ໃນວັນທີ 1 ກັນຍາ 2026, ທີ່ຫ້ອງປະຊຸມຊັ້ນສອງ ຕຶກຫ້ອງການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ ແລະ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ. ກອງປະຊຸມຄັ້ງນີ້ໄດ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະພັກ-ຄະນະນໍາທັງສອງພາກສ່ວນ ໃນການຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ການຄຸ້ມຄອງການສຶກສາຢ່າງເປັນລະບົບ.
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມພົບປະແລກປ່ຽນ ໂດຍ ທ່ານ ປອ ສີສົມພອນ ວົງພະຈັນ, ຄະນະບໍລິຫານງານພັກ ສມປຊ, ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ທ່ານ ພັທ ພອນສະຫວັດ ໄຊຍະສານ, ຮອງຫົວໜ້າກົມກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ, ເຊິ່ງເປັນຫົວໜ້າຄະນະຜູ້ແທ ນຕາງໜ້າໃຫ້ແກ່ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ. ມີ ທ່ານ ປອ ນ. ດວງຈັນ ນັນທາ, ຮອງຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ, ພ້ອມດ້ວຍບັນດາ ຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອຮ່ວມກັນແລກປ່ຽນບົດຮຽນໃນຂົງເຂດວຽກງານຄຸ້ມຄອງວິທະຍາສາດການສຶກສາ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການພັດທະນາວຽກງານ ດັ່ງກ່າວ ໃຫ້ມີຄວາມເປັນລະບົບຄົບຊຸດ ແລະ ສອດຄ່ອງຕາມແນວທາງຂອງພັກ-ລັດ. ໃນທີ່ປະຊຸມ, ທາງຝ່າຍ ປກສ ໄດ້ສະເໜີຫົວຂໍ້ແລກປ່ຽນ ເພື່ອໃຫ້ທາງ ສມປຊ ແບ່ງປັນບົດຮຽນ ເຊິ່ງກວມເອົາ 6 ເນື້ອໃນຫຼັກ ຄື:
1. ການກໍານົດພາລະບົດບາດໜ້າທີ່.
2. ການສ້າງຄູ່ມືນິຕິກຳ.
3. ການຄົ້ນຄວ້າ ແລະ ສ້າງຕຳລາການຮຽນ-ການສອນ.
4. ການສະເໜີງົບປະມານ.
5. ວຽກງານການຄຸ້ມຄອງຕຳແໜ່ງວິຊາການຄູ.
6. ການຄຸ້ມຄອງວາລະສານ.
ການນໍາສະເໜີບົດຮຽນຈາກຜູ້ຕາງໜ້າ ສມປຊ ໄດ້ດໍາເນີນໄປຢ່າງລະອຽດ, ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງຄວາມເຂົ້າໃຈອັນເລິກເຊິ່ງໃຫ້ແກ່ຄະນະຜູ້ແທນຈາກ ປກສ. ພາຍຫຼັງການຮັບຟັງການລາຍງານ, ຜູ້ເຂົ້າຮ່ວມກອງປະຊຸມຈາກທັງສອງຝ່າຍ ໄດ້ເປີດກວ້າງການປຶກສາຫາລື, ປະກອບຄໍາເຫັນ, ຕັ້ງຄໍາຖາມ ແລະ ຕອບຂໍ້ຂ້ອງໃຈ ຢ່າງກົງໄປກົງມາ. ຜ່ານການປຶກສາຫາລືກັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ກອງປະຊຸມໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກ ປະການ.
ໃນຕອນທ້າຍ, ຫົວໜ້າຄະນະນໍາທັງສອງຝ່າຍ ກໍຄື ທ່ານ ພັທ ພອນສະຫວັດ ໄຊຍະສານ ແລະ ທ່ານ ປອ ສີສົມພອນ ວົງພະຈັນ ໄດ້ຜັດປ່ຽນກັນຂຶ້ນກ່າວຄໍາເຫັນສະຫຼຸບຕີລາຄາຜົນຂອງການພົບປະຄັ້ງນີ້.
———————————
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ນາງ ດາວັນ ສີສຸພັນ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
