ເພື່ອເຮັດໃຫ້ການຜັນຂະຫຍາຍເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 20 23 ໄດ້ຮັບການຈັດຕັ້ງການເຜີຍແຜ່, ເຊື່ອມຊຶມ ເຂົ້າສູ່ລວງເລິກສ້າງໃຫ້ຜູ້ທີ່ມີສ່ວນກ່ຽວຂ້ອງມີຄວາມຮັບຜິດຊອບໃນໜ້າທີ່ວຽກງານຕິດຕາມ, ກວດກາ ມີຄວາມຮັບຮູ້ ແລະເຂົ້າໃຈເປັນເອກະພາບນັບແຕ່ສູນກາງ ຈົນຮອດທ້ອງຖິ່ນ, ເປັນບ່ອນອີງທີ່ສຳຄັນ ໃນການເຄື່ອນໄຫວຕິດຕາມ, ກວດກາຕົວຈິງ ພ້ອມດຽວກັນນັ້ນ ທັງເປັນການສະະຫຼຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ພາຍໃນສະຖາບັນຂອງພວກເຮົາ ໃນສົກປີຜ່ານມາເພື່ອຍົກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າທີ່ຕ້ອງໄດ້ສົ່ງເສີມ ແລະດ້ານອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂໃຫ້ດີຂຶ້ນເປັນກ້າວໆ.

ສະນັ້ນໃນວັນທີ 5 ເມສາ 2024 ທີ່ ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄະນະນະກວດກາພັກ-ລັດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023 ແລະທິດທາງແຜນການປະຈໍາປີ 2024 ນີ້ຂຶ້ນພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພະ ນັກງານ, ຄູ-ອາຈານ ຈາກບັນດາກົມ, ຫ້ອງການ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຕະຫຼອດຮອດນັກສຶກສາກໍ່ເຂົ້າຮ່ວມທັງໝົດ 295 ທ່ານ, ຍິງ 107 ທ່ານ.

ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ເຊື່ອມຊຶມ, ປຶກສາຫາລື, ຕີລາຄາທົບທວນຄືນການຈັດ ຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ-ລັດ ປະຈຳປີ 2023 ແລະວຽກງານຈຸດສຸມໃນຕໍ່ໜ້າເຊິ່ງປະກອບມີເອກະສານທີ່ຂຶ້ນນໍາສະເໜີ ແລະເອກສານທີ່ເຊື່ອມຊຶມດ້ວຍຕົນເອງຄື:

1). ບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2023 ແລະທິດທາງແຜນການປະຈໍາປີ 2024 ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາສະເໜີໂດຍ: ທ່ານ ປທ ສົມສີ ຈັນທະພົມ ຮອງຫົວໜ້າກົມກວດກາ;

2). ສະຫຼຸບຫຍໍ້ຕີລາຄາວຽກງານກວດກາ ປະຈຳປີ 2023 ແລະທິດທາງວຽກງານຈຸດສຸມ ປີ 2024 ຂອງຄະນະກວດກາສູນກາງພັກ ສະບັບເລກທີ 147/ຄກສພ, ລົງວັນທີ 14 ມີນາ 2024 ນໍາສະເໜີໂດຍ: ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ;

          3). ບົດໂອ້ລົມ ຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມ ວຽກງານກວດກາທົ່ວປະເທດ ປະຈຳປີ 2023 (ຄັ້ງວັນທີ 07 ມີນາ 2024) ນໍາສະເໜີໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ;

          4). ຄຳແນະນຳ ຂອງຄະນະກວດກາສູນກາງພັກ ກ່ຽວກັບການກະກຽມ ແລະດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ນໍາສະເໜີໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ, ປະທານກວດກາ ຮອງຫົວໜ້າ ສມປຊ;

          5). ຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບເພີ່ມທະວີການນໍາພາ-ຊີ້ນຳຕໍ່ການ ເຄື່ອນໄຫວວຽກງານກວດກາ ແລະແກ້ໄຂຜົນການກວດກາ ສະບັບເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ນໍາສະເໜີໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ, ປະທານກວດກາ ຮອງຫົວ ໜ້າ ສມປຊ;

          6). ຄໍາແນະນໍາ ຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ) ສະບັບເລກທີ 331/ອກຫລ, ລົງວັນທີ 03 ຕຸລາ 2023 (ຈັດຕັ້ງປະຕິບັດເຊື່ອມຊຶມດ້ວຍຕົນເອງ);

          7). ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະອົງການກວດກາລັດແຕ່ລະຂັ້ນ ສະບັບເລກທີ 379/ຄກສພ, ລົງວັນທີ 07 ພະຈິກ 2023 ນໍາສະເໜີໂດຍ: ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ.

          ພ້ອມກັນນັ້ນ ທ່ານ ປອ ນ. ຈັນຖະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການຮັບຮອງເອົາໜ່ວຍພັກຮາກຖານ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ.

          ໃນຕອນທ້າຍ ທ່ານ ປະທານໄດ້ເໜັ້ນຕື່ມວ່າ: ມອບໃຫ້ບັນດາໜ່ວຍພັກສືບຕໍ່ຈັດຕັ້ງປະຕິບັດນໍາເອົາບັນດາເນື້ອໃນເອກະສານຕ່າງໆ ໄປຄົ້ນຄວ້າເຊື່ອມຊືມ ໃຫ້ເລິກເຊິ່ງ ແລະດໍາເນີນການຈັດຕັ້ງເຜີຍແຜ່ໃຫ້ແກ່ສະມາຊິກພາຍໃນໜ່ວຍຂອງຕົນເອງ. ບັນດາຄະນະພັກ, ຄະນະໜ່ວຍພັກຕ້ອງສ້າງແຜນການດໍາເນີນການກວດກາ ຖືເອົາການຈັດຕັ້ງກວດກາສະມາຊິກເປັນບັນຫາຕັດສິນ ແລະການກວດກາຕ້ອງສ່ອງແສງຄວາມເປັນຈິງຖືກຕ້ອງຊັດເຈນ ຫຼື ເອົາຄຸນນະພາບເປັນຫຼັກ. ຮຽກຮ້ອງມາຫຍັງຜູ້ທີເຂົ້າຮ່ວມທັງໜົດທີ່ເຂົ້າຮ່ວມໃນກອງປະຊຸມ ນັບແຕ່ບັນດາພະນັກງານ, ຄູ-ອາຈານ ໃຫ້ເປັນເຈົ້າການໃນການສໍາຫຼວດກວດກາຕົນເອງຄືນໃໝ່ ໂດຍສະເພາະທາງດ້ານໜ້າທີ່ການເມືອງ, ດ້ານວິຊາສະເພາະ ແລະການປະຕິບັດກົດລະບຽບຕ່າໆ.


                                                                                                            ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ

                                                                                                            ບັນນາທິການ: ປທ ບຸນປັນ ສຸມຸນທອງ