ໃນຕອນແລງ ຂອງວັນທີ 23 ກໍລະກົດ 2025 ຄະນະບໍລິຫານງານສະຫະພັນແມ່ຍິງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ ແລະ ບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ 1, ຊຶ່ງໃຫ້ກຽດເປັນປະທານຂອງ ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຮອງຫົວໜ້າ ສມປຊ, ມີ ທ່ານ ປອ ນ. ລຳພູນ ດວນສຸວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ພ້ອມດ້ວຍສະມາຊິກແມ່ຍິງ ແຕ່ລະໜ່ວຍຮາກຖານທົ່ວ ສມປຊ ເຂົ້າຮ່ວມທັງໝົດ 151 ທ່ານ.

         ທ່ານ ປອ ນ. ລຳພູນ ດວນສຸວັນ ໄດ້ຂຶ້ນກ່າວຜ່ານຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ ພ້ອມທັງຕີລາຄາຜົນການຈັດຕັ້ງປະຕິບັດທີ່ຜ່ານມາ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະທິດທາງແຜນການ ຊຶ່ງໃນບົດສະຫຼຸບໄດ້ສ່ອງແສງໃຫ້ເຫັນຕໍ່ໜ້າທີ່ການເມືອງຂອງພັກ ໃຫ້ໜັກແໜ້ນເຂັ້ມແຂງ. ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ຖືສຳຄັນຕໍ່ແນວທາງຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ດ້ວຍການຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນຕົ້ນຕໍ ເພື່ອຍູ້ແຮງຂະບວນການຂອງສະມາຊິກເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມເຊື່ອມຊຶມ ການເຜີຍແຜ່ບັນດາມະຕິຄຳສັ່ງຕ່າງໆຂອງພັກ, ກົດໝາຍຂອງລັດ ລວມທັງແບບແຜນການດຳລົງຊີວິດ, ມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງແມ່ຍິງລາວ ແລະ ຂອງບັນດາເຜົ່າໄວ້ໃຫ້ໝັ້ນຄົງ.

ພ້ອມກັນນັ້ນ, ກ່ອນຈະເຂົ້າສູ່ວາລະທາບທາມລາຍຊື່ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ປະທານກອງປະຊຸມໄດ້ໂອ້ລົມ ສະພາບພົ້ນເດັ່ນຂອງໂລກ ໃຫ້ສະມາຊິກ ແມ່ຍິງກຳໄດ້ ຕໍ່ກັບການເຄື່ອນໄຫວດ້ານດີ ແລະດ້ານຫຍໍ້ທໍ້ ເພື່ອໃຫ້ມີສະຕິລະວັງຕົວ ໃນການເຄື່ອນໄຫວດຳລົງຊີວິດ ບໍ່ໃຫ້ມີປະກົດການຫຍໍ້ທໍ້ຕໍ່ກັບເອື້ອຍນ້ອງແມ່ຍິງເຮົາ.

         ຫຼັງຈາກນັ້ນ, ທ່ານ ປອ ນ. ລຳພູນ ດວນສຸວັນ ໄດ້ຜ່ານມາດຖານເງື່ອນໄຂ ຂອງຜູ້ທີ່ສາມາດລົງສະໝັກເລືອກຕັ້ງ ຊຶ່ງໂຄງປະກອບຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຈະປະກອບດ້ວຍ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ, ອົງການ, ນະຄອນຫຼວງ, ແຂວງ, ສະຖາບັນການສຶກສາ ແລະຕົວແທນຂອງສະມາຄົມ ນັກທຸລະກິດແມ່ຍິງລາວ ແລະບັນດານັກທຸລະກິດເພດຍິງ ເພື່ອປົກປ້ອງສິດຜົນປະໂຫຍດ ຂອງສະມາຊິກສະຫະພັນແມ່ຍິງລາວ ແລະແມ່ຍິງລາວບັນດາເຜົ່າ, ເຕົ້າໂຮມບັນດານັກທຸລະກິດເພດຍິງ ເຂົ້າໃນການຈັດຕັ້ງສະຫະພັນແມ່ຍິງລາວ, ສາມາດນໍາເອົາແນວທາງນະໂຍບາຍ ຂອງພັກ-ລັດ ແລະ ຂອງສະຫະພັນແມ່ຍິງລາວ ໄປໂຄສະນາເຜີຍແຜ່ ແລະຈັດຕັ້ງຜັນຂະຫຍາຍ ໃນທຸກຂົງເຂດວຽກງານ ທັງເປັນກຳລັງແຮງ ໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງລາວ.

​​ຂ່າວ/ພາບ ​ໂດຍ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ

ຂ່າວອື່ນໆ