ໂດຍປະຕິບັດຕາມ ມະຕິຕົກລົງຂອງ ຄະນະບໍລິຫານງານຊາວໜຸ່ມແຂວງ ສະບັບເລກທີ 235/ຄຊປປລຂ ລົງວັນທີ 8 ເມສາ 2024 ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍຮາກຖານຊາວໜຸ່ມ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ຂໍ້ຕົກລົງຂອງສະຫະພັນແມ່ຍິງແຂວງ ສະບັບເລກທີ 544/ສຍຂ ລົງວັນທີ 9 ເມສາ 2024 ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍສະຫະພັນແມ່ຍິງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມະຕິຕົກລົງຂອງ ສະຫະພັນກຳມະບານແຂວງ ສະບັບເລກທີ 78/ສກຂ ລົງວັນທີ 4 ເມສາ 2024 ວ່າດ້ວຍ ດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍກຳມະບານຮາກຖານ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃຫ້ປະກົດຜົນເປັນຈິງ. ສະນັ້ນ, ໃນຕອນເຊົ້າຂອງວັນທີ 11 ເມສາ 2024 ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ III ຂອງຮາກຖານ 3 ອົງການຈັດຕັ້ງມະຫາຊົນ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມພິທີໃນຄັ້ງນີ້ມີ ສະຫາຍ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີພະນັກງານ, ຄູ-ອາຈານ, ມີຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີຄະນະໜ່ວຍຊາວໜຸ່ມ, ຄະນະໜ່ວຍແມ່ຍິງ, ຄະນະປະທານຮາກຖານກຳມະບານ, ຄະນະພັກ-ຄະນະຫ້ອງ ນັກສຶກສາລະບົບທິດສະດີການເມືອງຂັ້ນກາງຮຸ່ນທີ II ຕະຫຼອດຮອດສະມາຊິິກ 3 ອົງການຈັດຕັ້ງມະຫາຊົນ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

         ໃນກອງປະຊຸມ ສະຫາຍ ຈັນເພັງ ນັນທະວົງ ເລຂາໜ່ວຍຊາວໜຸ່ມຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນຫຼາຍໆດ້ານໃນການປະຕິບັດໜ້າທີ່ວຽກງານໄລຍະ 5 ປີຜ່ານມາ ໂດຍສະເພາະແມ່ນວຽກງານການເມືອງ-ແນວຄິດເປັນບັນຫາສຳຄັນ ທີ່ເຮັດໃຫ້ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ມີຄວາມໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳຂອງພັກ, ການປະຕິບັດວຽກງານວິຊາສະເພາະ ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ ພ້ອມທັງໄດ້ຜ່ານທິດທາງແຜນການ, ການຈັດຕັ້ງປະຕິບັດວຽກງານໄລຍະ 05 ປີໃນຕໍ່ໜ້າ ເຊິ່ງຈະສືບຕໍ່ຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະປະສິດທິຜົນສູງສຸດ. ຈາກນັ້ນ ຕາງໜ້າຄະນະຮັບຜິດຊອບກອງປະຊຸມໄດ້ຜ່ານຂໍ້ຕົກລົງ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ສະບັບເລກທີ 800/ຄຊປປລຂ ລົງວັນທີ 15 ພະຈິກ 2023 ວ່າດ້ວຍການຍ້ອງຍໍທຸງໄຊນຳໜ້າ 4 ບຸກ ໃຫ້ແກ່ຮາກຖານຊາວໜຸ່ມໂຮງຮຽນການເມືອງ ແລະ ການປົກຄອງແຂວງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມໃນໄລຍະຜ່ານມາ, ຜ່ານຂໍ້ຕົກລົງຂອງສະຫະພັນແມ່ຍິງແຂວງ ສະບັບເລກທີ 537/ສຍຂ ລົງວັນທີ 8 ເມສາ 2024 ວ່າດ້ວຍການຍ້ອງຍໍ ສັນລະເສີນຮາກຖານ, ໜ່ວຍແມ່ຍິງທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານແມ່ຍິງ ໃນໄລຍະ 05 ປີຜ່ານມາ (2019-2023), ຜ່ານຂໍ້ຕົກລົງຂອງສະຫະພັນກຳມະບານແຂວງ ສະບັບເລກທີ 82/ສກຂ ລົງວັນທີ 4 ເມສາ 2024 ວ່າດ້ວຍການຮັບຮອງ  5 ເປັນເຈົ້າ ກຳມະບານຮາກຖານໂຮງຮຽນການ ເມືອງ ແລະ ການປົກຄອງແຂວງ ສະໄໝທີ I (2019-2023) ເຊິ່ງໃຫ້ກຽດມອບຂໍ້ຕົກລົງໂດຍ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ. ພ້ອມກັນນີ້ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ໄດ້ຂຶ້ນກ່າວລາໜ້າທີ່ ຈາກນັ້ນ ຄະນະຮັບຜິດຊອບໄດ້ຂຶ້ນຜ່ານມາດຖານເງື່ອນໄຂ ຜູ້ທີ່ຈະສະໝັກເປັນຄະນະ 3 ອົງການຈັດຕັ້ງມະຫາຊົນຊຸດໃໝ່ ເຊິ່ງກອງປະຊຸມໃນຄັ້ງນີ້ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະຮາກຖານ 3 ອົງການຈັດຕັ້ງມະຫາຊົນຊຸດໃໝ່ ເຊິ່ງມີລາຍຊື່ສະໝັກເລືອກຕັ້ງ 5 ສະຫາຍ ໃນນັ້ນຄັດເລືອກເອົາ 3 ສະຫາຍ ເຊິ່ງມີລາຍຊື່ດັ່ງລຸ່ມນີ້:

  • ອົງການຈັດຕັ້ງຊາວໜຸ່ມ: ສະຫາຍ ຈັນເພັງ ນັນທະວົງ ເປັນເລຂາໜ່ວຍຊາວໜຸ່ມ, ສະຫາຍ ສອນເພັດ ອຸທິໄຊ ເປັນຮອງເລຂາ, ສະຫາຍ ນາງ ຄຳຫຼ້າ ໄຊຍະລາດ ເປັນຄະນະ.
  • ອົງການຈັດຕັ້ງແມ່ຍິງ: ສະຫາຍ ນາງ ຈັນທະລາ ພັນທະວົງ ເປັນປະທານໜ່ວຍແມ່ຍິງ, ສະຫາຍ ນາງ ບົວວອນ ທຳມະວົງ ເປັນຮອງປະທານ, ສະຫາຍ ນາງ ຄຳສົດ ຄູນທະວີສຸກ ເປັນຄະນະ.
  • ອົງການຈັດຕັ້ງກຳມະບານ: ສະຫາຍ ວັນສີ ທອງມະນີວົງ ເປັນປະທານຮາກຖານກຳມະບານ, ສະຫາຍ ພິມພາ ເພັງພົມເພັດ ເປັນຮອງປະທານ, ສະຫາຍ ຫວັດ ນັນທະວົງ ເປັນຄະນະ.

ໃນຕອນທ້າຍພິທີ ສະຫາຍ ນາງ ຈັນທະສອນ ພູນສຸກ ປະທານສະຫະພັນແມ່ຍິງແຂວງ ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ໄດ້ມີຄຳຄິດ ຄຳເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອືື່ນໝົດ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຮາກຖານ 3 ອົງການຈັດຕັ້ງມະຫາຊົນ ໃນການເຄື່ອນໄຫວວຽກງານໄລຍະ 5 ປີທີ່ຜ່ານມາ ພ້ອມທັງຍົກໃຫ້ເຫັນບາງບັນຫາທີ່ສຳຄັນ ແລະເປັນທິດຊີ້ນຳ ເພື່ອໃຫ້ຮາກຖານ 3 ອົງການຈັດຕັ້ງມະຫາຊົນຂອງໂຮງຮຽນ ທີ່ຈະໄດ້ສືບຕໍ່ນຳເອົາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະຊຸດໃໝ່ ເອົາໃຈໃສ່ໃນການນຳພາ-ຊີ້ນຳ, ສ້າງຄວາມສາມັກຄີພາຍໃນໜ່ວຍ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນລະອຽດ ເພື່ອເຮັດໃຫ້ວຽກງານ 3 ອົງການຈັດຕັ້ງມະຫາຊົນ ໄດ້ຮັບຜົນດີ ແລະມີປະສິດທິພາບສູງຂຶ້ນກວ່າເກົ່າ.

ພາບ-ຂ່າວ ໂດຍ: ໄຊສົມແພງ ສີສົມບັດ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ