ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສົມທົບກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວຈັດກອງປະຊຸມສໍາມະນາ ວິທະຍາສາດລະດັບກະຊວງຂຶ້ນໃນຕອນເຊົ້າ ຂອງວັນທີ 13 ມິ ຖຸນາ 2023, ທີ່ຫ້ອງປະຊຸມຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ທີ່ຫໍວັດ ທະນະທໍາແຫ່ງຊາດ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວ”. ໃຫ້ກຽດເປັນປະທານຊີ້ນໍາກອງປະຊຸມໂດຍ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະໃຫ້ກຽດເປັນຄະນະປະທານຮ່ວມມີສະຫາຍ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ສະຫາຍ ນ. ສວນສະຫວັນ ວິຍະເກດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ນອກຈາກນີ້ຍັງມີບັນດາ ສະຫາຍຄະນະພັກ, ຄະນະນໍາຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ມີບັນດານັກວິທະຍາສາດ, ນັກຄົ້ນຄວ້າພ້ອມດ້ວຍພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະພະນັກງານກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ພະແນກຖະແຫຼງຂ່າວນະຄອນຫຼວງວຽງຈັນ; ກອງເລຂາຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະຕາງໜ້າຈາກບັນ ດາກະຊວງ, ອົງການອ້ອມຂ້າງສູນກາງ ເຂົ້າຮ່ວມຢ່າງ ພ້ອມພຽງ. ເຊິ່ງກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 300 ກວ່າຄົນ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອຮັບຟັງການລາຍງານຜົນການຄົ້ນ ຄວ້າຈາກນັກວິທະຍາສາດ ແລະລະດົມຄວາມຄິດເຫັນ ຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມເພື່ອປະກອບໃສ່ບົດວິທະຍາສາດ ໃຫ້ມີຄວາມອຸດົມສົມບູນຍິ່ງຂຶ້ນ ແລະຮັບປະກັນລັກສະນະວິທະຍາ ສາດ, ໃນຄຳເຫັນກ່າວເປີດ ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ແນວຄິດໄກ ສອນ ພົມວິຫານ

ກ່ຽວກັບວຽກງານຖະແຫຼງຂ່າວ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນໜັກວ່າ: ກອງປະຊຸມສຳມະນາວິທະຍາສາດຂອງພວກເຮົາເທື່ອນີ້ ແມ່ນມີຄວາມໝາຍສໍາຄັນທັງໃນດ້ານທິດສະດີ ແລະພຶດຕິກຳ, ເປັນປະໂຫຍດໃຫຍ່ຫຼວງຕິດແທດຕົວຈິງ ໃນການຮໍ່າຮຽນເອົາແບບ ແຜນການນຳພາ-ຊີ້ນຳ, ຜົນງານການປະກອບສ່ວນເຂົ້າ ໃນການເພີ່ມພູນຄູນສ້າງຄັງທິດສະດີ-ພຶດຕິກໍາຂອງພັກເຮົາ ເພື່ອເປັນພື້ນຖານຮັບໃຊ້ໃຫ້ແກ່ການປັບປຸງ, ບຸລະນະແນວທາງນະໂຍ ບາຍຂອງພັກ ແລະລັດ, ເປັນການສຶກສາອົບຮົມພະນັກງານ, ສະມາຊິກພັກເພື່ອຮັບໃຊ້ໃນວຽກງານຖະແຫຼງຂ່າວໂຄສະນາໃຫ້ສົມບູນຍິ່ງໆ ຂຶ້ນ. ເນື້ອໃນບົດນຳກອງປະຊຸມສຳມະນາ ສະເໜີ ໂດຍ: ສະຫາຍ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເພິ່ນໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນຂອງວຽກງານຖະແຫຼງຂ່າວ ເຊິ່ງຂົງເຂດດັ່ງກ່າວໄດ້ກາຍເປັນພາຫະນະທີ່ສຳຄັນ ໃນການຫັນປ່ຽນຈາກສະພາບແນວຄິດດັ້ງເດີມຂອງປະ ຊາຊົນ ແລະຕ້ານກົນອຸບາຍອັນເລິກແລບຂອງອິດທິກຳລັງປໍລະປັກ ທີ່ຫວັງດຶງດູດເອົາປະຊາຊົນເປັນຂໍກຸນແຈຫຼັກໃນການເຄື່ອນໄຫວມ້າງເພທຳລາຍລະບອບໃໝ່ຂອງລາວ. ວຽກງານຖະແຫຼງຂ່າວມີບົດບາດສຳຄັນ ໃນການສຶກສາອົບຮົມແນວຄິດ, ສ້າງຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ, ເສີມຂະຫຍາຍປະຊາທິປະໄຕ, ສ້າງທັດສະນະຫຼັກໝັ້ນ ແລະຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ໂຄສະນາປຸກລະດົມ, ຊຸກຍູ້ການສ້າງເສດຖະກິດ-ສັງຄົມຂອງປະເທດເຮົາ, ປຸກ ລະດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແລະອື່ນໆ.

ກອງປະຊຸມໄດ້ຮັບຟັງການນໍາສະເໜີ 6 ຫົວຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນ ພົມວິຫານກ່ຽວກັບວຽກງານໂຄສະນາໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ; ແນວຄິດໄກສອນ ພົມວິຫານ ກ່ຽວກັບ ວຽກງານໂຄສະນາ, ຖະແຫຼງຂ່າວ ແລະ ສື່ມວນຊົນ ໃນໄລຍະປົກປັກສາ ແລະ ສ້າງສາປະເທດຊາດ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງຖັນແຖວພະນັກງານຖະແຫຼງຂ່າວ; ແນວຄິດໄກສອນ ພົມວິຫານ ກ່ຽວກັບວິທີຜະລິດເນື້ອໃນໂຄສະນາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການນຳພາ-ຊີ້ນຳ ຂອງພັກຕໍ່ວຽກ ງານສື່ມວນຊົນ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການນໍາໃຊ້ພາຫະນະທັນສະໄໝເຂົ້າໃນວຽກງານໂຄສະນາ.

ໃນຕອນທ້າຍຂອງກອງປະຊຸມສຳມະນາວິທະຍາສາດຍັງໄດ້ຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນຳຈາກ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກ ສາຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ. ຈາກນັ້ນ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ໄດ້ຂື້ນມີຄໍາເຫັນສະຫຼຸບລາຍງານຜົນຂອງກອງປະຊຸມ. ເຊິ່ງເພິ່ນໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາສາດໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະຈະແຈ້ງກ່ຽວກັບແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານຖະແຫຼງຂ່າວ ແລະໄດ້ເນັ້ນໜັກໃຫ້ຄະນະພັກທີ່ກ່ຽວ ຂ້ອງຕ້ອງເພີ່ມທະວີການນໍາພາ-ຊີ້ນຳ ບັນດາອົງການ; ຂະແໜງການຮັບຜິດຊອບວຽກງານສື່ມວນຊົນໃນການປັບປຸງກົນໄກການຄຸ້ມຄອງພາຫະນະ ແລະເຄື່ອງມືໃນການຮັບໃຊ້ໃຫ້ແກ່ການ ເຄື່ອນໄຫວວຽກງານຂອງຕົນໃຫ້ມີປະສິດທິພາບ, ມີຄຸນນະພາບນຳໃຊ້ທຸກພາຫະນະສື່ມວນຊົນ ເພື່ອອະທິບາຍເຊັ່ນ: ວິທະຍຸ, ໜັງສືພິມ, ຮູບເງົາ, ໂທລະພາບ…; ລວມທັງບົດເພງ, ບົດຟ້ອນ, ບົດລະຄອນ, ຮູບແຕ້ມ, ສັນລະເສີນວຽກດີຄົນເດັ່ນ ໂດຍຍົກໃຫ້ເຫັນບ່ອນທີ່ເຮັດດີ ແລະບ່ອນທີ່ເຮັດບໍ່ໄດ້ດີ, ເວົ້າທັງອັນຖືກ ແລະອັນທີ່ເຮັດຜິດພາດ. ພະນັກງານ, ສະມາຊິກພັກ, ປະຊາຊົນລາວບັນດາເຜົ່າໃຫ້ສືບຕໍ່ເຝິກຝົນຫຼໍ່ຫຼອມ ແລະຮ່ຳຮຽນເອົາແບບແຜນການໂຄສະນາ ຂອງປະ ທານ ໄກສອນ ພົມວິຫານ, ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາເຄິ່ງມື້ ແລະອັດລົງດ້ວຍຜົນສຳເລັດອັນຈົບງາມໃນເວລາ 12 ໂມງ 00 ຂອງວັນດັ່ງກ່າວ.

                                      ຂ່າວ/ຮູບພາບ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ