສະຫຼຸບໄດ້ຍົກໃຫ້ເຫັນຜົນສໍາເລັດ ແລະຂໍ້ຄົງຄ້າງ, ສາເຫດ ແລະບົດຮຽນທີ່ຖອດຖອນໄດ້;

2). ກອງປະຊຸມເຫັນດີເອກະພາບສືບຕໍ່ຈັດຕັ້ງປະຕິບັດແຜນການຮຽນ-ການສອນ ປະຈໍາສົກປີ 2023-2024 ຕ້ອງຕິດພັນກັບການຜັນຂະຫຍາຍມະຕິຕ່າງໆ ທີ່ການຈັດຕັ້ງແຕ່ລະຂັ້ນທີ່ໄດ້ວາງອອກ ດ້ວຍການຫັນເປັນແຜນວຽກລະອຽດຕາມທິດສ້າງບາດກ້າວຫັນ ປ່ຽນຢ່າງເລິກເຊິ່ງ, ຮອບດ້ານເຂົ້າໃນວຽກງານການກໍ່ສ້າງ-ບໍາລຸງພະນັກງານ ແລະຄົ້ນຄວ້າວິທະຍາສາດ;

3). ກອງປະຊຸມເຫັນດີເປັນເອກະພາບໃຫ້ສືບຕໍ່ຈັດຕັ້ງປະຕິບັດຫຼັກສູດຂັ້ນຕົ້ນ, ຂັ້ນກາງ, ໃນນັ້ນແຜນສົກປີ 2023-2024 ແຕ່ລະໂຮງຮຽນສູ້ຊົນຈັດຕັ້ງປະຕິບັດຫຼັກສູດຂັ້ນຕົ້ນໃຫ້ໄດ້ 3 ຊຸດ/ໂຮງຮຽນ, ຫຼັກສູດຂັ້ນກາງໃຫ້ໄດ້ 2 ຊຸດ, ສໍາລັບຫຼັກສູດ10 ວັນ (ເລຂາພັກບ້ານ, ນາຍບ້ານ) ກອງປະຊຸມເຫັນດີຮັກສາກອບເວລາຂອງຫຼັກສູດ 10 ວັນໃຫ້ໄດ້ 3 ຊຸດ, ແຕ່ໃຫ້ມີການປັບປຸງດ້ານເນື້ອໃນຫຼັກສູດໃຫ້ຮັດກຸມ, ແທດເໝາະກັບເປົ້າໝາຍ, ລະດັບຂອງຜູ້ຮຽນ ແລະສະພາບຕົວຈິງຂອງທ້ອງຖິ່ນ; ມອບໃຫ້ບັນດາຄະນະຕ່າງໆ ຂອງສະຖາບັນປັບປຸງຄືນເນື້ອໃນປື້ມຕໍາລາແບບຮຽນໃຫ້ສອດຄ່ອງກັບປຶ້ມຫຼັກສູດ; 

4). ກອງປະຊຸມໄດ້ເຫັນດີຮັບຮອງເອົາໂດຍພື້ນຖານ ຕໍ່ກັບຜົນການຄົ້ນຄວ້າວິທະຍາສາດພາຍໃຕ້ຫົວຂໍ້: “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່” ແລະເຫັນດີສືບຕໍ່ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງໃນການຄົ້ນຄວ້າວິທະຍາສາດ ໂດຍການສຸມໃສ່ຍົກສູງຄວາມຮັບຜິດຊອບຂອງສະພາຄູ, ຍົກສູງຂີດຄວາມສາມາດໃຫ້ສະ ມາຊິກໃນສະພາຄູໃນການຄົ້ນຄວ້າວິທະຍາສາດເພື່ອແນໃສ່ເຮັດໃຫ້ການຄົ້ນຄວ້າວິທະຍາສາດ ຢູ່ໂຮງຮຽນໃຫ້ມີຄຸນນະພາບແລະປະລິມານເພີ່ມຂຶ້ນ, ສູ້ຊົນຈັດຕັ້ງການຄົ້ນຄວ້າວິທະຍາສາດລະດັບໂຮງຮຽນໃຫ້ໄດ້ໂຮງຮຽນລະ2 ຫົວຂໍ້ໃໝ່, ຂຽນບົດອອກວາລະສານໂຮງຮຽນລະ2 ບົດ, ຈັດສໍາມະນາວິທະຍາສາດລະດັບພາກໃຫ້ໄດ້ພາກລະ1 ຄັ້ງຄື: ພາກເໜືອ 1 ຄັ້ງ, ພາກກາງ1 ຄັ້ງ ແລະພາກໃຕ້ 1 ຄັ້ງ;

5). ກອງປະຊຸມຕົກລົງເຫັນດີຮັບຮອງເອົາຕາປະທັບຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງມອບໃຫ້ກົມຈັດຕັ້ງ-ພະນັກງານ ຂອງສະຖາບັນແຈ້ງໃຫ້ບັນດາໂຮງຮຽນຊາບຢ່າງເປັນທາງການ; 

6). ການກໍ່ສ້າງ, ບໍາລຸງພະນັກງານ, ຄູ-ອາຈານຂອງໂຮງຮຽນ, ກອງປະຊຸມເຫັນດີສືບຕໍ່ຊຸກຍູ້ການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານ, ຄູ-ອາຈານໃຫ້ຫຼາຍຂຶ້ນບົນພື້ນຖານການເຝິກອົບຮົມທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ ແລະຂັ້ນສູງ ເເລະເຫັນດີຈັດຕັ້ງຊຸດເຝິກອົບຮົມຄູການເມືອງ (3 ເດືອນ) ໃຫ້ແກ່ພະນັກງານ, ຄູ-ອາຈານ ຢູ່ບັນດາໂຮງຮຽນໃຫ້ໄດ້ 1 ຊຸດ ແລະຈັດຕັ້ງບໍາລຸງຕາມຫົວຂໍ້ສະເພາະຕາມກຸ່ມວິຊາ; ສໍາລັບການກໍ່ສ້າງໄລຍະຍາວ ໂຮງຮຽນຕ້ອງຂຶ້ນແຜນກໍ່ສ້າງຄູຕາມຄວາມຮຽກຮ້ອງຕ້ອງການຕົວຈິງ, ສ່ວນສະຖາບັນແມ່ນຈະຊ່ວຍກໍ່ສ້າງລະດັບປະລິນຍາໂທ ແລະປະລິນຍາເອກຕາມຄວາມສາມາດ; 

7). ກອງປະຊຸມເຫັນດີສືບຕໍ່ປະຕິບັດມາດຕະຖານໂຮງຮຽນພັດທະນາ ຕາມຂໍ້ການົດວ່າດ້ວຍມາດຕະຖານໂຮງຮຽນພັດທະນາທີ່ມີຄຸນນະພາບໄດ້ດ້ວຍ 3 ລະດັບຄື: ປະເພດ 1 ແມ່ນໂຮງຮຽນທີ່ສາມາດປະຕິບັດໄດ້ 12 ມາດຕະຖານ; ປະເພດ 2 ແມ່ນໂຮງຮຽນທີ່ສາມາດປະຕິບັດໄດ້ 9 ມາດຕະຖານ ແລະປະເພດ 3 ແມ່ນໂຮງຮຽນທີ່ສາມາດປະຕິບັດໄດ້ 7 ມາດຕະຖານເພື່ອນໍາມາຄົ້ນຄວ້າ ແລະຕົກລົງຍ້ອງຍໍໃນທຸກໆ 5 ປີ ແລະປະຕິບັດຂໍ້ແຂ່ງຂັນໂຮງຮຽນສອນດີ-ສອນເກັ່ງເພື່ອຈັດຕັ້ງການຍ້ອງຍໍເປັນໃນແຕ່ລະປີຕາມເນື້ອໃນຂໍ້ແຂ່ງຂັນວ່າດ້ວຍໂຮງຮຽນສອນດີ-ສອນເກັ່ງ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ, ສະບັບເລກທີ 1281/ສມປຊ, ລົງວັນທີ 31 ສິງຫາ 2023; 

8). ກອງປະຊຸມເຫັນດີສົ່ງເສີມໃຫ້ບັນດາໂຮງຮຽນຮ່ວມມືກັບຕ່າງປະເທດ ໂດຍສືບຕໍ່ເພີ່ມທະວີການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບບັນດາໂຮງຮຽນແຂວງແຮກສ່ຽວໂດຍສະເພາະແມ່ນ ສສ ຫວຽດນາມ, ກັບ ສປ ຈີນ ໃນການກໍ່ສ້າງພະນັກງານ, ແລກປ່ຽນຂໍ້ມູນຂ່າວສານ ແລະການຄົ້ນຄວ້າວິທະຍາສາດ;

9). ກອງປະຊຸມເຫັນວ່າເພື່ອຍົກສູງຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍແຜນການຮຽນ-ການສອນ ປະຈໍາສົກປີ 2023-2024 ໃຫ້ເຂົ້າສູ່ວຽກຕົວຈິງ ແລະມີຜົນສໍາເລັດ, ຜູ້ບໍລິຫານໂຮງຮຽນຕ້ອງໄດ້ຍົກສູງຄວາມສາມາດນໍາພາ ແລະຄວາມເປັນແບບຢ່າງນໍາໜ້າຕໍ່ກັບການແກ້ໄຂບັນຫາຕົວຈິງໃນເງື່ອນໄຂຄວາມຫຍຸ້ງຍາກໃນປັດຈຸບັນ, ເອົາໃຈໃສ່ປັບປຸງກົນໄກປະສານງານ ລະຫວ່າງ ໂຮງຮຽນກັບອົງການເສນາທິການຂອງສະຖາບັນໃຫ້ມີປະສິດທິຜົນ ແລະລາຍງານສ່ອງແສງວຽກໃຫ້ຄະນະພັກ, ຄະນະນໍາສະຖາບັນຂັ້ນຕົນຮັບຊາບໃນທຸກໆ 3 ເດືອນ ແລະ 6ເດືອນ; 

10). ກອງປະຊຸມເຫັນດີຂອບເຂດຂອງບົດສະຫຼຸບປະຈໍາປີໃຫ້ສົ່ງກ່ອນວັນທີ 30 ສິງຫາ 2024 ມອບໃຫ້ກົມຄຸ້ມຄອງການຮຽນ-ການສອນສັງລວມພາຍໃນ 30 ວັນ ແລະເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານໂຮງຮຽນການເມືອງ ແລະການປົກຄອງທົ່ວປະເທດປະຈໍາປີໃນກາງເດືອນ ຕຸລາ 2024;

11). ກອງປະຊຸມເຫັນດີເລືອກເອົາໂຮງຮຽນການເມືອງ ແລະການປົກຄອງແຂວງຜົ້ງສາລີ ເປັນເຈົ້າພາບຈັດກອງປະຊຸມຜູ້ບໍລິຫານໂຮງຮຽນການເມືອງ ແລະການປົກຄອງທົ່ວປະເທດ ປະຈໍາສົກປີ 2023-2024. 

ຈາກນັ້ນ, ທ່ານປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາ ໂດຍໄດ້ເນັ້ນໃຫ້ຜູ້ທີ່ມີຄວາມຮັບຜິດຊອບໃນແຕ່ລະດ້ານນໍາເອົາເນື້ອຈິດໃຈ ທີ່ກອງປະຊຸມໄດ້ຕັ້ງເປັນບັນຫາຂຶ້ນນໍາໄປປັບປຸງແກ້ໄຂ ເປັນຕົ້ນແມ່ນເນື້ອໃນຫຼັກສູດ, ສະໜອງປຶ້ມຕໍາລາ ແລະການຄົ້ນຄວ້າວິທະຍາສາດ. ຈາກນັ້ນ, ປະທານກອງປະຊຸມໄດ້ກ່າວປິດກອງປະຊຸມຢ່າງເປັນທາງການ.

ຂ່າວ/ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ