ໃນຕອນແລງ ວັນທີ 24 ເມສາ 2024 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານການເມືອງແລະ ການປົກຄອງ ກໍາມະບານຮາກຖານ ກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ໄດ້ຈັດກອງປະຊຸມໃຫຍ່ຄະນະກໍາມະບານຮາກຖານ ກົມຈັດຕັ້ງ-ພະນັກງານ ແລະກົມກວດກາຂຶ້ນ ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວປະທານສະຫະພັນກໍາມະບານ ສມປຊ ມີສະຫາຍ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະສະຫາຍ ພູນສຸກ ສຸດທິແສງ ຫົວໜ້າພະແນກພະນັກງານ ປະທານກໍາມະບານຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນຈາກພາກສ່ວນຕ່າງໆກໍ່ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ຢ່າງພ້ອມພຽງ.

ສະຫາຍ ປທ ດາວອນ ຊາມຸນຕີ ຫົວໜ້າຄົ້ນຄວ້າພະແນກຄໍາຮ້ອງ ແລະຄໍາສະເໜີ ຮອງປະທານກໍາມະບານຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ຄັ້ງທີ  II,​ ຜ່ານຂໍ້ຕົກລົງແຕ່ງຕັ້ງກອງເລຂາບັນທຶກກອງປະຊຸມ ແລະຜ່ານບົດສໍາຫຼວດການນໍາພາຄະນະກໍາມະບານ ຊຸດທີ 1 ພ້ອມທັງກ່າວອໍາລາໜ້າທີ່ ແລະສະຫາຍ ພູນສຸກ ສຸດທິແສງ ຫົວໜ້າພະແນກພະນັກງານ ປະທານກໍາມະບານຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ກໍ່ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ II, ພ້ອມກັນນັ້ນ ສະຫາຍ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກໍ່ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ຮັບສະໝັກເລືອກຕັ້ງຄະນະກໍາມະບານຮາກຖານ ຊຸດທີ 2 ແລະສະເໜີລາຍຊື່ຜູ້ສະໝັກ ເຊິ່ງກອງປະຊຸມໃນຄັ້ງນີ້, ສະມາຊິກໄດ້ໃຊ້ສິດປະຊາທິປະໄຕຂອງຕົນໃນການປ່ອນບັດເລືອກຕັ້ງເອົາຄະນະກໍາມະບານຮາກຖານຊຸດໃໝ່ ເຊິ່ງມີລາຍຊື່ຜູ້ສະໝັກເລືອກຕັ້ງມີ 5 ສະຫາຍ ໃນນັ້ນຄັດເລືອກເອົາ 3 ສະຫາຍ. ເຊິ່ງຜົນການບ່ອນບັດຄັດເລຶອກເອົາຄະນະກໍາມະບານຊຸດໃໝ່ມີດັ່ງລຸ່ມນີ້:

  1. ສະຫາຍ ພູນສຸກ ສິດທິແສງ ເປັນປະທານ.
  2. ສະຫາຍ ປທ ດາວອນ ຊາມຸນຕີ ເປັນຮອງປະທານ, ຮັບຜິດຊອບວຽກງານກວດກາ.
  3. ສະຫາຍ ປທ ນ. ຈອນນີ ໄຊຍະຈັກ ເປັນຄະນະ.

ໃນຕອນທ້າຍພິທີປະທານກອງປະຊຸມ ໄດ້ມີຄໍາຄິດ, ຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນເຖິງ 6 ບັນຫາຄື:

  1. ສືບຕໍ່ເອົາໃຈໃສ່ທາງດ້ານການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີ;
  2. ການປັບປຸງການຈັດຕັ້ງໃນການນໍາພາ-ຊີ້ນໍາ ຂອງຄະນະກໍາມະບານຊຸດໃໜ່;
  3. ການປົກປ້ອງສິດຜົນປະໂຫຍດ ຂອງສະມາຊິກກໍາມະບານ;
  4. ວຽກງານເສດຖະກິດ ແລະທາງດ້ານການເງິນ;
  5. ການສະຫຼຸບລາຍງານບັນດາຜົນງານຂອງກໍາມະບານແຕ່ລະຮາກຖານຕ້ອງໃຫ້ສົ່ງລາຍງານເປັນປົກກະຕິ ໃຫ້ສະຫະພັນກໍາມະບານ ສມປຊ;
  6. ວຽກງານກວດກາ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ