ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ພົບປະແລກປ່ຽນບົດຮຽນ ແນໃສ່ຍົກລະດັບວຽກງານຄຸ້ມຄອງວິທະຍາສາດ ໃຫ້ໜັກແໜ້ນຕາມແນວທາງພັກ-ລັດ
ໃນວັນທີ 1 ກັນຍາ 2026, ທີ່ຫ້ອງປະຊຸມຊັ້ນສອງ ຕຶກຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ ແລະ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ. ກອງປະຊຸມຄັ້ງນີ້ໄດ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະນໍາທັງສອງພາກສ່ວນ ໃນການຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ການຄຸ້ມຄອງການສຶກສາຢ່າງເປັນລະບົບ. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມພົບປະແລກປ່ຽນ ໂດຍ ທ່ານ ປອ ສີສົມພອນ ວົງພະຈັນ, ຄະນະບໍລິຫານງານພັກ…
