ຕອນ​ເຊົ້າ​ຂອງວັນ​ທີ່ 1​0 ເມ​ສາ 2024 ຢູ່​ ໂຮງ​ຮຽນ​​ການ​ເມືອງ-ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ​ໄດ້​ເປີດກອງ​ປະ​ຊຸມສະ​ພາ​ຄູຂຶ້້ນ ​ ໂດຍ​ເປັນ​ປະ​ທານ​ຂອງ​ ທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວ​ໜ້າ​​ໂຮງ​ຮຽນການ​ເມືອງ ​ແລະ ​ການ​ປົກ​ຄອງແຂວງ. ມີ​ຄູ​-ອາ​ຈານທີ່​ຖືກ​ເຊີນຈາກພະແນກການຂອງແຂວງ ແລະພະ​​ນັກ​ງານ, ຄູ​-ອາ​ຈານ​​ ຢູ່ພາຍ​ໃນ​ໂຮງ​ຮຽນ​​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

ກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນ​ຄວ້າ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ເນື້ອ​ໃນ​ບົດ​ວິ​ທະ​ຍາ​ສາດ​ລະ​ດັບ​ພາກ (6 ແຂວງພາກ​ເໜືອ​) ທີ່ໄດ້ມອບໝາຍໃຫ້ແຕ່ລະໂຮງຮຽນການເມືອງ ແລະ ການປົກຄອງແຂວງພາກເໜືອຄົ້ນຄວ້າ.

 ທ່ານ ບຸນຍອງ ອາ​ລີ​ລັກ ໄດ້​ຜ່ານ​ເນື້ອ​ໃນ​ບົດ​ວິ​ທະ​ຍາ​ສາດລະ​ດັບ​ພາກ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ຮັບຜິດຊອບຄົ້ນຄວ້າ ຈໍານວນ​ 2 ຫົວ​ຂໍ້ຄື:

 – ຍົກສູງຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດໃຫ້ພະນັກງານສະມະຊິກພັກຢູ່ແຂວງໄຊຍະບູລີ.

– ຍົກລະດັບຄວາມຮູ້ດ້ານທິດສະດີການເມືອງໃຫ້ພະນັກງານນຳພາ ຄຸ້ມຄອງ ຢູ່ ແຂວງໄຊຍະບູລີ.

 ທ່ານ ອຸທິດ ​ເກດ​ດົມ​ລີ ຜ່ານ​ລະ​ບຽບ​ຄຸ້ມ​ຄອງ​ນັກ​ສຶກ​ສາ, ລະ​ບຽບ​ວ່າ​ດ້ວຍ​ການ​ສອບ​ເສັງ ແລະ​ລະ​ບຽບ​ວ່າ​ດ້ວຍ​ຄູ​ຂອງ​ໂຮງ​ຮຽນ​ການ​ເມືອງ ແລະ ການ​ປົກ​ຄອງ. ຫຼັງຈາກນັ້ນ, ບັນດານັກວິທະຍາສາດ ແລະຜູ້ເຂົ້າຮ່ວມປະຊຸມໄດ້ປະກອບຄໍາຄິດເຫັນໃສ່ບັນດາບົດວິທະຍາສາດທີ່ໄດ້ນໍາສະເໜີແລ້ວນັ້ນ ເພື່ອໃຫ້ປັບປຸງໃນຈຸດທີ່ເຫັນວ່າຍັງບໍ່ທັນຈະແຈ້ງ ແລະຄົບຖ້ວນ.

ໃນຕອນທ້າຍຂອງກອງປະຊຸມ ແລະທ່ານປະ​ທານໄດ້​ມີ​ຄຳ​ເຫັນ​ຊີ້​ນຳ​ໃຫ້ບັນດາຜູ້ທີ່ໄດ້ຮັບການມອບໝາຍໃນການຂຽນບົດວິທະຍາສາດໃຫ້ເອົາໃຈໃສ່ໃນການຄົ້ນຄວ້າໃຫ້ເລິກເຊິ່ງ ເຮັດໃຫ້ບົດວິທະຍາສາດມີລັກສະນະສ່ອງແສງຕົວຈິງ ແລະໃຫ້ສໍາເລັດຕາມວັນເວລາທີ່ໄດ້ກຳນົດໄວ້.

ຂ່າວ/ພາບ: ວັດ​ທະ​ນາ ພັນ​ລັກ
 ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ