ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2023 ທ່ານ ປອ ສົມບັດ ເຢ່ຍລີເຮີ ອະດີດການນຳພັກ-ລັດຂອງແຂວງໄຊສົມບູນ ໄດ້ນຳເອົາຜົນສຳເລັດການຄົ້ນຄວ້າວິທະຍາສາດປື້ມວິທະຍານິພົນຫົວຂໍ້໋: ພັດທະນານະຄອນຫຼວງວຽງຈັນ ຕາມທິດຕົວເມືອງຍືນຍົງ. ຊຶ່ງເປັນວິທະຍານິພົນປະລິນຍາເອກພາສາຫວຽດນາມແປເປັນພາສາລາວທີ່ ທ່ານ ປອ ສົມບັດ ເຢ່ຍລີເຮີ ເປັນນັກຄົ້ນຄວ້າຢູ່ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ໄລຍະ 2008-2010.

         ການມອບ-ຮັບດັ່ງກ່າວໂດຍແມ່ນ: ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດໄດ້ກ່າວເຖິງເນື້ອໃນ, ຈຸດພິເສດ ແລະຄວາມສຳຄັນຕໍ່ກັບປື້ມວິທະຍານິພົນດັ່ງກ່າວໃຫ້ບັນ ດາຜູ້ຕາງໜ້າເຂົ້າຮ່ວມທີ່ກ່ຽວຂ້ອງ ຂອງ ສມປຊ ໄດ້ຮັບຮູ້ເຖິງຂັ້ນຕອນ, ການປະສານງານຕ່າງໆ ຕະຫຼອດຮອດການຈັດພິມເປັນປື້ມ.

         ຫຼັງຈາກນັ້ນ, ທ່ານ ປອ ສົມບັດ ເຢ່ຍລີເຮີ ໄດ້ກ່າວມອບປື້ມວິທະຍານິພົນຈໍານວນ 20 ຫົວ, ປື້ມສັງລວມບົດຫຍໍ້ 20 ຫົວ ແລະເປັນກຽດຕາງໜ້າ ສມປຊ ກ່າວຮັບໂດຍ: ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄຳ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ພ້ອມທັງກ່າວສະແດງຄວາມຂອບໃຈທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານການຄົ້ນຄວ້າວິທະຍາສາດໃຫ້ ສມປຊ ແລະສາມາດຕອບສະໜອງໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາໄດ້ເຂົ້າມາບໍລິການອ່ານປື້ມຢູ່ຫໍສະໝຸດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ