ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສົມທົບກັບ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນໃນຕອນເຊົ້າ ຂອງວັນພຸດ, ວັນທີ 16 ກໍລະກົດ 2025, ເວລາ 8:00-12:00 ໂມງ ຢູ່ທີ່ສະໂມສອນ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6), ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ”. ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ໃຫ້ກຽດເປັນຄະນະປະທານຮ່ວມມີ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ; ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ; ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ; ທ່ານ ຮສ. ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ນອກຈາກນີ້, ຍັງມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ແຂກຖືກເຊີນຈາກບັນດາກະຊວງ, ອົງການ, ມີຄະນະພັກ, ຄະນະນຳ, ພະນັກງານ ຈາກສູນກາງແນວລາວສ້າງຊາດ; ຄະນະພັກ-ຄະນະນໍາ, ພະນັກ ງານ ຈາກຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພະນັກງານ, ຄູ-ອາ ຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມທັງໝົດ 200 ກວ່າທ່ານ.
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທັງເປັນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກ ຂອງຊາດ, ໂດຍສະເພາະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ໃນຄຳເຫັນກ່າວເປີດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: ແນວຄິດໄກສອນ ພົມວິ ຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ, ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງ ພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ເນັ້ນໜັກວ່າ: “ພັກ ແລະລັດເຮົາ ຍາມໃດກໍຖືຄວາມສາມັກຄີປອງດອງຄົນລາວທັງຊາດ ເປັນນະໂຍບາຍກົກ ແລະປະຕິບັດນະໂຍບາຍດັ່ງກ່າວ ຢ່າງສະເໝີຕົ້ນສະ ເໝີປາຍຕະຫຼອດມາ…”.
ຈາກນັ້ນ, ທ່ານ ຮສ. ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ສະເໜີບົດນໍາ ຂອງກອງປະຊຸມໂດຍຍົກໃຫ້ເຫັນວ່າ: “ຕະຫຼອດໄລຍະທີ່ຜ່ານມາ ຄວາມສາມັກຄີປອງດອງຄົນລາວທັງຊາດເປັນມູນເຊື້ອອັນສັກກະລະ, ເປັນຈຸດພິເສດ ແລະ ເປັນລັກສະນະຊາດທີ່ດີງາມຂອງປະຊາຊົນຄົນລາວເຜົ່າຕ່າງໆ…”
ໂດຍປະຕິບັດຕາມວາລະ ຂອງກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ 05 ຫົວຂໍ້ຍ່ອຍ ຄື: 1). ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີບັນດາເຜົ່າ; 2). ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີບັນດາຊັ້ນຄົນ; 3). ແນວຄິດໄກສອນ ພົມວິຫານ ກ່ຽວກັບຄົນເຊື້ອຊາດລາວ ຢູ່ຕ່າງປະເທດ; 4). ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີປອງດອງສາສະໜາຕ່າງໆ; 5). ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມສາມັກຄີ ລະຫວ່າງ ບັນດາກໍາລັງທີ່ຮັກຊາດ.
ໃນຕອນທ້າຍ ຂອງກອງປະຊຸມສຳມະນາ ພວກເຮົາໄດ້ຮັບຟັງການໃຫ້ທິດຊີ້ນຳຂອງທ່ານ ປອ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຕໍ່ກອງປະຊຸມສຳມະນາ ເຊິ່ງເປັນເນື້ອໃນທີ່ມີຄວາມໝາຍອັນເລິກເຊິ່ງ.
ຈາກນັ້ນ, ໄດ້ຮັບຟັງການສະຫຼຸບລາຍງານຜົນ ຂອງກອງປະຊຸມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະ ພາທິດສະດີສູນກາງພັກ, ເຊິ່ງໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາສາດໄດ້ຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບຄວາມສາມັກຄີປອງດອງຊາດ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເປັນເວລາເຄິ່ງວັນ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນເວລາ 12 ໂມງ 00 ຂອງວັນດັ່ງກ່າວ.

ຂ່າວ/ພາບ ໂດຍ: ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ