ໃນວັນທີ 6-7 ກັນຍາ 2023 ຢູ່ທີ່ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ອັດຕະປື ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດຂຶ້ນໃນຫົວຂໍ້ “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່” ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ຮອງປະທານສະພາທິດສະດີສູນກາງພັກ, ມີ ທ່ານ ປອ ດາວສະຫວັນ ເຄືອມີໄຊ, ຄະນະປະຈໍາພັກ, ຮອງຫົວໜ້າ ສມປຊ, ກໍາມະການສະພາທິດສະດີສູນກາງພັກ, ທ່ານ ປອ ຄໍາມອນ ຈັນທະຈິດ, ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ກໍາມະການສະພາທິດສະດີສູນກາງພັກ, ຮອງປະທານສະພາວິທະຍາສາດ ສມປຊ, ມີບັນດານັກວິທະຍາສາດ ທີ່ມາຈາກບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນທົ່ວປະເທດ ແລະພະນັກ ງານ, ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ອັດຕະປືເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປອ ຄໍາມອນ ຈັນທະຈິດ ກໍາມະການສະພາທິດສະດີສູນກາງພັກ, ຮອງປະທານສະພາວິທະຍາສາດ ສມປຊ ໄດ້ຂຶ້ນກ່າວບົດນໍາສໍາມະນາ ເຊິ່ງມີເນື້ອໃນບາງຕອນວ່າ: ໂດຍຢືນຢູ່ຕໍ່ໜ້າສະພາບການຂອງໂລກ ທີ່ສືບຕໍ່ປ່ຽນແປງ ແລະຄາດຄະເນໄດ້ຍາກໃນປະຈຸບັນ; ສະພາບການພາຍໃນປະເທດ ຍັງປະສົບກັບບັນຫາຕ່າງໆ ທີ່ແກ້ໄຂໄດ້ຍາກ; ບົດບາດການນໍາພາຂອງພັກກໍາລັງມີຫາງສຽງໂຈມຕີຈາກສັງຄົມ ສົ່ງຜົນກະທົບເຖິງການເຮັດວຽກງານການເມືອງແນວຄິດຂອງພັກ, ເຮັດໃຫ້ວຽກງານການເມືອງແນວຄິດພົບຄວາມຫຍຸ້ງຍາກ, ການສ້າງຄວາມເຊື່ອໝັ້ນຕໍ່ພັກ, ຕໍ່ລັດ, ຕໍ່ພະນັກງານ-ລັດຖະກອນ ແລະປະຊາຊົນບັນດາເຜົ່າຍັງເປັນບັນຫາທີ່ຕັ້ງຂຶ້ນ.

ດັ່ງນັ້ນ, ເພື່ອປະກອບສ່ວນສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງວຽກງານການເມືອງແນວຄິດ ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່ ຢູ່ທ້ອງຖິ່ນນັ້ນ ເຫັນຄວນຕ້ອງໄດ້ສຸມໃສ່ບາງເນື້ອໃນດັ່ງນີ້:

         ໜຶ່ງ, ວຽກງານການເມືອງ-ແນວຄິດທິດສະດີ ແມ່ນວຽກງານທີ່ຕິດພັນກັບ ການປະຕິບັດບົດບາດການນຳພາຂອງພັກ. ດ້ວຍເຫດນັ້ນຕ້ອງໄດ້ສ້າງໃຫ້ພັກເຂັ້ມແຂງ, ໜັກແໜ້ນທາງດ້ານແນວຄິດທິດສະດີ, ທິດສະດີຂອງພັກ ຕ້ອງພິສູດໄດ້ໃນພຶດຕິກໍາ ແລະມີຄວາມກົມກຽວ, ຢາກເຮັດໄດ້ແນວນັ້ນ, ພັກຕ້ອງຍົກສູງຄວາມສາມາດໃນການນຳພາໂດຍກົງ, ເດັດຂາດ ແລະຮອບດ້ານດ້ວຍການຍົກສູງຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ; ສ້າງໃຫ້ພັກດຳລົງບົດບາດ ເປັນແກ່ນກາງໃນລະບົບການເມືອງຢ່າງແທ້ຈິງ. ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ; ເອົາໃຈໃສ່ໝູນໃຊ້ລະບົບ ແນວຄິດທິດສະດີເຂົ້າສູ່ລວງເລິກ, ຕັ້ງໜ້າໂຄສະນາປາຖະກະຖາ, ເກັບກຳຫາງສຽງສັງຄົມ ເພື່ອຖືເປັນພື້ນຖານໃນການຜັນຂະຫຍາຍແນວທາງ, ປົກປ້ອງແນວຄິດທິດສະດີຂອງພັກ.

         ສອງ, ຖືວຽກງານແນວຄິດຂອງພັກຕິດພັນກັບການພັດທະນາ ແລະແກ້ໄຂຄວາມທຸກຍາກຢູ່ທ້ອງຖິ່ນ, ວຽກງານແນວຄິດຕ້ອງໃຫ້ຄຳຕອບໃນພຶດຕິກຳ ແລະນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ ແລະປະເທດຊາດ. ຢາກເຮັດໄດ້ແນວນັ້ນ ຕ້ອງໄດ້ສຸມໃສ່ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂບັນຫາແນວຄິດຂອງພະນັກງານ-ລັດຖະກອນ ໃນເງື່ອນໄຂເສດຖະກິດພົບຄວາມຫຍຸ້ງຍາກ; ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະຮອບດ້ານວຽກຈັດຕັ້ງພະນັກງານ;  ຕ້ານການຫັນປ່ຽນໂດຍສັນຕິ ແລະເຊື່ອມທາດຂອງພະນັກງານ, ສະມາຊິກພັກ; ປຸກລະດົມຈິດໃຈປະຕິວັດ ແລະຄວາມເສຍສະຫຼະຂອງພະນັກງານໃນເວລາພົບຄວາມຫຍຸ້ງຍາກ, ຈົ່ງຖືເອົາຄວາມຫຍຸ້ງຍາກນີ້ເປັນໂອກາດໃນການປ່ຽນແປງ, ປະດິດສ້າງໃໝ່ໃນການພັດທະນາປະເທດຊາດ ດັ່ງເລຂາທິການໃຫຍ່ໄດ້ເນັ້້ນວ່າ: ຍິ່ງຫຍຸ້ງຍາກກໍຍິ່ງອົດທົນ ຍິ່ງສັບສົນ ກໍຍິ່ງທຸ່ນທ່ຽງ ຍິ່ງລະອິດລະອ້ຽວຂ້ຽວຂາດ ກໍຍິ່ງມີີຄວາມສະຫຼາດສ່ອງໃສ.

ສາມ, ສ້າງການຫັນປ່ຽນດ້ານແນວຄິດ, ວັດທະນະທຳຢູ່ທ້ອງຖິ່ນ ໃຫ້ເກີດການປ່ຽນແປງ, ທັງຮັກສາໄດ້ລັກສະນະສືບທອດ ແລະປະດິດສ້າງ ການຄົ້ນຄວ້າແນວຄິດທິດສະດີ ແລະສັງລວມພຶດຕິກຳໃຫ້ຈະແຈ້ງ ແລະຕໍ່ເນື່ອງ, ສາມາດໃຫ້ຄຳຕອບສັງຄົມໄດ້ໃນແຕ່ລະບັນຫາ; ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຂອງຊາດ; ຍົກສູງນຳ້ໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ; ປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການປະຕິວັດ; ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ໃຫ້ກາຍເປັນມາດຕະຖານໃນການດຳລົງຊີິວິດ, ປົກປັກຮັກສາ ວັດທະນະທຳອັນດີງາມຂອງຊາດ, ໝູນໃຊ້ຄຸນຄ່າອັນຍອດຍິ່ງວັດທະນະທໍາຂອງຍຸກສະໄໝ.

ການຂຶ້ນສໍາມະນາໄດ້ແບ່ງອອກເປັນ 3 ວາລະຄື:

ວາລະທີ1: ສໍາມະນາໃນຫົວຂໍ້ “ສ້າງການຫັນປ່ຽນຢ່າງແຂງແຮງ ໃນການນຳພາຂອງພັກ ຢູ່ທ້ອງຖິ່ນ”, ຂຶ້ນດໍາເນີນລາຍການສໍາມະນາຂອງ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ສມປຊ, ກໍາມະການສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາວຽກງານຄົ້ນຄວ້າວິທະຍາສາດ ສມປຊ, ໂດຍມີນັກວິທະຍາສາດຈາກ 5 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຂຶ້ນນໍາສະເໜີຄື:

  1. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ຂຶ້ນນໍາສະເໜີໂດຍ: ທ່ານ ປທ ຄໍາຟອງ ມັດທະມາວົງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ຍົກສູງບົດບາດນຳພາຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ, ສະມາຊິກພັກຢູ່ແຂວງອຸດົມໄຊ”;
  2. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍ່ແກ້ວຂຶ້ນນໍາສະເໜີໂດຍ: ທ່ານ ປທ ຄໍາແສງ ສຸລິຍະວົງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ ແລະສັງຄົມ ຢູ່ແຂວງບໍ່ແກ້ວ”;
  3. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍລິຄໍາໄຊ ຂຶ້ນນໍາສະເໜີໂດຍ: ທ່ານ ວັນໄຊ ເງຍຈັນທະສອນ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ເພີ່ມທະວີການໂຄສະນາປາຖະກະຖາຮັບໃຊ້ການນຳຂອງພັກ ຢູ່ແຂວງບໍລິຄຳໄຊ”.
  4. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ ຂຶ້ນນໍາສະເໜີໂດຍ: ທ່ານ ປອ ນາງ ສຸດປະເສີດ ສຸລິວົງ ຮອງຫົວໜ້າໂຮງຮຽນກນເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ວຽກງານການເມືອງ-ແນວຄິດແມ່ນສະໜາມຮົບ ແຖວໜ້າໃນວຽກງານຂອງພັກ ຢູ່ແຂວງຄຳມ່ວນ”.
  5. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອັດຕະປື ຂຶ້ນນໍາສະເໜີໂດຍ: ທ່ານ ປທ ບຸນປອນ ອ່ອນໄຊວຽງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ເພີ່ມທະວີການເກັບກຳຫາງສຽງສັງຄົມ ຮັບໃຊ້ການນຳພາ ຂອງອົງນະພັກ ຢູ່ແຂວງອັດຕະປື”.

ວາລະທີ 2: ສໍາມະນາໃນຫົວຂໍ້ “ສ້າງການຫັນປ່ຽນຂົງເຂດແນວຄິດ, ວັດທະນະທໍາ ຢູ່ທ້ອງຖິ່ນ”, ຂຶ້ນດໍາເນີນລາຍການສໍາມະນາໂດຍ: ທ່ານ ປອ ຄໍາມອນ ຈັນທະຈິດ ກໍາມະການສະພາທິດສະດີສູນກາງພັກ, ຮອງປະທານສະພາວິທະຍາສາດ ສມປຊ, ໂດຍມີນັກວິທະຍາສາດຈາກ 6 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຂຶ້ນນໍາສະເໜີຄື:

  1. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສະຫວັນນະເຂດ ຂຶ້ນນໍາສະເໜີໂດຍ: ທ່ານ ປທ ບຸນນ້ອຍ ໄຊຍະລາດ ຫົວໜ້າຂະແໜງວິຊາການໃນຫົວຂໍ້ “ຍົກລະດັບການຄົ້ນຄວ້າທິດສະດີ ແລະພຶດຕິກຳຮັບໃຊ້ວຽກງານການເມືອງ-ແນວຄິດ ຢູ່ແຂວງສະຫວັນນະເຂດ”;
  2. ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫົວພັນຂຶ້ນນໍາສະເໜີໂດຍ: ທ່ານ ປທ ນາງ ແຍງເພັດ ບຸນມີໄຊ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໃນຫົວຂໍ້ “ເສີມຂະຫຍາຍມູນເຊື້ອອັນດີງາມ, ແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ສອດຄ່ອງໃນສະພາບການໃໝ່ ໃນການເຮັດວຽກງານການເມືອງ-ແນວຄິດ ຢູ່ແຂວງຫົວພັນ”;
  3. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຂຶ້ນນໍາສະເໜີໂດຍ: ທ່ານ ສີວອນ ບຸດດາຈັນ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ຍົກສູງນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ ໃຫ້ແກ່ພົນລະເມືອງ ຢູ່ແຂວງຊຽງຂວາງ”;
  4. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງພະບາງ ຂຶ້ນນໍາສະເໜີໂດຍ: ທ່ານ ປອ ພູທອນ ຫຼວງວິໄລ ຫົວໜ້າໂຮງ ຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ປົກປັກຮັກສາວັດທະນະທຳອັນດີງາມ ຂອງຊາດຮັບໃຊ້ວຽກງານແນວຄິດຂອງພັກຢູ່ແຂວງຫຼວງພະບາງ”;
  5. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບຸລີ ຂຶ້ນນໍາສະເໜີໂດຍ: ທ່ານ ປອ ສີສອນພັນ ບຸນສີ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ປຸກລະດົມຊວນເຊື່ອມະຫາຊົນ ເຂົ້າໃນຂະບວນການ-ການເມືອງ-ສັງຄົມ ຢູ່ແຂວງໄຊຍະບູລີ”;
  6. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສາລະວັນ ຂຶ້ນນໍາສະເໜີໂດຍ: ທ່ານ ປທ ວິສິດ ສິງສະຫວັດ ຮັກສາການຮອງຫົວໜ້າຂະແໜງວິຊາການໃນຫົວຂໍ້ “ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ໃຫ້ປະຊາຊົນ ຢູ່ແຂວງສາລະວັນ”.

ວາລະທີ 3: ສໍາມະນາໃນຫົວຂໍ້ “ວຽກງານແນວຄິດກັບການພັດທະນາປະເທດຊາດ ຢູ່ທ້ອງຖິ່ນ”, ຂຶ້ນດໍາເນີນລາຍການສໍາມະນາໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ, ຄະນະພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ໂດຍມີນັກວິທະຍາສາດຈາກ 6 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຂຶ້ນນໍາສະເໜີຄື:

  1. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຜົ້ງສາລີ ຂຶ້ນນໍາສະເໜີໂດຍ: ທ່ານ  ປອ ຈັນສີ ແສງສົມພູ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໃນຫົວຂໍ້ “ວຽກງານການເມືອງ-ແນວຄິດກັບການພັດທະນາ, ແກ້ໄຂຄວາມທຸກຍາກ ຢູ່ແຂວງຜົ້ງສາລີ”;
  2. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງວຽງຈັນ ຂຶ້ນນໍາສະເໜີໂດຍ: ທ່ານ ປທ ຫຸມພັນ ເມືອງແສນ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ຄວາມຫຍຸ້ງຍາກດ້ານເສດຖະກິດກະທົບໃສ່ແນວຄິດ ຂອງພະນັກງານ,ປະຊາຊົນຢູ່ແຂວງວຽງຈັນ”;
  3. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງເຊກອງ ຂຶ້ນນໍາສະເໜີໂດຍ: ທ່ານ ປທ ຄໍາເຂືອງ ໄຊຍະເສນ ຮອງຫົວໜ້າໂຮງຮຽນການເມືອງ ແບະການປົກຄອງແຂວງໃນຫົວຂໍ້ “ຍົກລະດັບຊິວິດການເປັນຢູ່ ຂອງປະຊາຊົນ ໃຫ້ຕອບສະໜອງກັບເງື່ອນໄຂປັດຈຸບັນ ຢູ່ແຂວງເຊກອງ”;
  4. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ຂຶ້ນນໍາສະເໜີໂດຍ: ທ່ານ ປທ ແສງ ເຊີຍສົມບັດ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ເພີ່ມທະວີວຽກງານການເມືອງ-ແນວຄິດ ຕິດພັບກັບວຽກງານຈັດຕັ້ງ-ພະນັກງານ ຢູ່ແຂວງຫຼວງນຳ້ທາ”;
  5. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຈໍາປາສັກ ຂຶ້ນນໍາສະເໜີໂດຍ: ທ່ານ ປທ ສົມສັກ ເສົາວະລັກ ຮອງຫົວໜ້າໂຮງຮຽນນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ປັບປຸງເນື້ອໃນການເຮັດວຽກງານການເມືອງ-ແນວຄິດຕອບສະໜອງໃນເງື່ອນ ໄຂໃໝ່ ຢູ່ແຂວງຈຳປາສັກ”.
  6. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊສົມບູນ ຂຶ້ນນໍາສະເໜີໂດຍ: ທ່ານ ປທ ພັດທະນາ ສີສົມພອນ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງໃນຫົວຂໍ້ “ຕ້ານຍຸດທະສາດປ່ຽນແປງດ້ວຍຕົນເອງ, ການເຊືອມຄຸນປ່ຽນທາດຕົນເອງຂອງພະນັກງານ ຢູ່ແຂວງໄຊສົມບູນ”.

ພາຍຫຼັງໄດ້ນໍາສະເໜີບົດແລ້ວ ກໍໄດ້ສ້າງຄວາມສົນໃຈໃຫ້ແກ່ນັກວິທະຍາສາດທີ່ໄດ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້ເປັນຈໍານວນຫຼາຍ ໂດຍໄດ້ຕັ້ງຄໍາຖາມເຈາະຈິ້ມໃນຫຼາຍບັນຫາ ເປັນຕົ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມໃນປັດຈຸບັນ.

ຂ່າວ/ພາບ: ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ