ໃນຕອນບ່າຍ ຂອງວັນທີ 16 ກໍລະກົດ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ເມືອງແປກ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດ ແຂວງຊຽງຂວາງ; ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ; ທ່ານ ຄໍາກ້ອນ ອົ້ວນວນສາ ເລຂາຄະນະບໍລິຫານງານພັກ ເມືອງແປກ; ມີບັນດາແຂກຖືກເຊີນ; ມີພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງທັງໝົດ 120 ສະຫາຍ, ຍິງ 50 ສະຫາຍ,
ໃນພິທີ ທ່ານ ນາງ ທຸມມີ ຈັນທະຮອງສີ ຮອງຫ້ອງການພາຍໃນ ເມືອງແປກ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ຂອງເມືອງແປກ ສະບັບເລກທີ 206/ຄປພຂ, ຊຽງຂວາງ, ວັນທີ 11 ກໍລະກົດ 2025, ມະ ຕິຕົກລົງ ຂອງຄະນະປະຈໍາພັກເມືອງແປກ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ຂອງເມືອງແປກ, ສະບັບເລກທີ 196/ຄປພ, ເມືອງແປກ, ວັນທີ 19 ມິຖຸນາ 2025 ແລະ ຂໍ້ຕົກລົງ ຂອງໂຮງຮຽນການເມືອງ ແລະການປົກຄອງແຂວງ ວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ຂອງເມືອງແປກ, ສະບັບເລກທີ 169/ຮມປຂ, ຊຽງຂວາງ, ວັນທີ 27 ມິຖຸນາ 2025 ແລະ ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງແປກ ວ່າດ້ວຍການຮັບຮອງເອົາລາຍຊື່ນັກສຶກສາເຂົ້າຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ປີ 2025, ສະບັບເລກທີ 208/ຄປພ, ເມືອງແປກ, ລົງວັນທີ 30 ມິຖຸນາ 2025. ຫຼັງຈາກນັ້ນ ທ່ານ ປທ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຂຶ້ນຜ່ານແຜນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ III ປະຈໍາສົກຮຽນ 2025 ໃຫ້ຮູ້ວ່າ: ໂຄງການຫຼັກສູດທິດສະດີການເມືອງຂັ້ນຕົ້ນ ເຊິ່ງນັກສຶກສາ ຮຸ່ນທີ III ຈະຕ້ອງໄດ້ສຶກສາຮໍ່າຮຽນໃນ 7 ກຸ່ມວິຊາ ຄື: ກຸ່ມວິຊາ ປັດຊະຍາມາກ-ເລນິນ; ກຸ່ມວິຊາເສດຖະ ສາດການເມືອງ ມາກ-ເລນິນ; ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ, ສັງຄົມສາດ; ກຸ່ມແນວຄິດໄກສອນ ພົມວິຫານ; ກຸ່ມວິຊາພື້ນຖານຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ; ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ; ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ. ເຊິ່ງໃຊ້ເວລາຮຽນທັງໝົດ 3 ເດືອນ ລວມ 70 ວັນ, ຮຽນຕົວຈິງ 60 ວັນ ເທົ່າກັບ 420 ຊົ່ວໂມງ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ນາງ ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ໄດ້ມີຄໍາເຫັນໂອ້ລົມ, ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບຊຸດຮຽນຕ້ອງເອົາໃຈໃສ່ໃກ້ສິດຕິດແທດ, ຕິດຕາມກວດກາແຜນການຮຽນ-ການສອນ ໃຫ້ແທດເຖິງ; ຄູ-ອາຈານ ຕ້ອງຍົກສູງສະຕິຄວາມຮັບຜິດຊອບໃນການຄົ້ນຄວ້າ, ກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ແໜ້ນ ແລະສາມາດອະທິບາຍແຈ້ງທາງດ້ນທິດສະດີ ແລະ ສົມທຽບພຶດຕິກໍາໃຫ້ກະຈ່າງແຈ້ງ, ຊອກຮູ້ບົດຮຽນອັນໃໝ່ໆ ນໍາມາຖ່າຍທອດໃຫ້ນັກສຶກສາ ເພື່ອເຮັດໃຫ້ນັກສຶກສາເຂົ້າໃຈ ແລະ ຮູ້ນໍາໄປໝູນໃຊ້ໃນໜ້າທີ່ວຽກງານຂອງຕົນ ແລະນັກສຶກສາຕ້ອງເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຂຶ້ນຫ້ອງເປັນປົກກະຕິ, ປະຕິບັດແຜນການຮຽນ-ການສອນ ຢ່າງເຂັ້ມງວດ ເພື່ອນໍາເອົາຄວາມຮູ້, ຄວາມສາມາດ ນໍາຄູ-ອາຈານໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະມີປະສິດທິຜົນ ໃຫ້ສູງຂຶ້ນກ່ວາເກົ່າ.

ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ