ໃນຕອນເຊົ້າ ຂອງວັນທີ 06 ມິຖຸນາ 2023 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ (ຕຶກສູນຂໍ້ມູນຂ່າວສານ ຊັ້ນ 5) ນັກ​ສຶກ​ສາ​ປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ​​ ໄດ້​ເປີດ​ກອງ​ປະຊຸມຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ.​ ​ໃຫ້ກຽດເປັນປະທານໂດຍ: ສະຫາຍ ປອ ຄໍາໃບ ມາລາສິງ ກໍາມະການຄະນະພັກ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ມີແຂກຖືກເຊີນ ແລະສະມາຊິກພັກນັກສຶກສາພາຍໃນຫ້ອງເຂົ້າຮ່ວມທັງໝົດຈຳນວນ 60 ສະຫາຍ, ຍິງ 16 ສະຫາຍ.

ສະຫາຍ ສີພອນ ມິດໄມຕີ ເລຂາໜ່ວຍພັກຮາກຖານ ນັກ​ສຶກ​ສາ​ປະລິນຍາໂທ ຮຸ່ນທີ XVII ຫ້ອງ ກ, ຂຶ້ນຜ່ານບົດສະຫຼຸບໜ່ວຍພັກ ປອດໄສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະ 1 ປີຜ່ານມາ ແລະຜ່ານການຕີລາຄາແຕ່ລະດ້ານສະແດງອອກດັ່ງນີ້:

  1. ຕີລາຄາການນຳພາດ້ານການເມືອງສາມາດຕີລາຄາໜາກຜົນໃນການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ 1,8 ຄະແນນ ແລະປະຕິບັດໄດ້ 1,8 ຄະແນນ.
  2. ຕີລານຳພາທາງດ້ານແນວຄິດ ສາມາດຕີລາຄາໜາກຜົນໃນການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ 1,4 ຄະແນນ ແລະປະຕິບັດໄດ້ 1,4 ຄະແນນ.
  3. ຕີລາຄານຳພາທາງດ້ານການຈັດຕັ້ງ ສາມາດຕີລາຄາໜາກຜົນໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ 1,5 ຄະແນນ ແລະປະຕິບັດໄດ້ 1,5 ຄະແນນ.
  4. ຕີລາຄານຳພາທາງດ້ານແບບແຜນນໍາພາ ສາມາດຕີລາຄາໜາກຜົນໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ 1,8 ຄະແນນ ແລະປະຕິບັດໄດ້ 1,8 ຄະແນນ.
  5. ຕີລາຄານຳພາປະຕິບັດໜ້າທີ່ການເມືອງ ສາມາດຕີລາຄາໜາກຜົນໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ 2,8 ຄະແນນ ແລະປະຕິບັດໄດ້ 2,8 ຄະແນນ.

ສັງລວມແລ້ວ ການປະເມີນໜ່ວຍພັກໃນຄັ້ງນີ້ ສະແດງອອກໃຫ້ເຫັນເຖິງການເຄື່ອນໄຫວທີ່ມີທິດທາງແຜນການຖືກຕ້ອງ ແລະເປັນໄປຕາມແນວທາງນະໂຍບາຍຂອງພັກ ໃນການປັບປຸງປົວແປງ, ສ້າງຄວາມເຂັ້ມແຂງພາຍໃນໜ່ວຍພັກ ມີການຕີລາຄາຈຸດດີ-ຈຸດອ່ອນ ແລະຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະໄດ້ປະກອບຄຳຄິດ, ຄຳເຫັນ ເຊິ່ງກັນ ແລະກັນຢ່າງເປັນຂະບວນຟົດຟື້ນ ມີລັກສະນະສ້າງສັນ ແລະກົງໄປກົງມາເຂັ້ມງວດຕາມລະບຽບການຂອງພັກ ຊຶ່ງມັນສະແດງເຖິງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງເປັນເຈົ້າການຮັບຜິດຊອບຮ່ວມກັນເພື່ອຜົນປະໂຫຍດລວມຂອງພັກ ຮັບປະກັນຕາມ 5 ເນື້ອໃນມາດຖານເງື່ອນໄຂຂອງພັກ ເພື່ອການກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ແລະໜັກແໜ້ນ.

ໃນຕອນທ້າຍກອງປະຊຸມ ສະຫາຍ ປອ ຄໍາໃບ ມາລາສິງ ປະທານກອງປະຊຸມໄດ້ໂອລົມຕໍ່ກອງປະຊຸມ, ເຊິ່ງ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ນັ້ນ ມັນໄດ້ສ່ອງແສງໃຫ້ເຫັນເຖິງບັນດາສະຫາຍສະມາຊິກພັກພາຍໃນໜ່ວຍພັກ ໄດ້ຍົກສູງສະຕິຄວາມເປັນເຈົ້າການໃນການປະຕິບັດລະບຽບ, ແນວທາງຂອງພັກ ເວົ້າລວມ, ເວົ້າສະເພາະແມ່ນຄວາມເປັນເຈົ້າການປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຂອງໜ່ວຍພັກຂອງພວກສະຫາຍ ເຊິ່ງເປັນຂີດໝາຍທີ່ດີ ແລະຄວນສືບຕໍ່ເສີມຂະຫຍາຍຜົນງານອັນນີ້ໃຫ້ດີຂຶ້ນຕື່ມໃນກົມກອງຂອງຕົນ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ