Category: ຂ່າວ

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ

ໃນຕອນເຊົ້າວັນທີ 12 ເມສາ 2022 ນີ້, ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສ້າງຕັ້ງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ (14/4/1955-14/4/2022) ນຳພາໂດຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະພັກ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ກຳມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ…

ອະດີດການນຳຂັ້ນສູງແຂວງສະຫວັນນະເຂດ ມອບປື້ມເຂົ້າ ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນວັນທີ 5 ເມສາ 2022 ທ່ານ ປອ ຄໍາເຜີຍ ຜັນທະຈອນ ອະດີດຮອງເລຂາພັກແຂວງ, ອະດີດຮອງເຈົ້າແຂວງ ແລະ ອະດີດປະທານສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ I, ໄດ້ມອບປື້ມ ໃຫ້ກັບຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການກ່າວຮັບຂອງທ່ານ ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ. ປຶ້ມທີ່ນໍາມາມອບໃນຄັ້ງນີ້ແມ່ນປຶ້ມປະຫວັດນາເງືອກ ຫຼື ທົ່ງມັງກອນ…

ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ

ວຽກງານກວດກາເປັນວຽກງານໜຶ່ງ ທີ່ສຳຄັນປາສະຈາກບໍ່ໄດ້ ຈະຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ເປັນປົກກະຕິນັ້ນກໍຄື ຂັ້ນຕອນການສະຫຼຸບຖອດຖອນບົດຮຽນ ເພື່ອຢັ້ງຢືນໃຫ້ເຫັນດ້ານດີສືບຕໍ່ເສີມຂະຫຍາຍ ແລະປັບປຸງແກ້ໄຂດ້ານອ່ອນ ຂໍ້ຄົງຄ້າງໃຫ້ດີຂຶ້ນເປັນກ້າວໆ. ສະນັ້ນ, ໃນວັນທີ 5 ເມສາ ກົມກວດກາ ສມປຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຖອດຖອນບົດຮຽນ ປີ 2021 ແລະທິດທາງ ໃນການດໍາເນີນວຽກງານຕິດຕາມ-ກວດກາ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2022; ພາຍໃຕ້ເປັນປະທານ ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ,…

ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາ​ສາດຮ່ວມ 4 ສະຖາບັນການສຶກສາຊັ້ນສູງ ຄັ້ງ​ທີ IV ໃນ​ຫົວ​ຂໍ້: “ຄວາມເປັນລະບຽບຮຽບຮ້ອຍ, ປອດໄພຂອງສັງຄົມ ແມ່ນໜ້າທີ່ພື້ນຖານໃຫ້ແກ່ການພັດທະນາປະ​ເທດຊາດໃນເງື່ອນໄຂໃໝ່”

ກອງປະຊຸມຄັ້ງນີ້; ແມ່ນ​​ກອງ​ປະຊຸມສໍາມະນາ​ວິທະຍາສາດທີ່​ ໄດ້​ຄົ້ນ​ຄວ້າ​ລົງ​ເລິກ​, ​ສ້າງ​ຄວາມ​ກະຈ່າງ​ແຈ້ງ​ທາງ​ດ້ານ​ວິທະຍາສາດ ກ່ຽວ​ກັບຫົວຂໍ້: ວຽກ​ງານປ້ອງກັນຊາດ-​ປ້ອງ​ກັນ​ຄວາມ​ສະຫງົບໃນ​ສະພາບການໃໝ່ ​ເພື່ອຕອບ​​ສະໜອງ​ໃຫ້ແກ່ຄວາມ​ຮຽກຮ້ອງ​ຕ້ອງການ ຂອງວຽກງານ​ການຄົ້ນຄ້ວາວິທະຍາສາດ ແລະເຕັກໂນໂລຊີຂອງຍຸກສະ​ໄໝປັດຈຸບັນ, ເຊື່ອມ​ໂຍງ​​​ແລະການ​ປະຕິວັດ​ອຸ​ດສາ​ຫະກຳ 4.0 ​(ປະຕິວັດ​ອຸ​ດສາ​ຫະກຳຄັ້ງ​ທີ IV),​ ແນ​ໃສ່​ປົກ​ປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກໍ່ສ້າງພະນັກງານຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດກ້າວໄປສູ່ຄວາມຮັ່ງມີ, ເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ​ ແລະທີ່ສຳຄັນກອງປະຊຸມຄັ້ງນີ້ເປັນ​ຄັ້ງ​ທີ IV ທີ່​ 4 ສະ​ຖາ​ບັນຮ່ວມ​ກັນ​ຈັດ​ຂຶ້ນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ V…