ໃນຕອນເຊົ້າຂອງວັນທີ 31 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມຂອງໂຮງແຮມ ມະນີພອນ, ແຂວງອຸດົມໄຊ, ຄະນະປັດຊະຍາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາການ ພາຍໃຕ້ຫົວຂໍ້: “ວັດທະນະທໍາກັບການພັດທະນາເສດຖະກິດ-ສັງຄົມ” ໃຫ້ຄູອາຈານ ສມປຊ ແລະ ໂຮງຮຽນການເມືອງ ແລະ ການປົກຄອງ ພາກເໜືອ. ພິທີດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສາຍຄໍາ ມູນມະນີວົງ, ຄະນະພັກບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ ສມປຊ. ໂດຍໄດ້ຮັບກຽດເຂົ້າຮ່ວມບັນຍາຍຈາກວິທະຍາກອນ ຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຄື: ທ່ານ ປອ. ວຽງພອນ ສຸກຂະວົງ, ຄະນະປະຈຳພັກກະຊວງ, ຫົວໜ້າກົມມໍລະດົກ ແລະ ວິຈິດສິນ ແລະ ທ່ານ ອຈ ນ. ມະນີສາຄອນ ທຳມະວົງໄຊ, ຄະນະພັກກະຊວງ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ. ພ້ອມດ້ວຍຄະນະຮັບຜິດຊອບ ແລະ ສຳມະນາກອນ ຊຶ່ງແມ່ນຄູ-ອາຈານ ຈາກໂຮງຮຽນການເມືອງ ແລະ ການປົກຄອງ ບັນດາແຂວງພາກເໜືອ ເຂົ້າຮ່ວມຈຳນວນທັງໝົດ 23 ທ່ານ, ຍິງ 10 ທ່ານ.

ໃນພິທີເປີດ, ທ່ານ ປທ ອຸທິດ ເຜືອງສະຫວັນ ຫົວໜ້າພາກວິຊາປັດຊະຍາມາກ-ເລນິນ ໄດ້ຜ່ານແຜນເຄື່ອນໄຫວຝຶກອົບຮົມ. ຈາກນັ້ນ, ທ່ານ ປອ. ສາຍຄໍາ ມູນມະນີວົງ ໄດ້ກ່າວຈຸດປະສົງ, ໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ໂດຍໄດ້ເນັ້ນໜັກເຖິງທັດສະນະຂອງພັກ ໃນການພັດທະນາປະເທດຊາດໄລຍະໃໝ່ ວ່າ: ວັດທະນະທໍາ ບໍ່ພຽງແຕ່ແມ່ນມໍລະດົກທາງດ້ານຈິດໃຈ ແລະ ເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງແມ່ນກໍາລັງແຮງຂັບເຄື່ອນທີ່ສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ ເພື່ອຍົກລະດັບຄວາມຮູ້, ທັດສະນະ ແລະ ສ້າງວິໄສທັດໃໝ່ໃຫ້ແກ່ຖັນແຖວພະນັກງານ, ຄູ-ອາຈານ ໃນການຫັນເອົາທຶນຮອນທາງດ້ານວັດທະນະທໍາມາສ້າງເປັນມູນຄ່າທາງເສດຖະກິດ, ເປັນການປັບປຸງຄຸນນະພາບການສຶກສາການເມືອງ-ແນວຄິດ ໃຫ້ແທດເໝາະກັບສະພາບການຕົວຈິງຂອງປະເທດຊາດ. ທ່ານປະທານ ຍັງໄດ້ຮຽກຮ້ອງໃຫ້ສຳມະນາກອນທຸກທ່ານ ຈົ່ງຕັ້ງໜ້າຄົ້ນຄວ້າ, ສົນທະນາແລກປ່ຽນບົດຮຽນ ເພື່ອສາມາດໝູນໃຊ້ເຂົ້າໃນຫຼັກສູດການຮຽນ-ການສອນ ຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ຖືກຕ້ອງຕາມແນວທາງທີ່ພັກໄດ້ວາງອອກ.

ຊຸດຝຶກອົບຮົມຄັ້ງນີ້ ແມ່ນດຳເນີນໄປເປັນເວລາ 2 ວັນ (ລະຫວ່າງວັນທີ 31 ສິງຫາ ຫາ 1 ກັນຍາ 2026). ໃນຕະຫຼອດໄລຍະການຝຶກອົບຮົມ, ສຳມະນາກອນ ໄດ້ຮັບຟັງການບັນຍາຍເອກະສານສຳຄັນ ທີ່ຕິດພັນກັບຍຸດທະສາດການພັດທະນາຂອງຊາດ ເຊິ່ງປະກອບມີ: ຫົວຂໍ້ “ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ ພາໃຫ້ເສດຖະກິດ-ສັງຄົມທ້ອງຖິ່ນ ມີການຂະຫຍາຍຕົວ” ແລະ “ການຫັນປ່ຽນມໍລະດົກທາງດ້ານວັດທະນະທຳສູ່ການທ່ອງທ່ຽວທີ່ຍືນຍົງ ເຊິ່ງເປັນການຍົກລະດັບເສດຖະກິດ-ສັງຄົມ ຂອງທ້ອງຖິ່ນໃຫ້ມີການຂະຫຍາຍຕົວ” ບັນຍາຍໂດຍ ທ່ານ ອຈ ນ. ມະນີສາຄອນ ທຳມະວົງໄຊ; ນອກຈາກນີ້ ຍັງມີຫົວຂໍ້ “ການພັດທະນາເສດຖະກິດມໍລະດົກໂລກ” ແລະ “ວັດທະນະທຳອົງກອນໃນປະເທດເຮົາ” ບັນຍາຍໂດຍ ທ່ານ ປອ. ວຽງພອນ ສຸກຂະວົງ. ເຊິ່ງແຕ່ລະຫົວຂໍ້ລ້ວນແຕ່ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ, ການປົກປັກຮັກສາສີສັນວັດທະນະທຳ ໄປຄຽງຄູ່ກັບການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.

——————-

ຂ່າວ: ຕາອັອດ ແສນທະວີສຸກ

ຮູບພາບ: ນ. ທັດສະລີ ພົມສີສຸວັນ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ