Category: ຂ່າວ

ຜົນສຳເລັດໃນການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ໃນໄລຍະ 45 ວັນຢູ່ທີ່ເມືອງທຸລະຄົມ, ແຂວງວຽງຈັນ ( 3 ພຶດສະພາ ຫາ ວັນທີ 16 ມີຖຸນາ 2022 )

ໃນລະຫວ່າງ ວັນທີ 12-15ມີຖຸນາ 2022ຢູ່ທີ່ຫ້ອງການປົກຄອງແຕ່ລະບ້ານທັງ 7 ບ້ານ,  ໄດ້ຈັດພິທີສະຫຼຸບການລົງກໍ່ສ້າງຮາກຖານການເມືອງຂັ້ນບ້ານ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ໂດຍມີຄະນະພັກເມືອງທຸລະຄົມ, ອຳນາດການປົກຄອງບ້ານທັງ 7ບ້ານ, ອາຈານຊີ້ນຳ, ນັກສຶກສາ ແລະຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ. ແຕ່ລະໜ່ວຍໄດ້ຜ່ານບົດສະຫຼຸບລາຍງານການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະບົບປະລິນຍາຕີ ຮຸ່ນທີ XXV ຊຶ່ງໄດ້ແບ່ງການລົງກໍ່ສ້າງຮາກຖານໃນ 13 ບ້ານ ຂອງເມືອງທຸລະຄົມ…

ນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ ສະຫຼຸບການລົງກໍ່ສ້າງຮາກຖານການເມືອງໆ ທຸລະຄົມ ແຂວງວຽງຈັນ ຂັ້ນບ້ານ

ໃນການລົງກໍ່ສ້າງ ຮາກ ຖານການເມືອງຢູ່ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງການລົງກໍ່ສ້າງຮາກຖານການເມືອງ ແມ່ນໄດ້ເລີ່ມມາແຕ່ວັນທີ 2 ພຶດສະພາ ຫາ 15 ມິຖຸນາ ລວມທັງໝົດ 45 ວັນ ຊຶ່ງຜ່ານການລົງຮາກຖານເຫັນໄດ້ວ່າ ນັກສຶກສາຂອງ ສມປຊ ໄດ້ນໍາໃຊ້ທິດສະດີ ແລະພຶດຕິກໍາທີ່ີຮຽນມາ ເຂົ້າສູ່ຄະນະພັກບ້ານ, ນາຍບ້ານ ແລະປະຊາຊົນ ໃນການແລກປ່ຽນຮ່ວມກັບອໍານາດການປົກຄອງຂັ້ນບ້ານ ໃຫ້ເປັນລະບົບຄົບຊຸດ, ມີຄວາມປອດໃສ, ໜັກແໜ້ນ ແລະເຂັ້ມແຂງຮອບດ້ານ, ມີຄວາມສາມາດແກ້ໄຂຊ່ວຍອໍານາດການປົກຄອງຂັ້ນບ້ານ ໃນການຈັດຕັ້ງເຜີຍແຜ່ບັນດານິຕິກໍາ, ລະບຽບການ…

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງ ຮຸ່ນທີ XVII ແຂວງໄຊຍະບູລີ

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບຊັ້ນກາງຮຸ່ນທີ XVII ສົກປີ 2020-2022 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2022 ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ເປັນກຽດເຂົ້າຮ່ວມມີ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ມີຄະນະນຳໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາລະບົບຊັ້ນກາງຮຸ່ນທີ XVII ແລະ XVIII ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ…

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ເປີດຊຸດຮຽນ ທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຊຸດທີ II ຂົງເຂດສຶກສາທິການ ແລະກິລາ

ເພື່ອ​ປະຕິບັດ​ເນື້ອ​ໃນ 4 ບຸກທະລຸ ຂອງ​ພັກ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ ໃນ​ນັ້ນ, ​ແມ່ນ​ການ​ບຸກທະລຸທາງ​ດ້ານ​ຈິນຕະນາການ ​ແລະ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃຫ້​ຮັບ​ຮູ້​ທາງ​ດ້ານ​ທິດ​ສະ​ດີ​ມາກ-​ເລ​ນິນ ​ໃຫ້​ແກ່​ພະນັກງານ; ສະມາຊິກ​ພັກ ທີ່​ເປັນ​ເປົ້າໜາຍ​ທົດ​ແທນ ​ໃນ​ສະ​ເພາະ​ໜ້າ ​ແລະ​ຍາວ​ນານ. ປະຕິບັດ​ຕາມ​ທິດ​ຊີ້​ນຳ ຂອງ​ຄະນະ​ປະຈຳ​ພັກ​ແຂວງ ​ໃນ​ການ​ກໍ່ສ້າງ, ບຳລຸງ​ພະນັກງານ, ​ສະມາຊິກ​ພັກ​ໃຫ້​ຮັບ​ຮູ້, ​ເຂົ້າ​ໃຈ​ທິດ​ສະ​ດີ​ມາກ-​ເລ​ນິນ, ​ແນວ​ຄິດ​ ປະທານ ​ໄກສອນ ພົມວິຫານ, ​ເຮັດ​ໃຫ້​ພະນັກງານ​, ສະມາຊິກ​ພັກ​ ມີ​ຄວາມ​ເປັນ​ເອກະ​ພາບ​ກັບ​ອຸດົມ​ການ, ແນວທາງ​ຂອງ​ພັກ ແລະຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ ຂອງ​ຕົນຢ່າງ​ມີ​ປະສິດທິ​ຜົນ. ​ໃນວັນ​ທີ…