————————————–

ພິທີປິດຊຸດຝຶກອົບຮົມ ໃນຫົວຂໍ້: “ວັດທະນະທຳກັບການພັດທະນາເສດຖະກິດ-ສັງຄົມ” ໄດ້ຈັດຂຶ້ນ ທີ່ໂຮງແຮມມະນີພອນ, ແຂວງອຸດົມໄຊ ໃນຕອນເຊົ້າວັນທີ 1 ກັນຍາ 2026, ພິທີດັ່ງກ່າວໄດ້ຮັບກຽດເປັນປະທານ ແລະ ກ່າວປິດໂດຍ ທ່ານ ປອ ສາຍຄຳ ມູນມະນີວົງ, ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນມາເປັນເວລາ 2 ວັນ (ນັບແຕ່ວັນທີ 31 ສິງຫາ ຫາ 1 ກັນຍາ 2026) ເຊິ່ງເປັນຊຸດຝຶກອົບຮົມ ທີ່ມີຄວາມສຳຄັນທາງດ້ານການເມືອງ-ແນວຄິດ ໃນການຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ແລະ ເປີດມຸມມອງໃໝ່ກ່ຽວກັບການເຊື່ອມໂຍງວັດທະນະທຳເຂົ້າໃນການພັດທະນາທ້ອງຖິ່ນ. ເຂົ້າຮ່ວມໃນພິທີດັ່ງກ່າວ ມີບັນດາພະນັກງານ-ສຳມະນາກອນທັງໝົດ 18 ທ່ານ, ຍິງ 9 ທ່ານ ທີ່ເປັນຕົວແທນມາຈາກ ໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນພາກເໜືອ ພ້ອມດ້ວຍຄະນະຈັດຕັ້ງພິທີ. ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດບັນຍາຍໂດຍວິທະຍາກອນຂັ້ນກົມ ຈາກກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ຈໍານວນ 2 ທ່ານ ຄື: ທ່ານ ນ. ມະນີສາຄອນ ທຳມະວົງໄຊ ຄະນະພັກກະຊວງ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ແລະ ທ່ານ ປອ ວຽງພອນ ສຸກຂະວົງ ຄະນະປະຈຳພັກກະຊວງ, ຫົວໜ້າກົມມໍລະດົກ ແລະ ວິຈິດສິນ ທີ່ໄດ້ມາຖ່າຍທອດບົດຮຽນອັນລ້ຳຄ່າ. ເຖິງແມ່ນວ່າຈະປະເຊີນກັບສິ່ງທ້າທາຍດ້ານສະພາບອາກາດໃນລະດູຝົນ ແລະ ເວລາກະກຽມທີ່ຈຳກັດ, ແຕ່ດ້ວຍຄວາມຮັບຜິດຊອບສູງຂອງຄະນະຈັດຕັ້ງ ບວກກັບລະບຽບວິໄນອັນເຂັ້ມງວດ ຂອງສຳມະນາກອນ ບັ້ນຝຶກອົບຮົມກໍສາມາດບັນລຸໝາກຜົນຕາມແຜນການທີ່ວາງໄວ້. ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ລົງເລິກຄົ້ນຄວ້າ ແລະ ແລກປ່ຽນບົດຮຽນຢ່າງຟົດຟື້ນໃນຫຼາຍຫົວຂໍ້ສຳຄັນ ເຊັ່ນ: ການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ການຫັນປ່ຽນມໍລະດົກສູ່ການທ່ອງ ທ່ຽວແບບຍືນຍົງ, ການພັດທະນາເສດຖະກິດມໍລະດົກ ແລະ ການສ້າງວັດທະນະທຳອົງກອນ. ການຝຶກອົບຮົມຄັ້ງນີ້ໄດ້ສະທ້ອນໃຫ້ເຫັນເຖິງການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ທີ່ຖືເອົາວັດທະນະທຳເປັນພື້ນຖານອັນໜັກແໜ້ນຂອງຊາດ. ພ້ອມນັ້ນ, ການດຶງເອົາພະນັກງານຈາກທ້ອງຖິ່ນເຂົ້າຮ່ວມແລກປ່ຽນບົດຮຽນກັບສູນກາງ ຍັງເປັນການຮັດແໜ້ນຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດນະໂຍບາຍແຕ່ຂັ້ນເທິງລົງສູ່ຮາກຖານຕົວຈິງໃຫ້ປະກົດຜົນເປັນຈິງ. ໃນໂອກາດໂອ້ລົມ ແລະ ກ່າວປິດພິທີ, ທ່ານ ປອ ສາຍຄຳ ມູນມະນີວົງ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຝຶກອົບຮົມ ພ້ອມທັງເນັ້ນໜັກວ່າ: ຄວາມຮູ້ ແລະ ປະສົບການທີ່ໄດ້ຮັບໃນຄັ້ງນີ້ ບໍ່ແມ່ນພຽງແຕ່ທິດສະດີໃນຫ້ອງຮຽນເທົ່ານັ້ນ, ແຕ່ເປັນເຄື່ອງມືອັນມີຄ່າທີ່ສຳມະນາກອນທຸກທ່ານຕ້ອງໄດ້ນຳໄປໝູນໃຊ້ ແລະ ຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ແຕ່ລະຂະແໜງການ ແລະ ອົງກອນຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງແທ້ຈິງ. ໃນຕອນທ້າຍພິທີ ຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ເຊິ່ງເປັນສັນຍາລັກແຫ່ງຄວາມຮູ້, ຄວາມຮັບຜິດຊອບ ແລະ ຄວາມພະຍາຍາມ ຂອງຜູ້ເຂົ້າຮ່ວມຝຶກອົບຮົມທຸກໆທ່ານ.

—————————–

ຂ່າວ ຕາອັອດ ແສນທະວີສຸກ

ຮູບພາບ ນາງ ທັດສະລີ ພົມສີສຸວັນ

ບັນນາທິການ: ວຽງສະຫວັນ ຈັນທະວິໄຊ