ໜ່ວຍພັກຮາກຖານ ກົມຈັດຕັ້ງ ແລະ ກົມກວດກາ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ແລະ ຈັດຕັ້ງການເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ລັດ ໃນຕອນເຊົ້າຂອງວັນທີ 28 ສິງຫາ 2026. ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໂດຍ ສະຫາຍ ປອ ຄຳໃບ ມາລາສິງ ຄະນະປະຈຳພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ; ພ້ອມນີ້, ຍັງມີ ສະຫາຍ ປອ ນາງ ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ; ສະຫາຍ ສົມສີ ຈັນຕະພົມ ເລຂາໜ່ວຍພັກຮາກຖານ ກົມຈັດຕັ້ງ-ກົມກວດກາ, ຮອງຫົວໜ້າກົມກວດກາ ພ້ອມດ້ວຍບັນດາຜູ້ຕາງໜ້າຄະນະໜ່ວຍພັກອື່ນໆອ້ອມຂ້າງ ສມປຊ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ສະຫາຍ ນາງ ຈອນນີ້ ໄຊຍະຈັກ ຮອງຫົວໜ້າພະແນກພັກ-ປ້ອງກັນພັກ ໄດ້ຕາງໜ້າກົມຈັດຕັ້ງ ຂຶ້ນຜ່ານມະຕິຕົກລົງ ຂອງຄະນະພັກ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າ 1 ສະຫາຍ ຄື: ສະຫາຍ ນາງ ຊື ມົວ ເຂົ້າເປັນສະມາຊິກພັກສຳຮອງ ຂອງພັກປະຊາຊົນປະຕິວັດລາວ. ຈາກນັ້ນ ສະຫາຍ ສົມສີ ຈັນຕະພົມ ເລຂາໜ່ວຍພັກ ຈະໄດ້ຂຶ້ນກ່າວຮັບເອົາສະມາຊິກພັກສຳຮອງຢ່າງເປັນທາງການ ແລະ ຜູ້ກ່ຽວໄດ້ຂຶ້ນກ່າວຮັບຄຳໂອວາດ ພ້ອມທັງປະຕິຍານຕົນ ເພື່ອສະແດງເຖິງຄວາມຈົງຮັກພັກດີ ແລະ ຄວາມຕັດສິນໃຈສູງ ໃນການຝຶກຝົນຫຼໍ່ຫຼອມຕົນເອງໃນໄລຍະການເປັນສະມາຊິກພັກສຳຮອງ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ປອ ຄຳໃບ ມາລາສິງ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງ ໂດຍໄດ້ເນັ້ນໜັກເຖິງພາລະບົດບາດຂອງສະມາຊິກພັກ ໃນຖານະທີ່ເປັນຜູ້ກ້າວໜ້າ, ເປັນກຳລັງແຮງ ແລະ ເປັນແກ່ນສານນຳພາໃນທຸກຂົງເຂດວຽກງານ. ສະຫາຍໄດ້ຮຽກຮ້ອງໃຫ້ ສະຫາຍ ນາງ ຊື ມົວ ຕະຫຼອດຮອດສະມາຊິກພັກທຸກສະຫາຍ ຈົ່ງສືບຕໍ່ຍົກສູງສະຕິລະວັງຕົວທາງດ້ານການເມືອງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ວິຊາສະເພາະ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຕ້ອງເອົາໃຈໃສ່ປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ ເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກພັກສົມບູນໃນອະນາຄົດ. ການຂະຫຍາຍພັກໃນຄັ້ງນີ້ ເປັນການຢັ້ງຢືນເຖິງການເຕີບໃຫຍ່ເຂັ້ມແຂງຂອງໜ່ວຍພັກຮາກຖານ ກົມຈັດຕັ້ງ-ກົມກວດກາ ທີ່ສາມາດສ້າງໄດ້ບຸກຄະລາກອນສືບທອດທີ່ມີຄຸນນະພາບ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ພາຍຫຼັງສຳເລັດພິທີຮັບສະມາຊິກພັກສຳຮອງ ກໍໄດ້ສືບຕໍ່ດຳເນີນການເຜີຍແຜ່ ແລະ ເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ ເຊິ່ງເປັນການຕີລາຄາສູງຕໍ່ການສຶກສາອົບຮົມການເມືອງ-ແນວຄິດ ໂດຍແມ່ນສະຫາຍ ປອ ນາງ ຈັນທະໜອມ ບັນດາວົງ ຮອງເລຂາໜ່ວຍພັກຮາກຖານ ກົມຈັດຕັ້ງ-ກົມກວດກາ ໄດ້ໃຫ້ກຽດເຜີຍແຜ່ເອກະສານວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 65 ປີ ເພື່ອໃຫ້ສະມາຊິກພັກໄດ້ກຳແໜ້ນເຖິງຄວາມສຳຄັນຂອງກົດໝາຍພື້ນຖານຂອງຊາດ ແລະ ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ; ພ້ອມນັ້ນ, ສະຫາຍ ສົມສີ ຈັນຕະພົມ ເລຂາໜ່ວຍພັກຮາກຖານ ກົມຈັດຕັ້ງ-ກົມກວດກາ ກໍໄດ້ເຜີຍແຜ່ເອກະສານມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດ ຄົບຮອບ 76 ປີ ແລະ ວັນຢຶດອຳນາດ ຄົບຮອບ 81 ປີ. ການເຊື່ອມຊຶມເອກະສານປະຫວັດສາດດັ່ງກ່າວ ແມ່ນເພື່ອແນໃສ່ປຸກລະດົມນ້ຳໃຈຮັກຊາດ, ຄວາມສາມັກຄີປອງດອງ ແລະ ຮຽນຮູ້ເອົາມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງບັນພະບູລຸດລາວ ກໍຄືພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງເປັນການເພີ່ມເຕີມຄວາມໜັກແໜ້ນທາງດ້ານແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນ ສມປຊ ໃຫ້ມີກຽມພ້ອມເຮັດສຳເລັດທຸກໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້.
——————————————
ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນາງ ນາດຕະຍາ ແກ້ວຄູນນະລາດ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
