ເພື່ອເປັນການປະຕິດບັດຕາມແຜນການຮ່ວມມືການຄົ້ນຄວ້າວິທະຍາສາດສອງຝ່າຍໄລຍະ 2022-2025 ລະຫວ່າງ ໂຮງຮຽນພັກສູນກາງຄອມມູນິດ ສປ ຈີນ ກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ສືເຮີຊິງ ຮອງຫົວໜ້າຫ້ອງການສຶກສາ, ໂຮງຮຽນພັກສູນກາງພັກຄອມມູນິດຈີນ, ພ້ອມດ້ວຍຄະນະ 5 ທ່ານ ໄດ້ເຂົ້າພົບປະ, ຢ້ຽມຢາມ ສມປຊ ໃນຕອນແລງຂອງວັນທີ 12 ມິຖຸນາ 2023 ຊຶ່ງໃຫ້ກຽດຕ້ອນຮັບໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຕາງໜ້າ ຫ້ອງການ, ກົມ, ຄະນະຕ່າງໆ.

         ການພົບປະຄັ້ງນີ້ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ກ່າວຕ້ອນຮັບຄະນະຜູ້ແທນໂຮງຮຽນພັກສູນກາງພັກຄອມມູນິດຈີນຢ່າງອົບອຸ່ນ ແລະໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືທີ່ຜ່ານມາ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ສປປ ລາວ ແລະສປ ຈີນ ກໍຄື ລະຫວ່າງ ໂຮງຮຽນພັກສູນກາງຄອມມູນິດ ສປ ຈີນ ກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ມີການພົວພັນປະສານງານ ແລະສະໜັບສະໜູນເຊິ່ງກັນແລະກັນ ໃນການຄົ້ນຄວ້າວິທະຍາສາດ ມາໂດຍຕະຫຼອດພ້ອມນັ້ນກໍໄດ້ມີການຮ່ວມມືກັນໃນຫຼາຍດ້ານ.


         ໃນໂອກາດດັ່ງກ່າວ, ຕອນເຊົ້າຂອງວັນທີ 13 ມິຖຸນາ ຢູ່ທີ່ຫ້ອງປະຊຸມ ຊັ້ນ 1 ຂອງຕຶກສູນຂໍ້ມູນຂ່າວສານ ທັງສອງຝ່າຍໄດ້ເປີດກອງປະຊຸມສຳມະນາວິຊາການພາຍໃຕ້ຫົວຂໍ້: “ບົດຮຽນການຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກຄອມມູນິດຈີນ” ພາຍໃຕ້ການເປັນປະທານຂອງທັງສອງຝ່າຍ: ຝ່າຍ ສມປຊ ໂດຍແມ່ນ ທ່ານ ປອ ນ. ໄກສອນ ຈັນສີນາ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ພ້ອມດ້ວຍນັກວິທະຍາສາດ 4 ທ່ານ ແລະຝ່າຍໂຮງຮຽນພັກສູນກາງພັກຄອມມູນິດຈີນ ແມ່ນ ທ່ານ ສື ເຮີຊິງ ພ້ອມດ້ວຍນັກວິທະຍາສາດ 5 ທ່ານ.

ກອງປະຊຸມສໍາມະນາວິທະຍາສາດ ລະຫວ່າງ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກັບໂຮງຮຽນພັກສູນກາງພັກຄອມມູນິດຈີນ ພາຍໃຕ້ຫົວຂໍ້: “ບົດຮຽນການຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ” ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນອຸດົມສົມບູນ ແລະມີຄວາມຮັບຜິດຊອບສູງ. ບັນດານັກວິທະຍາສາດໄດ້ສຸມຈິດສຸມໃຈຮັບຟັງ ແລະພ້ອມກັນປະ ກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນບົດຮຽນ ແຕ່ລະບັນຫາດ້ວຍຄວາມຈິງໃຈ ແລະກົງໄປກົງມາ ເຊິ່ງມີຄວາມກະຈ່າງແຈ້ງທັງໃນແງ່ທິດສະດີວິທະຍາສາດ ແລະພຶດຕິກໍາທີ່ມີຊີວິດຊີວາ, ມີຄວາມໝາຍສໍາຄັນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍມະ ຕິຂອງພັກປະຊາຊົນປະຕິວັດລາວ ແລະພັກຄອມມູນິດຈີນ.

  1. ເນື້ອໃນການແລກປ່ຽນຝ່າຍລາວໄດ້ນໍາສະເໜີ 3 ບັນຫາຄື:

         ໜຶ່ງ, ຍົກລະດັບຄຸນນະພາບ ວຽກງານການເມືອງ-ແນວຄິດ ແລະທິດສະດີຂອງພັກປະຊາຊົນປະຕິວັດລາວ;

         ສອງ, ການພັດທະນາ ແລະແກ້ໄຂຄວາມທຸກຍາກດ້ານເສດຖະກິດຂອງ ສປປ ລາວ;

         ສາມ, ພັດທະນາຊັບພະຍາກອນມະນຸດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່.

  • ຝ່າຍຈີນກໍໄດ້ນໍາສະເໜີ 3 ເນື້ອໃນຄື:

         ໜຶ່ງ, ພື້ນຖານການຈັດຕັ້ງປະຕິບັດແບບປະສົມປະສານກັນຂອງຫຼັກການພື້ນຖານຂອງລັດທິມາກ ແລະວັດທະນະທໍາພື້ນເມືອງທີ່ດີເລີດຂອງຈີນ;

         ສອງ, ເສັ້ນທາງໄປສູ່ເສດຖະ ກິດທີ່ມີຄຸນນະພາບສູງໃນໄລຍະພັດທະນາໃໝ່ຂອງຈີນ;

         ສາມ, ຍຸດທະສາດການພັດທະນາຜູ້ນໍາໄວໜຸ່ມຂອງພັກກອມມູນິດຈີນໃນຍຸກໃໝ່.

         ທ່ານ ປອ ນ. ໄກສອນ ຈັນສີນາ ໄດ້ສັງລວມ ແລະສະຫຼຸບໃນຕອນທ້າຍວ່າ: ບັນດາເນື້ອໃນບົດປະກອບຄໍາເຫັນທີ່ນັກວິທະຍາສາດ ນໍາສະເໜີຕໍ່ກອງປະຊຸມຄັ້ງນີ້ ແມ່ນມີຄວາມອຸດົມສົມບູນ, ສ້າງຄວາມກະຈ່າງແຈ້ງໃນຫຼາຍບັນຫາ, ການວິເຄາະວິໄຈແຕ່ລະບັນຫາເຫັນວ່າ ມີວິທີວິທະຍາທີ່ຊັດເຈນ ໂດຍນໍາໃຊ້ວິທີສັດຈະວິພາກວັດຖຸນິຍົມຂອງລັດທິມາກ-ເລນິນ, ວິທີວິທະຍາການຄົ້ນຄວ້າທິດສະດີ ແລະພຶດຕິກໍາ, ວິທີປະຫວັດສາດ, ວິທີໂລຊິກສາດ ທີ່ສອດຄ່ອງ ແລະກອງປະຊຸມໄດ້ສ້າງຄວາມກະຈ່າງແຈ້ງ ຕໍ່ວຽກງານແນວຄິດທິດສະດີ ເພື່ອສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະການກະທໍາ, ຄວາມເຊື່ອໝັ້ນ ແລະນໍ້າໃຈຟົດຟື້ນປະຕິວັດຂອງພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ, ປະຊາຊົນບັນດາເຜົ່າໃຫ້ກາຍເປັນກໍາລັງແຮງສັງລວມ ໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຕາມທິດກ້າວສູ່ຈຸດໝາຍສັງຄົມນິຍົມ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ